ໃນຕອນເຊົ້າຂອງວັນທີ 28 ພະຈິກ 2025 ທີ່ຜ່ານມານີ້ຢູ່ທີ່ ເດີ່ນໂຮງຮຽນ ມສ ທ່າໂທມ ໄດ້ຈັດພິທີປະຖະກະຖາ 2 ວັນປະຫັວດສາດຄື: ວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ວັນທີ 2 ທັນວາ 1975-2 ທັນວາ 2025 ແລະ ວັນຄ້າຍວັນເກີດ ຂອງທ່ານປະທານໄກສອນ ພົມວິຫານຄົບຮອບ 105 ປີ ວັນທີ 13 ທັນວາ 2025 ໂດຍການເຂົ້າຮ່ວມ ແລະ ປະຖະກະຖາຂອງສະຫາຍ ສຸກສະເຫຼີມ ສົມມະນີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງທ່າໂທມ, ມີບັນດາຄະນະປະຈໍາ, ຫົວໜ້າຄະນະກົມກອງຫ້ອງການ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ, ພະນັກງານ – ລັດຖະກອນ, ອໍານາດການປົກຄອງບ້ານ,ຄູອາຈານຕະຫຼອດຮອດນ້ອງນ້ອຍນັກຮຽນເຂົ້າຮ່ວມ.

ໃນພິທີສະຫາຍ ສຸກສະເຫຼີມ ສົມມະນີ ກໍ່ໃຫ້ກຽດຂື້ນປະຖະກະຖາ 2 ວັນປະຫັວດສາດວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ (ວັນທີ 2 ທັນວາ 1975 ຫາວັນທີ 2 ທັນວາ 2025 ) ແລະ ວັນຄ້າຍວັນເກີດ ຂອງທ່ານປະທານໄກສອນ ພົມວິຫານຄົບຮອບ 105 ປີ ( ວັນທີ13 ທັນວາ 1920 ຫາວັນທີ 13 ທັນວາ 2025)ເຊິ່ງສະຫາຍໄດ້ຫວນຄ່ນມູນເຊື້ອການກໍາເນີດເຕີບໃຫ່ຍ ແລະ ການຂະຫຍາຍຕົວຂອງຊາດລາວ 50 ປີກ່ອນໜ້ານີ້ປະເທດເຮົາຕົກຢູ່ພາຍໃຕ້ການປົກຄອງຂອງຈັກກະພັດລ່າເມືອງຝຮັ່ງ, ປະຊາຊົນລາວບັນດາເຜົ່າຖືກກົດຂີ່ຂູດຮີດຢ່າງໂຫດຮ້າຍປ່າເຖື່ອນດ ບໍ່ມີສິດເສລີພາບ ແລະ ສິດຖິພື້ອນຖານ, ເສດຖະກິດພົບຄວາມຫຍຸ້ງຍາກ,ການສຶກສາຈໍາກັດຫຼາຍ, ພື້ນຖານໂຄງລ່າງຖຶກສົງຄາມທໍາລາຍຢ່າງໜັກໜ່ວງ ແຕ່ປະຊາຊົນບັນດາເຜົ່າບໍ່ໄດ້ທໍ້ຖອຍ ແລະ ບໍ່ຍອມຈໍານົນເຖິງວ່າຜູ້ຮຸກຮານຈະມີກໍາລັງ ແລະ ອາວຸດທັນສະໄໝ ແຕ່ຍ້ອນປະຊາຊົນລາວມີນ້ຳໃຈຮັກຊາດດ ມີໄຫວພິກໃນການຕໍ່ສູ້ ເພື່ອກອບກູ້ເອົາເອກະລາດ, ມີຄວາມສາມັກຄີຕໍ່ສູ້ຢ່າງພິລະອາດຫານຕໍ່ຕ້ານການຮຸກຮານ ແລະ ການຄອບຄອງຂອງພວກລ່າເມືອງຂື້ນພາຍໃຕ້ການນໍາພາຂອງພັກປະຊາຊົນລາວຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງມີໄຊ ແລະ ສະຖາປານາ ສປປ ລາວຂື້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975 ລົບລ້າງລະບອບລາຊາທິປະໄຕ, ເປັນການສິ້ນສຸດແອກຄອບຄອງອັນໂຫດຮ້າຍຂອງສັກດິນາ ແລະ ລະບອບລ່າເມືອງຂຶ້ນ ຢູ່ປະເທດເຮົາລົງໂດຍສິ້ນເຊີງ ແລະ ໄດ້ໄຂສັງກາດໃໝ່ ແຫ່ງຄວາມເປັນເອກະລາດ ແລະ ອິດສາລະພາບ ແລະ ກ້າວຂື້ນສັງຄົມນິຍົມ ເປັນວັນແຫ່ງໄຊສະນະອັນຍິ່ງໃຫ່ຍ, ເປັນໝາກຜົນລວມຍອດແຫ່ງການຕໍ່ສູ້ເຕັມໄປດ້ວຍຄວາມເສຍສະຫຼະ ຄວາມຍາກລໍາບາກຕະຫຼອດໄລຍະຫຼາຍສິບປີຂອງຊາຊົນເຮົາ, ເປັນວັນທີປະຊາຊົນລາວໄດ້ມີອິດສະຫຼະພາບ, ອະທິປະໄຕຢ່າງຄົບຖ້ວນເຮັດໃຫ້ປະເທດເຮົາມີຄວາມປ່ຽນແປງຢ່າງໃຫ່ຍຫລວງຮອບດ້ານ, ຊີວີດການເປັນຢູ່ຂອງປະຊາຊົນບັນດາເຜົ່າໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.
ຫຼັງຈາກນັ້ນ ສະຫາຍກໍ່ໄດ້ປະຖະກະຖາວັນຄ້າຍວັນເກີດ ທ່ານປະທານ ໄກສອນ ພົມວິຫານ ຜູ້ທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດໂດຍຍົກໃຫ້ເຫັນເຖິງຄຸນງາມ, ຄວາມດີ, ຊີວິດ ແລະ ການເຄື່ອນໄຫວປະຕິວັດ ຂອງປະທານໄກສອນ ພົມວິຫານ ອັນໃຫ່ຍຫຼວງທີ່ສຸດໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເປັຮນັກການເມືອງທີ່ສະຫຼາດສ່ອງໃສ, ເປັນຜູ້ນຳທີ່ເດັດຂາດ ແລະ ມີຫົວຄິດປະດິດສ້າງດ ເປັນແວ່ນແຍງອັນໃສແຈ້ງ ແລະ ເປັນແບບຢ່າງອັນປະເສີດເລີດລໍ້າດ້ານຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນວິທີເຮັດວຽກ ແລະ ເປັນຜູ້ນໍາທີ່ເປັນຄັນທຸງ ແລະ ເປັນແວ່ນແຍງແຫ່ງການເຕົ້າໂຮມຄວາມສາມັກຄີທົ່ວປວງຊົນລາວບັນດາເຜົ່າ, ຍາມໃດກໍ່ເອົາໃຈໃສ່ໃນການສ້າງສາຄວາມສາມັກຄີຮັກແພງ, ຄວາມໄວ້ເນື້ອເຊື່ອໃຈ ແລະ ໄດ້ຮັບຄວາມນັບຖືຈາກມະຫາຊົນ ທັ້ງນີ້ກໍ່ເປັນການລະນຶກເຖິງຄຸນງາມຄວາມດີ ຂອງປະທານໄກສອນ ພົມວິຫານ ທີ່ມີຕໍ່ປະເທດຊາດ ແລະ ຮໍ່າຮຽນເອົາແບບ ແຜນວິທີການເຮັດວຽກ ແລະ ການດໍາລົງຊີວິດຂອງເພິ່ນ ໂດຍຖືເອົາແນວຄິດ ໄກສອນ ພົມວິຫານ ໃນການຈັດຕັ້ງປັບປຸງໜ້າທີ່ວຽກງານໃຫ້ບັນລຸເປົ້າໝາຍ ແລະ ມີປະສິດທິຜົນສູງ.