ກອງປະຊຸມ ຄັ້ງປະຖົມມະລືກ ຂອງຄະນະກຳມະການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງ ທີ 18 ແລະ ສະມາຊິກສະພາປະຊາຊົນ ແຂວງ ຊຸດທີ 5 ແຂວງໄຊສົມບູນ

ຄະນະກຳມະການເລືອກຕັ້ງ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມຄັ້ງປະຖົມມະລຶກຂຶ້ນໃນຕອນເຊົ້າຂອງວັນທີ 16 ທັນວາ 2025 ພາຍໃຕ້ການເຫັນປະທານຂອງທ່ານ ພອຍຄຳ ຮຸງບຸນຍວງ,ເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກຳມະການເລືອກຕັ້ງ ແຂວງໄຊສົມບູນ, ມີທ່ານ ແດງ ປະທຸມທອງ, ປະທານສະພາປະຊາຊົນແຂວງ, ຮອງປະທານຄະນະກຳມະການເລືອກຕັ້ງ ແລະ ບັນດາທ່ານໃນຄະນະກໍາມະການເລືອກຕັ້ງເຂົ້າຮ່ວມ.
ໂອກາດນີ້ ທ່ານ ພອຍຄຳ ຮຸ່ງບຸນຍວງ, ໄດ້ມີຄຳເຫັນກ່າວເປີດກອງປະຊຸມວ່າ : ກອງປະຊຸມໃນຄັ້ງນີ້ ເພື່ອເປັນການຄົ້ນຄວ້າປຶກສາຫາລື ແລະ ກະກຽມຄວາມພ້ອມໃຫ້ແກ່ການເລືອກຕັ້ງ ເອົາສະມາຊິກສະພາແຫ່ງຊາດປະຈຳເຂດເລືອກຕັ້ງ ທີ 18 ແລະ ສະມາຊິກສະພາປະຊາຊົນ ແຂວງ ຊຸດທີ 5, ທັງຮັບປະກັນໃຫ້ຜູ້ທີ່ມີສິດເລືອກຕັ້ງ ໃນຂອບເຂດທົ່ວ ແຂວງ ໄດ້ໃຊ້ສິດຂອງຕົນມາປ່ອນບັດຄັດເລືອກຜູ້ແທນ ສໍາລັບການເລືອກຕັ້ງເອົາບຸກຄະລາກອນທີ່ຈະລົງສະໝັກຮັບເລືອກຕັ້ງ ແມ່ນຈະໄດ້ຄົ້ນຄວ້າເລືອກເອົາຜູ້ທີ່ມີຄວາມຮູ້, ຄວາມສາມາດ, ຄຸນສົມບັດສິນທຳປະຕິວັດ, ມີຄຸນທາດການເມືອງສູງ ໂດຍສະເພາະແມ່ນ ໃຫ້ປະກອບມີ ເພດ, ເຜົ່າ,ຮຸ່ນໜຸ່ມ, ຮຸ່ນກາງ ແລະ ຮຸ່ນອາວຸໂສ ຕາມຄວາມເໝາະສົມ ເພື່ອເປັນຕົວແທນໃຫ້ແກ່ປະຊາຊົນບັນດາເຜົ່າຊາວ ແຂວງໄຊສົມບູນ ທ່ານຍັງໄດ້ຮຽກຮ້ອງໃຫ້ຜູ້ເຂົ້າຮ່ວມ ຈົ່ງພ້ອມກັນຄົ້ນຄວ້າປະກອບຄໍາຄິດ- ຄໍາເຫັນ ປຶກສາຫາລືກັນ ເພື່ອຄວາມເປັນເອກະພາບ ໃນການກະກຽມໃຫ້ແກ່ບັ້ນເລືອກຕັ້ງ ທີ່ຈະມາເຖິງໃນຕໍ້ໜ້ານີ້ ດໍາເນີນໄປຢ່າງຖືກຕ້ອງ ບັນລຸຕາມລະດັບຄາດໝາຍ.
ໃນກອງປະຊຸມ ທ່ານ ແດງ ປະທຸມທອງ ໄດ້ຜ່ານສະຕິຕົກລົງຂອງຄະນະປະຈໍາສະພາປະຊາຊົນແຂວງ ວ່າດ້ວຍການແຕ່ງຕັ້ງຄະນະກຳມະການເລືອກຕັ້ງ ແຂວງໄຊສົມບູນ. ຫຼັງຈາກນັ້ນ ທ່ານ ຄໍາພູທອນ ວົງພະຈັນ, ຮອງປະທານສະພາປະຊາຊົນ ແຂວງ ໄດ້ຜ່ານມະຕິຂອງຄະນະກຳມະການເລືອກຕັ້ງ ແຂວງ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງຄະນະກໍາມະການເລືອກຕັ້ງ ແຂວງໄຊສົມບູນ, ແຜນການດຳເນີນງານຂອງຄະນະກຳມະການເລືອກຕັ້ງ ແຂວງໄຊສົມບູນ ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ V ໃຫ້ບັນລຸໄດ້ຕາມລະດັບຄາດໝາຍທີ່ວາງໄວ້, ທັງຖືກຕ້ອງກັບລັດຖະທຳມະນູນ, ກົດໝາຍ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ, ເພື່ອກຳນົດທິດທາງວຽກງານ, ແຜນການ ແລະ ວິທີການຈັດຕັ້ງປະຕິບັດວຽກງານໃນການກະກຽມ ແລະ ການດຳເນີນການຂອງບັ້ນເລືອກຕັ້ງ ແນ່ໃສ່ເຮັດໃຫ້ການດຳເນີນງານມີຄວາມສະດວກແຕ່ຕົ້ນຕະຫຼອດໄປ ແລະ ສິ່ງສໍາຄັນແມ່ນຮັບປະກັນເລືອກເຟັ້ນເອົາຜູ້ທີ່ມີມາດຕະຖານຄົບຖ້ວນກວ່າໝູ່ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ. ນອກນີ້ ຍັງໄດ້ຮັບຟັງມະຕິ ຂອງຄະນະກໍາມະການເລືອກຕັ້ງແຂວງ ວ່າດ້ວຍການແຕ່ງຕັ້ງ ແລະ ການເຄື່ອນໄຫວ ຂອງບັນດາອານຸກຳມະການ ຄະນະກຳມະການເລືອກຕັ້ງ ແຂວງ ຕື່ມອີກ. ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມໄດ້ປະກອບຄໍາເຫັນການແລກປ່ຽນເຊິ່ງກັນ ແລະ ກັນ ເພື່ອໃຫ້ບັ້ນເລືອກຕັ້ງທີ່ຈະມາເຖິງນີ້ ດໍາເນີນໄປຢ່າງຖືກຕ້ອງຕາມທີ່ກຳນົດໄວ້.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa