
ໃນຕອນເຊົ້າຂອງວັນທີ 15 ທັນວາ 2025 ນີ້ ທ່ານ ຄໍາແພງ ວິລະພັນ ກໍາມະການຄະນະປະຈໍາສະພາແຫ່ງຊາດ ປະທານກໍາມາທິການກົດໝາຍ ພ້ອມດ້ວຍຄະນະ ເຂົ້າພົບປະ ການນໍາແຂວງໄຊສົມບູນ ເພື່ອແຈ້ງຈຸດປະສົງ ໃນການມາເຮັດວຽກຢູ່ແຂວງໄຊສົມບູນໃນຄັ້ງນີ້ ໂດຍໃຫ້ກຽດຕ້ອນຮັບຂອງ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເລຂາຄະນະບໍລິຫານງານພັກແຂວງພ້ອມດ້ວຍຄະນະ. ຈາກນັ້ນ ທັງສອງ ທ່ານ ພ້ອມດ້ວຍຄະນະ ກໍໄດ້ເຂົ້າຮ່ວມກອງປະຊຸມເຜີຍແຜ່ເພື່ອຄວາມຮັບຮູ້ ແລະ ເຂົ້າໃຈກ່ຽວກັບພາລະບົດບາດຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອກະກຽມໃຫ້ແກ່ການເລືອກຕັ້ງສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນແຂວງຊຸດທີ V ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ, ມີທ່ານ ແດງ ປະທຸມທອງ ປະທານສະພາປະຊາຊົນ ແຂວງໄຊສົມບູນ ພ້ອມດ້ວຍ ຮອງເລຂາພັກແຂວງ, ຄະນະປະຈຳພັກແຂວງ, ກຳມະການພັກແຂວງຕະຫຼອດຮອດ ປະທານສະພາປະຊາຊົນ ເມືອງ 5 ເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານ ແພງຄໍາ ວິລະພັນ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມ ແລະ ທ່ານໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຈົ່ງພ້ອມກັນເອົາໃຈໃສ່ຮັບຟັງ ເພື່ອສ້າງຄວາມຮັບຮູ້, ເຂົ້າໃຈຕໍ່ກັບວຽກງານສະພາແຫ່ງຊາດ ແລະ ວຽກງານສະພາປະຊາຊົນຂັ້ນແຂວງ ແລະ ກໍາແໜ້ນພາລະບົດບາດ, ສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ພ້ອມທັງແລກປ່ຽນຄໍາຄິດ-ຄໍາເຫັນໃສ່ 2 ກົດໝາຍ ເພື່ອພ້ອມກັນປັບປຸງ ໃຫ້ດີຂຶ້ນກວ່າເກົ່າ. ພ້ອມນີ້ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ກົດໝາຍວ່າດ້ວຍ ພາລະບົດບາດສິດ ແລະ ໜ້າທີ່ ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນແຂວງ ແລະ ການຄົ້ນຄວ້າກ່ຽວກັບໂຄງປະກອບກົງຈັກການຈັດຕັ້ງ, ບຸກຄະລາກອນ ຂອງສະພາປະຊາຊົນຂັ້ນແຂວງ, ການກະກຽມ ແລະ ດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງຊຸດຕໍ່ໄປ ທັງນີ້ກໍເພື່ອ ເຮັດໃຫ້ຜູ້ເຂົ້າຮ່ວມມີຄວາມຮັບຮູ້ ແລະ ເຂົ້າໃຈ ຢ່າງເລິກເຊິ່ງຕໍ່ກັບພາລະບົດບາດ, ສິດ ແລະ ໜ້າທີ່ຂອງສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແລະ ເພື່ອເຮັດໃຫ້ ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະພາປະຊາຊົນຂັ້ນແຂວງ ຊຸດທີ V ນີ້ ໃຫ້ມີຜົນສໍາເລັດ ແລະ ມີປະສິດທິຜົນສູງ. ຈາກນັ້ນ ປະທານກອງປະຊຸມໄດ້ມີຄໍາຖາມເຈາະຈີ້ມ ເພື່ອໃຫ້ຜູ້ເຂົ້າຮ່ວມກອງປະຊຸມປະກອບຄໍາຄິດ-ຄໍາເຫັນແລກປ່ຽນ ເຊິ່ງກັນ ແລະ ກັນ ຕື່ມອີກ.
