ກອງປະຊຸມເຊື່ອມຊຶມເອກະສານເລືອກຕັ້ງ ສສຊ ຊຸດທີ10 ແລະ ສສຂ ຊຸດທີ 5 ຢູ່ເມືອງ ຮົ່ມ

ໃນຕອນເຊົ້າວັນທີ 15 ມັງກອນ 2026 ນີ້ ທີ່ສະໂມສອນເມືອງຮົ່ມ ແຂວງໄຊສົມບູນ ໄດ້ຈັດມີກອງປະຊຸມປະກາດການແຕ່ງຕັ້ງຄະນະກຳມະການເລືອກຕັ້ງຂັ້ນເມືອງ ແລະ ເຊື່ອມຊືມເອກະສານເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 18 ແຂວງໄຊສົມບູນ ຊຸດທີ 10 ແລະ ສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງຮົ່ມ ຊຸດທີ 5, ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ຄຳພູທອນ ວົງພະຈັນ ຮອງປະທານສະພາປະຊາຊົນແຂວງ, ມີບັນດາອະນຸກຳມະການໂຄສະນາ ແລະ ຂະບວນການ ເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ່ 18 ຊຸດທີ 10 ແລະ ສະມາຊິກສະພາປະຊາຊົນແຂວງ ປະຈໍາເມືອງ ຊຸດທີ 5 ຂັ້ນແຂວງ, ມີບັນດາຫົວໜ້າ, ຄະນະຫ້ອງການ, ກົມກອງຂອງເມືອງ ເຂົ້າຮ່ວມ.
ໃນປະຊຸມທ່ານ ສົມດີ ຈັນທະວົງ ປະທານກຳມະການວັດທະນະທຳ-ສັງຄົມ ແລະ ບັນດາເຜົ່າສະພາປະຊາຊົນແຂວງ ໄດ້ຜ່ານມະຕິຂອງຄະນະປະຈຳສະພາປະຊາຊົນແຂວງໄຊສົມບູນ ສະບັບເລກທີ 101/ຄປສຂ-ຊບ ລົງວັນທີ່ 31 ຕຸລາ 2025 ວ່າດ້ວຍ ການແຕ່ງຕັ້ງຄະນະກໍາມາການເລືອກຕັ້ງຂັ້ນເມືອງ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ່ 10 ແລະ ສະພາປະຊາຊົນແຂວງ ຊຸດທີ 5 ຢູ່ເມືອງຮົ່ມ ຈຳນວນ 25 ທ່ານ, ຍິງ 3 ທ່ານ ເພື່ອນຳພາ-ຊິ້ນຳວຽກງານທຸກດ້ານ ໃຫ້ແກ່ການກະກຽມກ່ອນການເລືອກຕັ້ງ, ການດຳເນີນການເລືອກຕັ້ງ ແລະ ການສະຫຼູບຜົນສຳເລັດຂອງການເລືອກຕັ້ງ ຂອງເມືອງຮົ່ມ ລາຍງານໃຫ້ຄະນະກຳມະການຂັ້ນແຂວງ, ພ້ອມນີ້ ຍັງໄດ້ເຊື່ອມຊືມບັນດາເອກະສານຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ່ 10 ແລະ ສະພາປະຊາຊົນແຂວງ ຊຸດທີ 5 ເປັນຕົ້ນແມ່ນ ເຊື່ອມຊືມ ແລະ ເຜີຍແຜ່ ມະຕິກົມການເມືອງສູນກາງພັກ ກ່ຽວກັບ ການເພີ່ມທະວິການນຳພາ-ຊິ້ນຳ ຂອງອົງຄະນະພັກທຸກຂັ້ນ, ເພີ່ມທະວີການນຳພາແນວຄິດ, ເສີມຂະຫຍາຍປະຊາທິປະໄຕ ຂອງປະຊາຊົນລາວບັນດາເຜົ່າ, ກຳແໜ້ນເນື້ອໃນສຳຄັນຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ 10 ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ 5 ໃຫ້ດຳເນີນຢ່າງຖຶກຕ້ອງຕາມກົດໝາຍ, ສອດຄ່ອງກັບສະພາບຕົວຈິງ ຂອງແຕ່ລະທ້ອງຖີ່ນ ແລະ ມີປະສິດທິຜົນ.
ຕອນທ້າຍຂອງກອງປະຊຸມ ທ່ານປະທານກອງປະຊຸມໄດ້ຊີ້ນໍາ ແລະ ມອບໝາຍໃຫ້ຄະນະກຳມະການເລືອກຕ້້ງຂັ້ນເມືອງ ຮີບຮ້ອນຈັດກອງປະຊຸມ ເພື່ອແບ່ງວຽກ, ແບ່ງຄວາມຮັບຜິດຊອບ ແລະ ກະກຽມໃຫ້ທັນກັບເວລາຂອງການເລືອກຕັ້ງທີ່ຈະມາເຖີງໃນມໍ່ໆນີ້

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa