
ໃນໂອກາດ ລົງມາເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງໄຊສົມບູນ ທ່ານ ນາງ ລໍ່ ທິ ຖຸຍ ຮ່າ, ກຳມະການຄະນະບໍລິຫານງານພັກແຂວງ, ອໍານວຍການໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ແຂວງ ເຊິນລາ ພ້ອມດ້ວຍຄະນະ ໄດ້ ຖືໂອກາດດັ່ງກ່າວ ເຂົ້າພົບປະ ທ່ານ ນາງ ຄໍາສີ ສິດທິວໍລະດາ, ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງ ໃນຕອນເຊົ້າຂອງວັນທີ 17 ພະຈິກ 2025 ນີ້ ທີ່ຫ້ອງຮັບຮອງຫ້ອງວ່າການແຂວງ ພ້ອມດ້ວຍຄະນໍາຂອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້ ທ່ານ ນາງ ລໍ່ ທິ ຖຸຍ ຮ່າ ໄດ້ແຈ້ງຈຸດປະສົງ ໃນການລົງມາເຄື່ອນໄຫວ ແລະ ເຮັດວຽກຄັ້ງນີ້ ກໍເພື່ອພົບປະແລກປ່ຽນຖອດຖອນບົດຮຽນ ວຽກງານກໍ່ສ້າງພະນັກງານໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ໃຫ້ທ່ານ ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ຮັບຊາບ. ໂອກາດດັ່ງກ່າວ ທ່ານ ນາງ ຄໍາສີ ສິດທິວໍລະດາ ໄດ້ກ່າວຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເຂົ້າມາພົບປະ ຂອງ ທ່ານ ນາງ ລໍ່ ທິ ຖຸຍ ຮ່າ ໃນຄັ້ງນີ້ ພ້ອມທັງລາຍງານໂດຍຫຍໍ້ ກ່ຽວກັບສະພາບເສດຖະກິດ-ສັງຄົມ ຂອງແຂວງໄຊສົມບູນ ໃຫ້ ທ່ານ ອໍານວຍການໂຮງຮຽນທິດສະດີການເມືອງ ແລະ ການປົກຄອງ ໄດ້ຮັບຊາບນໍາອີກ.

ຈາກນັ້ນ ທ່ານ ພ້ອມດ້ວຍຄະນະ ໄດ້ເຂົ້າພົບປະແລກປ່ຽນຖອດຖອນບົດຮຽນ ລະຫວ່າງ ແຂວງໄຊສົມບູນ ກັບ ແຂວງເຊິນລາ ໂດຍສະເພາະແມ່ນວຽກງານການກໍ່ສ້າງພະນັກງານ ຂອງໂຮງຮຽນການເມືອງ ແລະ ການປົກຄອງ ກໍເພື່ອເປັນການຍົກລະດັບໃຫ້ຖັນແຖວພະນັກງານ, ຄູສອນ, ໂຮງຮຽນ ຂອງສອງແຂວງ ໃຫ້ນັບມື້ນັບສູງຂຶ້ນ ແລະ ເຮັດໃຫ້ການສິດ-ສອນ ມີປະສິທິພາບ ແລະ ມີຄຸນນະພາບ ດີຂຶ້ນກ່ວາເກົ່າ ທັງນີ້ກໍເພື່ອ ເປັນການເສີມສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ-ສອງລັດ ສອງຊາດລາວ-ຫວຽດນາມ ໂດຍສະເພາະແມ່ນ ແຂວງໄຊສົມບູນ ແລະ ແຂວງເຊິນລາ ໃນການຮ່ວມມືຮອບດ້ານ ໃຫ້ໜັ້ນຄົງທະນົງແກ່ນຊົ່ວກາລະນານ ແນໃສ່ພັດທະນາ ໃຫ້ມີຄວາມກ້າວໜ້າຂຶ້ນ ຢ່າງບໍ່ຢຸດຢັ້ງ ພ້ອມນີ້ ທັງສອງຝ່າຍໄດ້ນໍາເອົາຂອງຂວັນທີ່ລະນຶກມາມອບໃຫ້ແກ່ກັນ ຕື່ມອີກ.