ພິທີ ໂຮມຊຸມນຸມສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ຢູ່ແຂວງໄຊສົມບູນ

 
ແຂວງໄຊສົມບູນ ໄດ້ເຂົ້າຮ່ວມຮັບຊົມ ພິທີໂຮມຊຸມນຸມສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ( 2 ທັນວາ 1975 – 2 ທັນວາ 2025) ຜ່ານການຖ່າຍທອດສົດ ຈາກໂທລະພາບແຫ່ງຊາດລາວ ຊຶ່ງແຂວງໄຊສົມບູນນຳໂດຍ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການ, ອົງການ ກົມກອງ ອ້ອມຂ້າງແຂວງ ຕະຫລອດຮອດບັນດາພຮະສົງ-ສຳມະເນນ, ພະນັກງານ-ລັດຖະກອນ, ຜູ້ປະກອບການທຸລະກິດ, ນ້ອງນ້ອຍຊາວໜຸ່ມ-ເຍົາວະຊົນ ແລະ ປະຊາຊົນບັນດາເຜົ່າ ເຂົ້າຮ່ວມ ຢ່າງເປັນຂະບວນການຟົດຟື້ນ.
ພິທີ ໂຮມຊຸມນຸມສະເຫຼີມສະຫຼອງ ວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 2 ທັນວາ 2025 ຢູ່ທີ່ສະໜາມຫຼວງ ນະຄອນຫຼວງວຽງຈັນ ໂດຍໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ປະທານປະເທດແຫ່ງ ສປປ ລາວ ພ້ອມທັງອະດີດກຳມະການກົມການເມືອງສູນກາງພັກ. ໃນພິທີ ສະຫາຍ ທອງລຸນ ສີສຸລິດ ໄດ້ກ່າວສູນທອນພົດຕໍ່ງານໂຮມຊຸມນຸມ ຊຶ່ງຕະຫຼອດໄລຍະ 50 ປີ ແຫ່ງພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ໄດ້ກ້າວເດີນຜ່ານຜ່າອຸປະສັກ, ຄວາມຫຍຸ້ງຍາກ, ສິ່ງທ້າທາຍທົດສອບ ແລະ ການມ້າງເພທຳລາຍທຸກຮູບແບບ ຕໍ່ລະບອບໃໝ່. ພວກເຮົາ ຮັກສາໄວ້ຢ່າງໜັກແໜ້ນ ຊຶ່ງໝາກຜົນຂອງການປະຕິວັດທີ່ແລກມາໄດ້ດ້ວຍຢາດເລືອດ, ຊີວິດ, ການເສຍສະຫລະຂອງນັກປະຕິວັດ, ພະນັກງານ, ນັກຮົບ ແລະ ປະຊາຊົນລາວຜູ້ຮັກຊາດ ພາຍໃຕ້ການນຳພາອັນຖືກຕ້ອງສ່ອງໃສຂອງພັກປະຊາຊົນປະຕິວັດລາວ. ວັນຊາດທີ 2 ທັນວາ ເປັນວັນທີ່ມີຄວາມໝາຍ-ຄວາມສຳຄັນ ສຳລັບທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ ແມ່ນວັນທີ່ມີໄຊຊະນະອັນຍິ່ງໃຫຍ່ໃນປະຫວັດສາດ ແຫ່ງການຕໍ່ສູ້ກູ້ຊາດລາວເຮົາ, ເປັນວັນປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫລະພາບ, ເປັນເຈົ້າຂອງປະເທດຊາດ, ປະກາດເອກະລາດຢ່າງສົມບູນ ແລະ ມີອະທິປະໄຕຢ່າງຄົບຖ້ວນ, ເປັນປີແຫ່ງປະຫວັດສາດ ທີ່ປະຊາຊົນລາວທັງຊາດໄດ້ຮ່ວມກັນສະເຫຼີມສະຫຼອງ ແລະ ຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ກໍຄື: ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 70 ປີ, ວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ ແລະ ວັນຄ້າຍວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 105 ປີ ຊຶ່ງໃນປັດຈຸບັນນີ້ ໄດ້ພ້ອມກັນອອກແຮງແຂ່ງຂັນກັນສ້າງຜົນງານເພື່ອຂໍ່ານັບຮັບຕ້ອນ 3 ວັນປະຫວັດສາດ ໃຫ້ມີຄວາມໝາຍສຳຄັນຍິ່ງຂຶ້ນ, ພ້ອມກັນປະຕິບັດ 2 ໜ້າທີ່ຍຸດທະສາດ ໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮື່ອງຂຶ້ນຢ່າງບໍ່ຢຸດຢັ້ງ.
ຈາກນັ້ນ ໃນພິທີຍັງໄດ້ຮັບຊົມການເດີນຂະບວນສວນສະໜາມຂອງບັນດາກ້ອນກຳລັງປະກອບອາວຸດປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ກ້ອນບັນດາກະຊວງ, ອົງການຈັດຕັ້ງມະຫາຊົນ, ການສະແດງຂະບວນຝູງບິນ ຢ່າງສວຍສົດງົດງາມ. ພ້ອມນັ້ນ ພິທີ ສະເຫຼີມສະຫຼອງວັນສະຖາປານາ ສປປ ລາວ ຄົບຮອບ 50 ປີ ໃນຕອນຄໍ່າຂອງວັນດຽວກັນ ຈະມີການຈູດບັ້ງໄຟດອກ ແລະ ການສະແດງບິນໂດຮມແປຮູບ ອັນງົດງາມ ແລະ ມີຄວາມໝາຍ-ຄວາມສຳຄັນ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa