ກົມປະຊາສຳພັນ ຫ້ອງວ່າການສຳນັກງານາຍົກລັດຖະມົນຕີ ເຂົ້າພົບປະການນຳ ແຂວງໄຊສົມບູນ

ສະຫາຍ ຄົມສັນ ໄຊຍະສານ, ຄະນະພັກຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ, ຫົວໜ້າກົມປະຊາສຳພັນ ຫ້ອງວ່າການສຳນັກງານາຍົກ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະການນຳແຂວງໄຊສົມບູນ ໂດຍໃຫ້ກຽດຕ້ອນຮັບຂອງ ສະຫາຍ ນາງ ເພັດສະໄໝ ໂພໄຊຍະວົງ, ຮອງປະທານຄະນະກຳມະການປົກຄອງແຂວງ, ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ ພ້ອມດ້ວຍຄະນະ ໃນຕອນບ່າຍຂອງວັນທີ 19 ພະຈິກ 2025 ນີ້ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ
ສະຫາຍ ຄົມສັນ ໄຊຍະສານ ໄດ້ແຈ້ງຈຸດປະສົງຂອງການລົງເຄື່ອນໄຫວໃນຄັ້ງນີ້ຕໍ່ ທ່ານຮອງປະທານຄະນະກຳມະການປົກຄອງແຂວງ ຮັບຊາບ ທັງນີ້ກໍເພື່ອເປັນການເຄື່ອນໄຫວ, ຊຸກຍູ້ວຽກງານປັບປຸງກົງຈັກການຈັດຕັ້ງຂອງຫ້ອງວ່າການ ຢູ່ ແຂວງໄຊສົມບູນ ເພື່ອເຮັດໃຫ້ກົງຈັກມີຄວາມກະທັດຮັດ, ໜັກແໜ້ນ ແລະ ສາມາດປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີຂອງຕົນໄດ້ຢ່າງວ່ອງໄວ, ໂປ່ງໃສ ແລະ ມີປະສິດທິຜົນສູງຂຶ້ນ, ຮັບປະກັນຄວາມສອດຄ່ອງກັບສະພາບການໃໝ່ ໃນການປັບປຸງໂຄງສ້າງ ແລະ ການຈັດວາງບຸກຄະລາກອນໃຫ້ສອດຄ່ອງກັບຄວາມຕ້ອງການຕົວຈິງ ຂອງການພັດທະນາເສດຖະກິດ-ສັງຄົມຂອງ ແຂວງໄຊສົມບູນ ໃນໄລຍະໃໝ່ ເສີມສ້າງຄວາມເຂັ້ມແຂງໃຫ້ແກ່ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ຊ່ວຍໃຫ້ຫ້ອງວ່າການແຂວງ ເຊິ່ງເປັນເສນາທິການຊ່ວຍວຽກໃຫ້ແກ່ການນຳຂັ້ນແຂວງ ສາມາດຊີ້ນຳ-ນຳພາ ແລະ ບໍລິຫານວຽກງານຕ່າງໆ ໄດ້ຢ່າງເອກະພາບ ແລະ ມີຄຸນນະພາບດີຂຶ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa