
ກອງປະຊຸມ ສະໄໝສາມັນ ເທື່ອທີ 10 ຂອງສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ IV ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 29 ທັນວາ ນີ້ ທີ່ສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງທ່ານ ແດງ ປະທຸມທອງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18, ປະທານສະພາປະຊາຊົນ ແຂວງໄຊສົມບູນ ເປັນກຽດເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ, ປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ ມີບັນດາທ່ານການນຳພັກ-ລັດ ຂັ້ນແຂວງ, ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18 ພ້ອມດ້ວຍພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ຕະຫຼອດຮອດ ນັກປະຕິວັດອາວຸໂສ, ຜູ້ຊົງຄຸນວຸດທິ ແລະ ນັກທຸລະກິດ ເຂົ້າຮ່ວມ.

ໂອກາດນີ້ ທ່ານ ແດງ ປະທຸມທອງ ໄດ້ກ່າວສຸນທອນພົດໄຂກອງປະຊຸມ ຢ່າງເປັນທາງການ ຊຶ່ງກອງປະຊຸມໃນຄັ້ງນີ້ ຈະໄດ້ຮັບຟັງການລາຍງານ, ການພິຈາລະນາ, ການຮັບຮອງເອົາບັນຫາສໍາຄັນພື້ນຖານຂອງແຂວງ ຄື: ບົດລາຍງານ ໂດຍສັງເຂບຂອງທ່ານ ປະທານຄະນະກຳມະການປົກຄອງແຂວງ ກ່ຽວກັບການຈັດຕັ້ງປະຕິບັດວຽກງານພົ້ນເດັ່ນຂອງແຂວງໄຊສົມບູນ ໄລຍະ 5 ປີ (2021-2025) ແລະ ປະຈຳປີ 2025 ຂອງແຂວງ, ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ງົບປະມານແຫ່ງລັດ ໄລຍະ 5 ປີ ຄັ້ງທີ II (2021-2025) ແລະ ທິດທາງແຜນການ 5 ປີ ຄັ້ງທີ III (2026-2030), ການຈັດຕັ້ງປະຕິບັດ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026, ໂຄງການລົງທຶນຂອງລັດ ປະຈຳປີ 2025 ທິດທາງແຜນການ 2026, ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030), ການເຄື່ອນໄຫວ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026, ບົດລາຍງານຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈໍາປີ 2024 ຂອງອົງການກວດສອບປະຈຳພາກກາງ, ບົດລາຍງານການຈັດຕັ້ງປະຕິບັດວຽກງານ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030); ການເຄື່ອນໄຫວວຽກງານ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ຂອງອົງການກວດກາລັດແຂວງ, ບົດລາຍງານ ກ່ຽວກັບການຈັດຕັ້ງປະຕິບັດດຳລັດ 414/ລບ ໃນໄລຍະຜ່ານມາ ແລະ ທິດທາງແຜນການ 5 ປີ (2026-2030), ບົດລາຍງານການແກ້ໄຂຄວາມທຸກຍາກ ໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030), ການແກ້ໄຂຄວາມທຸກຍາກ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ຂອງແຂວງ, ບົດລາຍງານການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກ ດ້ານເສດຖະກິດ-ການເງິນໃນໄລຍະ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030), ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025), ແລະ ທິດທາງແຜນການ 5 ປີ (2026-2030), ການຈັດຕັ້ງປະຕິບັດ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ຂອງສານປະຊາຊົນແຂວງ, ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ແລະ ທິດທາງແຜນການ 5 ປີ (2026-2030), ການປະຕິບັດປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ຂອງອົງການໄອຍະການປະຊາຊົນແຂວງ, ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ 5 ປີ (2021-2025) ແລະ ຮ່າງແຜນການເຄື່ອນໄຫວວຽກງານ 5 ປີ (2026-2030), ການເຄື່ອນໄຫວວຽກງານ ປະຈຳປີ 2025, ວຽກງານຈຸດສຸມຮອດກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນແຂວງ ຊຸດທີ IV ແລະ ທິດທາງແຜນການ ປະຈໍາປີ 2026 ຂອງສະພາປະຊາຊົນແຂວງ ຊຸດທີ V ແລະ ຍັງຈະໄດ້ອອກມະຕິຮັບຮອງເອົາວຽກງານທີ່ສຳຄັນ ຈຳນວນ 8 ສະບັບ ຕື່ມອີກ.
ພ້ອມນີ້ ຍັງຈະໄດ້ຮັບຟັງການອະທິບາຍ, ຊີ້ແຈງຈາກພະແນກການ, ອົງການ ແລະ ກົມກອງ ຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາສະມາຊິກສະພາປະຊາຊົນແຂວງ. ຊຶ່ງກອງປະຊຸມຄັ້ງນີ້ ຈະໄດ້ດໍາເນີນເປັນເວລາ 2 ວັນເຄິ່ງ, ເລີ່ມແຕ່ວັນທີ 29-31 ທັນວາ 2025 ຈິ່ງຈະສຳເລັດ. ພ້ອມນີ້ ບັນດາທ່ານສາມາດສົ່ງຄໍາຄິດ-ຄໍາເຫັນ ແລະ ຄໍາສະເໜີໄປຍັງກອງປະຊຸມ ໂດຍຜ່ານໂທລະສັບສາຍດ່ວນໝາຍເລກ 026 156 ຕະຫຼອດໄລຍະຂອງກອງປະຊຸມ.