ບົດຖະແຫຼ່ງຂ່າວຂອງຄະນະກໍາມະການເລືອກຕັ້ງ ຢູ່ແຂວງໄຊສົມບູນກ່ຽວກັບການກະກຽມຄວາມພ້ອມການເລືອກຕັ້ງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 18 ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງໄຊສົມບູນ ຊຸດທີ V

ບົດຖະແຫຼ່ງຂ່າວຂອງຄະນະກໍາມະການເລືອກຕັ້ງ ຢູ່ແຂວງໄຊສົມບູນກ່ຽວກັບການກະກຽມຄວາມພ້ອມການເລືອກຕັ້ງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 18 ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງໄຊສົມບູນ ຊຸດທີ V
ຂ້າພະເຈົ້າ ທ່ານນາງ ຄໍາສີ ສິດທິວໍລະດາ ຕາງໜ້າໃຫ້ຄະນະກໍາມະການເລືອກຕັ້ງ ແຂວງໄຊສົມບູນ ກໍຄືໃນນາມອະນຸກໍາມະການໂຄສະນາ, ປຸກລະດົມຂະບວນການ ໃນການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງໄຊສົມບູນ ຊຸດທີ V ຢູ່ແຂວງໄຊສົມບູນ ມີຄວາມຮູ້ສຶກເປັນກຽດຢ່າງຍິ່ງ ທີ່ໄດ້ຮັບການມອບໝາຍຈາກຄະນະກໍາມະການເລືອກຕັ້ງ ຖະແຫຼ່ງຂ່າວຕໍ່ສື່ມວນຊົນ ກ່ຽວກັບການກະກຽມຄວາມພ້ອມຮອບດ້ານຢູ່ແຂວງໄຊສົມບູນ :
ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ເປັນເຫດຫານການເມືອງຂອງຊາດ, ເປັນການເສີມຂະຫຍາຍສິດເປັນເຈົ້າຂອງປະຊາຊົນຢ່າງແທ້ຈິງ. ການດໍາເນີນການເລືອກສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງໄຊສົມບູນ ຊຸດທີ V ເປັນໄລຍະທີ່ທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ປະຊາຊົນລາວບັນດາເຜົ່າ ພວມອອກແຮງແຂ່ງຂັນກັນສ້າງຜົນງານຂໍ່ານັບຮັບຕ້ອນວັນສໍາຄັນຂອງພັກ, ຂອງຊາດ ແລະ ທ່ານຜູ້ນໍາ ເປັນຕົ້ນ: ວັນຊາດທີ 2 ວັນວາ ຄົບຮອບ 50 ປີ, ວັນຄ້າຍວັນເກີດຂອງທ່ານປະທານ ໄກສອນ ພົມວິຫານ ຄົບຮອບ 105 ແລະ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ຢ່າງເປັນຂະບວນການຟົດຟື້ນ.
ສໍາລັບຢູ່ແຂວງໄຊສົມບູນກໍເຊັ່ນດຽວກັນ, ການກະກຽມການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງໄຊສົມບູນ ຊຸດທີ V ໄດ້ດໍາເນີນດັ່ງນີ້:
1. ພາຍຫລັງໄດ້ຮັບແຈ້ງການຈາກຄະນະເລຂາທິການສະພາແຫ່ງຊາດແລ້ວ, ຄະນະປະຈໍາສະພາປະຊາຊົນແຂວງໄຊສົມບູນກໍໄດ້ມີມະຕິຕົກລົງ ສະບັບເລກທີ 89/ຄປສຂ.ຊບ, ລົງວັນທີ 11 ພະຈິກ 2025 ວ່າດ້ວຍການແຕ່ງຕັ້ງ ຄະນະກໍາມະການເລືອກຕັ້ງຢູ່ແຂວງໄຊສົມບູນ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງໄຊສົມບູນ ຊຸດທີ V ຢູ່ແຂວງໄຊສົມບູນ.
2. ຄະນະກໍາມະການເລືອກຕັ້ງຂັ້ນແຂວງໄດ້ສ້າງແຜນດໍາເນີນງານ, ສະບັບເລກທີ 02/ຄລຂ.ຊບ, ລົງວັນທີ 24 ພະຈິກ 2025 ເພື່ອດໍາເນີນການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງໄຊສົມບູນ ຊຸດທີ V ເພື່ອຈັດຕັ້ງປະຕິບັດໃຫ້ຖືກຕ້ອງຕາມ 4 ບາດກ້າວຄື:
-ບາດກ້າວທີ 1: ກະກຽມບັນດາເອກະສານພື້ນຖານ ແລະ ແຜນການຕ່າງໆຮັບໃຊ້ບັ້ນເລືອກຕັ້ງ;
-ບາດກ້າວທີ 2: ເປັນການຜັນຂະຫຍາຍບາດກ້າວທີ 1 ເປັນຕົ້ນ ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງຄະນະກໍາມະການເລືອກຕັ້ງ, ການເຊື່ອມຊຶມເອກະສານຕ່າງໆ, ຈັດຝຶກອົບຮົມ ແລະ ວຽກອື່ນໆ;
-ບາດກ້າວທີ 3: ຜັນຂະຫຍາຍວຽກງານຕ່າງໆໃນບາດກ້າວທີ 2, ດໍາເນີນການປ່ອນບັດ ແລະວຽກງານອື່ນໆ ທີ່ກ່ຽວຂ້ອງຫລາຍໜ້າວຽກ.
-ບາດກ້າວທີ 4: ດໍາເນີນການສະຫລຸບຕີລາຄາການເຄື່ອນໄຫວຕ່າງໆ , ປະກາດຜົນການເລືອກຕັ້ງພ້ອມທັງລາຍງານຜົນສໍາເລັດການເລືອກຕັ້ງຕໍ່ກອງປະຊຸມສະພາປະຊາຊົນແຂວງ, ດໍາເນີນກອງປະຊຸມຄັ້ງປະຖົມມະລຶກຂອງສະພາປະຊາຊົນຊຸດທີ V ແລະ ວຽກອື່ນໆທີ່ຕິດພັນ.
3.ພ້ອມດຽວກັນນີ້ ຄະນະກໍາມະການເລືອກຕັ້ງຢູ່ແຂວງໄຊສົມບູນ ກໍໄດ້ມີມະຕິຕົກລົງວ່າດ້ວຍການແຕ່ງຕັ້ງ ແລະ ການເຄື່ອນໄຫວຂອງບັນດາອະນະນຸກໍາມະການ ຄະນະກໍາມະການເລືອກຕັ້ງ 5 ອະນຸກໍາມະການຄື: ອະນຸກໍາມະການເລຂານຸການ, ອະນຸກໍາມະການ ໂຄງປະກອບ ແລະ ບຸກຄະລາກອນ, ອະນຸກໍາມະການໂຄສະນາ,ປຸກລະດົມຂະບວນການ, ອະນຸກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ອະນຸກໍາມະການບໍລິຫານ, ພິທີການ ແລະ ງົບປະມານ.
4. ເພື່ອເປັນການຈັດຕັ້ງຜັນຂະຫຍາຍບັນດາມະຕິແຕ່ງຕັ້ງຄະນະກໍາມະການເລືອກຕັ້ງ, ທັງເປັນປຶກສາຫາລືບັນດາໜ້າວຽກທີ່ຈະສືບຕໍ່ຈັດຕັ້ງປະຕິບັດ ຈຶ່ງໄດ້ຈັດກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະກໍາມະການເລືອກຕັ້ງ ແຂວງໄຊສົມບູນຂຶ້ນໃນຕອນເຊົ້າຂອງວັນທີ 16 ທັນວາ 2025 ຢູ່ທີ່ຫ້ອງວ່າການແຂວງໄຊສົມບູນ, ໂດຍພາຍໃຕ້ການເປັນປະທານຂອງທ່ານ ພອຍຄໍາ ຮຸ່ງບຸນຍວງ, ເລຂາຄະນະບໍລິຫານງານພັກແຂວງ, ປະທານຄະນະກໍາມະການເລືອກຕັ້ງແຂວງ ໄຊສົມບູນ.
ເພື່ອຮັບປະກັນໃຫ້ແກ່ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງໄຊສົມບູນ ຊຸດທີ V ບັນລຸຕາມ 4 ຄາດໝາຍ ຮ້ອຍສ່ວນຮ້ອຍ ຄື:
1)ໃຫ້ຜູ້ມີສິດເລືອກຕັ້ງຕື່ນຕົວ ແລະ ສະໝັກໃຈໄປປ່ອນບັດເລືອກຕັ້ງຄົບຖ້ວນຮ້ອຍສ່ວນຮ້ອຍ
2)ໃຫ້ຜູ້ມີສິດເລືອກຕັ້ງລົງຄະແນນສຽງຖືກຕ້ອງ ຮ້ອຍສ່ວນຮ້ອຍ
3)ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ ແລະ ສະຫງົບປອດໄພຮ້ອຍສ່ວນຮ້ອຍ
4)ຮັບປະກັນໃຫ້ການເລືອກຕັ້ງມີຄວາມໂປ່ງໃສ ແລະ ທັນຕາມກໍານົດເວລາ ຮ້ອຍສ່ວນຮ້ອຍ
ເພື່ອເຮັດໃຫ້ການເລືອກຕັ້ງ ສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງໄຊສົມບູນ ຊຸດທີ V ເປັນປາງບຸນໃຫຍ່ ແລະ ໄດ້ຮັບຜົນດີ, ຂ້າພະເຈົ້າ ຂໍຮຽກຮ້ອງໃຫ້ທຸກຊັ້ນຄົນໃນທົ່ວສັງຄົມ ຈົ່ງໃຫ້ການສະໜັບສະໜູນ, ມີສ່ວນຮ່ວມໃນການກະກຽມ ແລະ ດໍາເນີນການເລືອກຕັ້ງໃນຄັ້ງວັນທີ 22 ກຸມພາ 2026 ທີ່ໃກ້ຈະມາເຖິງນີ້ ໃຫ້ໄດ້ຮັບຜົນສໍາເລັດຢ່າງຈົບງາມ.
ສຸດທ້າຍນີ້, ຂໍອວຍພອນໄຊໃຫ້ບັນດາທ່ານ ຜູ້ຊົມ ແລະ ຜູ້ຟັງຈົ່ງມີສຸຂະພາບແຂງແຮງ ມີຄວາມສຸກໃນຊີວິດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa