
ຕອນເຊົ້າຂອງວັນທີ 27 ພະຈິກ 2025 ນີ້ ຢູ່ທີ່ຫ້ອງປະຊຸມກອງພັນນ້ອຍ 596 ໄດ້ຈັດພິທີ ປາຖະກະຖາ 2 ວັນປະຫວັດສາດຄື: ວັນສະຖາປານາ ສາທາລະນະລັດປະຊາທິ ປະໄຕປະຊາຊົນລາວຄົບຮອບ 50 ປີ ວັນທີ 2 ທັນວາ 1975 ຫາ ວັນທີ 2 ທັນວາ 2025 ແລະ ວັນຄ້າຍວັນເກີດ ຂອງທ່ານ ປະທານ ໄກ ສອນ ພົມວິຫານ ຄົບຮອບ 105 ປີ ວັນທີ 13 ທັນວາ 1920 ຫາ ວັນ ທີ 13 ທັນວາ 2025 ໂດຍການເຂົ້າຮ່ວມ ແລະ ປາຖະກະຖາຂອງທ່ານ ສັງຄົມ ສູນດາລາ ຮອງເລຂາພັກເມືອງ ປະທານຄະນະກຳມະການປົກຄອງເມືອງລ້ອງແຈ້ງ, ມີບັນ ດາກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ທະຫານຕຳຫຼວດ, ພະນັກງານອາວຸດໂສບຳນານ, ພະນັກງານ-ລັດຖະກອນ, ອຳນາດການປົກຄອງບ້ານ, ຄູອາຈານຕະຫຼອດຮອດນ້ອງນັກຮຽນເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດດຽວກັນ ທ່ານ ສັງຄົມ ສູນດາລາ ກໍ່ໃຫ້ກຽດຂຶ້ນປາຖະກະຖາ 2 ວັນປະຫວັດສາດ ວັນສະຖາປານາ ສາທາລະນະລັດ ປະ ຊາທິປະໄຕ ປະຊາຊົນລາວຄົບຮອບ 50 ປີ ( ວັນທີ 2 ທັນ ວາ 1975 ຫາ ວັນທີ 2 ທັນ ວາ 2025 ແລະ ວັນຄ້າຍວັນເກີດ ຂອງທ່ານ ປະທານໄກ ສອນພົມວິຫານ ຄົບຮອບ 105 ປີ (ວັນທີ 13 ທັນວາ 1920 ຫາວັນ ທີ13 ທັນວາ 2025) ຊຶ່ງທ່ານໄດ້ຫວນຄືນມູນເຊື້ອການກຳເນີດເຕີບໃຫຍ່ ແລະ ການຂະຫຍາຍຕົວຂອງຊາດລາວ 50 ປີ ກ່ອນໜ້ານີ້ ປະເທດເຮົາຕົກຢູ່ພາຍໃຕ້ການປົກຄອງຂອງຈັກກະພັດຝຣັ່ງ, ປະຊາຊົນລາວ ບັນດາເຜົ່າຖືກກົດຂີ່ຂູດຮີດຢ່າງໂຫດຮ້າຍປ່າເຖື່ອນ, ບໍ່ມີສິດເສລີພາບ ແລະ ສິດທິພື້ນຖານ, ເສດຖະກິດພົບຄວາມຫຍຸ້ງຍາກ, ການສຶກສາຍັງຈຳກັດຫຼາຍ, ພື້ນຖານໂຄງລ່າງຖືກສົງຄາມທໍາລາຍຢ່າງໜັກໝວງ ແຕ່ປະຊາຊົນບັນດາເຜົ່າບໍ່ໄດ້ທໍ້ຖອຍ ແລະ ບໍ່ຍອມຈຳນົນ ເຖິງວ່າຜູ້ຮຸກຮານຈະມີກໍາລັງ ແລະ ອາວຸດທັນສະໄໝ ແຕ່ຍ້ອນປະຊາຊົນລາວມີນໍ້າໃຈຮັກຊາດ, ມີໄຫວພິກໃນການຕໍ່ສູ້ ເພື່ອກອບກູ້ເອົາເອກະ ລາດ, ມີຄວາມສາມັກຄີກັນຕໍ່ສູ້ຢ່າງພິລະອາດຫານຕ້ານການຮຸກຮານ ແລະ ການຄອບຄອງຂອງພວກລ່າເມືອງຂຶ້ນພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ ຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ສະຖາປະນາ ສປປ ລາວ ຂຶ້ນຢ່າງສະຫງ່າຜ່າເຜີຍ ໃນວັນທີ 2 ທັນວາ 1975 ລົບລ້າງລະບອບລາຊາທິປະໄຕ, ເປັນການສິ້ນສຸດແອກຄອບຄອງອັນໂຫດຮ້າຍຂອງສັກດີນາ ແລະ ລະບອບລາເມືອງຂຶ້ນ ຢູ່ປະເທດເຮົາລົງໂດຍສິ້ນເຊີງ ແລະ ໄດ້ໄຂສັງກາດໃໝ່ ແຫ່ງຄວາມເປັນເອກະລາດ ອິດສະລະພາບ ແລະ ກ້າວຂຶ້ນສັງຄົມນິຍົມ ເປັນວັນແຫ່ງໄຊຊະນະອັນຍິ່ງໃຫຍ່, ເປັນໝາກຜົນລວມຍອດແຫ່ງການຕໍ່ສູ້ທີ່ເຕັມ ໄປດ້ວຍຄວາມເສຍສະຫຼະ ຄວາມຍາກລຳບາກ ຕະຫຼອດໄລຍະຫຼາຍສິບປີ ຂອງປະຊາຊົນເຮົາ, ເປັນວັນທີ່ປະຊາຊົນລາວໄດ້ມີອິດສະລະພາບ, ອະທິປະໄຕຢ່າງຄົບຖ້ວນ ເຮັດໃຫ້ປະເທດເຮົາມີການປ່ຽນແປງຢ່າງໃຫຍ່ຫຼວງຮອບດ້ານ, ຊີວິດການເປັນຢູ່ ຂອງປະຊາຊົນບັນດາເຜົ່າ ໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ຫຼັງຈາກນັ້ນ ທ່ານກໍໄດ້ປະຖາກະຖາວັນເກີດທ່ານ ປະທານ ໄກສອນ ພົມວິຫານ ຜູ້ນໍາທີແສນເຄົາລົບຮັກຂອງປວງຊົນລາວເຮົາທັງຊາດ ໂດຍຍົກໃຫ້ເຫັນຄຸນງາມ, ຄວາມດີ, ຊີ ວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານ ໄກສອນ ພົມວິຫານ ຊຶ່ງຄຸນງາມຄວາມດີຂອງ ທ່ານ ປະທານ ໄກສອນ ພົມວິຫານ ອັນໃຫຍ່ຫຼວງທີ່ສຸດ ໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ, ເປັນນັກການເມືອງທີສະຫຼາດສ່ອງໃສ, ເພິ່ນເປັນຜູ້ນຳທີ່ເດັດຂາດ ແລະ ມີຫົວຄິດປະດິດສ້າງ, ເປັນແວນແຍງອັນໃສແຈ້ງ ແລະ ເປັນແບບຢ່າງອັນປະເສີດເລີດລໍ້າດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິວັດ, ແບບແຜນວິທີເຮັດວຽກ ແລະ ເປັນຜູ້ນຳທີ່ເປັນຄັນທຸງ ແລະ ເປັນແວ່ນແຍງແຫ່ງການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນລາວບັນດາເຜົ່າ, ຍາມໃດກໍ່ເອົາໃຈໃສ່ໃນການສ້າງຄວາມສາມັກຄີຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໄດ້ຮັບຄວາມນັບຖືຈາກມະຫາຊົນ ທັງນີ້ກໍ່ເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງປະທານໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດ ແລະ ຮໍ່າຮຽນເອົາແບບ ແຜນວິທີການເຮັດວຽກ ແລະ ການດໍາລົງ ຊີວິດຂອງເພິ່ນ ໂດຍຖືເອົາແນວຄິດ ໄກສອນ ພົມວິຫານ ໃນການຈັດຕັ້ງປັບປຸງໜ້າທີ່ວຽກງານໃຫ້ບັນລຸເປົ້າໝາຍ ແລະ ມີປະສິດທິຜົນສູງ.