
ສະຫາຍ ນາງ ຄຳສີ ສິດທິວໍລະດາ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ຫົວໜ້າອະນຸກຳມະການກອງເລຂາ ໄດ້ຕາງໜ້າໃຫ້ຄະນະປະຈຳພັກແຂວງຖະແຫຼງຂ່າວຕໍ່ຊື່ມວນຊົນ ກ່ຽວກັບການກະກຽມຄວາມພ້ອມຮອບດ້ານ ຈັດພິທີສະເຫຼີມສະຫຼອງ 2 ວັນປະຫັວດສາດ ຢູ່ແຂວງໄຊສົມບູນ ຊຶ່ງອະນຸກຳມະການຮັບຜິດຊອບວຽກງານດ້ານຕ່າງໆ ຂັ້ນແຂວງ ໄດ້ສຸມໃສ່ສ້າງແຜນວຽກ, ແຜນງົບປະມານ ແລະ ແບ່ງຄວາມຮັບຜິດຊອບໃນການລົງນຳພາ-ຊີ້ນຳ, ຕິດຕາມ, ຊຸກຍູ້ເປັນແຕ່ລະໄລຍະ, ຜ່ານການຈັດຕັ້ງປະຕິບັດວຽກງານຕົວຈິງ ມາຮອດປັດຈຸບັນໄດ້ມີຜົນສຳເລັດຄື: ໄດ້ສຸມໃສ່ກະກຽມເນື້ອໃນເອກະສານຕ່າງໆ ໃນການຈັດພິທີປາຖະກະຖາເລົ່າມູນເຊື້ອວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ, ພິທີວາງກະຕ່າດອກໄມ້ຢູ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ, ວາງພວງມາລາຢູ່ອະນຸສາວະລີຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ, ການກຳນົດເປົ້າໝາຍເຂົ້າຮ່ວມພິທີໂຮມຊຸມນຸມ ສະເຫຼີມສະຫຼອງ 2 ວັນປະຫັວດສາດ ທີ່ສູນກາງຈັດຂຶ້ນໃນວັນທີ 2 ທັນວາ 2025 ຄາດຄະເນມີທັງໝົດ 748 ສະຫາຍ, ຂັ້ນແຂວງ 483 ສະຫາຍ, ຂັ້ນເມືອງ 265 ສະຫາຍ, ສຳເລັດກະກຽມພິທີປະດັບຫລຽນກາລະນຶກ 50 ປີ. ດ້ານວຽກງານຂະບວນການ ໄດ້ມີການຈັດຕັ້ງເຜີຍແຜ່, ເຊື່ອມຊຶມຕົວຈິງ ເຮັດໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນບັນດາເຜົ່າ ກຳໄດ້ມູນເຊື້ອແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 50 ປີ, ມີຄວາມຕື່ນຕົວເຂົ້າຮ່ວມ ປະກອບສ່ວນຈັດຕັ້ງປະຕິບັດໃນທຸກຂົງເຂດວຽກງານເປັນຢ່າງດີ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນຳພາ-ຊີ້ນຳກຳລັງປະກອບອາວຸດເຄື່ອນໄຫວປ້ອງກັນ ເຮັດໃຫ້ບັນດາປະກົດການຫຍໍ້ທໍ້ໃນສັງຄົມໄດ້ຮັບການແກ້ໄຂຢ່າງທັນການ, ສະພາບພາຍໃນແຂວງມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ. ນອກນັ້ນ ໄດ້ສຸມໃສ່ຕິດຕັ້ງເຄື່ອງສື່ສານ ເພື່ອຮັບການຖ່າຍທອດສົດຈາກສູນກາງ ແລະ ສ້າງຂະບວນການອອກແຮງງານໃຫຍ່ໃນເທດສະບານແຂວງ, ຂະບວນການແຂ່ງຂັນກິລາປະເພດຕ່າງໆ, ປະດັບປະດາຕົວເມືອງ, ສະຖານທີ່ປະຊຸມ, ຕິດທຸງຊາດ, ທຸງພັກ, ທຸງປິວຢູ່ບັນດາສຳນັກງານ, ອົງການ, ເສັ້ນທາງສຳຄັນໃນຂອບເຂດທົ່ວແຂວງ ຢ່າງເປັນຂະບວນການຟົດຟື້ນ ແລະ ກວ້າງຂວາງ.
ເພື່ອຮັບປະກັນໃຫ້ແກ່ການຈັດພິທີໂຮມຊຸມນຸມໃຫຍ່ສະເຫຼີມສະຫຼອງ 2 ວັນປະຫັວດສາດ ຂໍຮຽກຮ້ອງໃຫ້ບັນດາອະນຸກຳມະການຮັບຜິດຊອບວຽກງານຕ່າງໆ, ຂັ້ນເຈົ້າໜ້າທີ່, ພະນັກງານ-ລັດຖະກອນ, ລັດວິສາຫະກິດ, ບໍລິສັດເອະຊົນ ຕະຫລອດຮອດທຸກຊັ້ນຄົນໃນສັງຄົມ ຈົ່ງຍົກສູງຄວາມຮັບຜິດຊອບໜ້າທີ່ການເມືອງຂອງຕົນ ເຂົ້າຮ່ວມຈັດຕັ້ງປະຕິບັດບັນດາວຽກງານດັ່ງກ່າວ ໃຫ້ບັນລຸຄາດໝາຍທີ່ວາງໄວ້. ໃນນີ້ໃຫ້ສຸມໃສ່ຈັດຈັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສ້າງຂະບວນການ ຮັບປະກັນໃຫ້ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ, ມີຄວາມສະຫງົບເຂັ້ມງວດ, ປະດັບປະດາຕົວເມືອງໃຫ້ມີສີສັນງາມຕາ, ອອກແຮງແຂ່ງຂັນຢ່າງຕັ້ງໜ້າ ເພື່ອເຂົ້າສູ່ການສະເຫຼີມສະຫຼອງ 2 ວັນປະຫັວດສາດ ໃຫ້ສຳເລັດຕາມແຜນທີ່ວາາງໄວ້.