ແຂວງໄຊສົມບູນ ວາງກະຕ່າດອກໄມ້ ຢູ່ອະນຸສອນສະຖານ ປະທານ ໄກສອນພົມວິຫານ ແລະ ອະນຸສາວະລີ ຮ່ວມສໍາພັນສູ້ຮົບລາວ-ຫວຽດນາມ

 
ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 50 ປີ ວັນທີ 2 ທັນວາ 1975 ຫາ ທີ 2 ທັນວາ 2025 ແລະ ວັນຄ້າຍວັນເກີດປະທານໄກສອນພົມວິຫານ ຄົບຮອບ 105 ປີ ວັນທີ 13 ທັນວາ 1920 ຫາ ທີ 13 ທັນວາ 2025 ທີ່ໄດ້ໜູນວຽນມາບັນຈົບຄົບຮອບອີກວາລະໜຶ່ງ
ໃນຕອນເຊົ້າຂອງວັນທີ 1 ທັນວາ 2025 ນີ້ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ, ເລຂາຄະນະບໍລິຫານງານພັກແຂວງ ພ້ອມດ້ວຍ ຮອງເລຂາພັກແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າພະແນກການ, ອົງການ-ກົມກອງ ອ້ອມຂ້າງແຂວງ ແລະ ການນໍາຫຼັກແຫຼ່ງເມືອງອະນຸວົງ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ແລະ ອະນຸສາວະລີຮ່ວມສໍາພັນສູ້ຮົບລາວ – ຫວຽດນາມ ເພື່ອສະແດງຄວາມເຄົາລົບ, ຮູ້ບຸນຄຸນ, ຈົດຈໍາ ແລະ ຈາລຶກເຖິງຄຸນງາມຄວາມດີ ທີ່ມີຕໍ່ປະເທດຊາດຢ່າງລົ້ນເຫຼືອ ທີ່ບັນດາສະຫາຍນັກຮົບ ໄດ້ຄຽງບ່າຄຽງໄຫຼ່ ບົນເສັ້ນທາງປະຫວັດສາດ ທີ່ໄດ້ເສຍສະຫຼະເລືອດເນື້ອ, ເຫື່ອແຮງ ແລະ ອຸທິດຕົນ ເຂົ້າໃນພາລະກິດຕໍ່ສູ້ປົກປັກຮັກສາ ແລະ ປົດປ່ອຍຊາດ ເຮັດໃຫ້ປະເທດຊາດມີຄວາມສະຫງົບປອດໄພ ປະຊາຊົນຢູ່ດີກິນແຊບ ທັງເປັນຜູ້ນໍາທີ່ດີ, ຜູ້ນໍາທີ່ປະເສີດ ແລະ ເປັນວິລະບຸລຸດຂອງຊາດ, ຜູ້ທີ່ໄດ້ນໍາພາການຕໍ່ສູ້ກູ້ຊາດ ຈົນສາມາດຍາດໄດ້ໄຊຊະນະ ແລະ ສະຖາປະນາປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂຶ້ນ ໃນວັນທີ 2 ທັນວາ 1975
ພ້ອມນີ້ ພວກລູກຫຼານປວງຊົນລາວທັງຊາດ ເວົ້າລວມ, ເວົ້າສະເພາະ ກໍຄືຄະນະບໍລິຫານງານພັກແຂວງ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ຊາວແຂວງໄຊສົມບູນ ຂໍປະຕິຍານວ່າ ຈະສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວ ໄປໝູນໃຊ້ດ້ວຍຄວາມຈົງຮັກພັກດີ ຕໍ່ອຸດົມການ ແລະ ຈະພ້ອມກັນເພີ່ມພູນຄູນສ້າງ ໝາກຜົນຂອງການປະຕິວັດ ແລະ ຍຶດໝັ້ນລັດທິມາກ-ເລນິນ, ແນວຄິດ ປະທານ ໄກສອນ ພົມວິຫານ ໄວ້ໃນອຸດົມການຂອງພັກ ຂອງພວກເຮົາຕະຫຼອດການ ນອກນີ້ ຈະສືບຕໍ່ຂະຫຍາຍມູນເຊື້ອອັນດີງາມ ແລະ ເພີ່ມພູນຄູນສ້າງມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດກາລະນານ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa