
ແຂວງໄຊສົມບູນ ເຂົ້າຮ່ວມ ພິທີໂຮມຊຸມນຸມຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XII ຂອງພັກ ຜ່ານວິດີໂອທາງໄກ ໃນຕອນເຊົ້າຂອງວັນທີ 9 ມັງກອນ ນີ້ ທີ່ສະໂມສອນຂອງແຂວງ, ໂດຍການເຂົ້າຮ່ວມຂອງສະຫາຍປອ ທອງປະເສີດ ໄຊຍະລາດ ຄະນະປະຈໍາພັກແຂວງ, ຮອງປະທານຄະນະກຳມະການປົກຄອງແຂວງ, ມີການນໍາພັກ-ລັດ ແຂວງ, ບັນດາພະແນກ, ອົງການ, ກົມກອງອ້ອມຂ້າງແຂວງ ພ້ອມດ້ວຍການນໍາເມືອງອະນຸວົງ ຕະຫຼອດຮອດນ້ອງນ້ອຍນັກຮຽນ ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຊົມການຖ່າຍທອດສົດການສະແດງສິລະປະ-ວັນນະຄະດີ, ຮ້ອງເພງ ຢ່າງເປັນຂະບວນການຟົດຟື້ນ ພ້ອມທັງຮັບຟັງ ສະຫາຍ ອານຸພາບ ນຸນາລົມ ເລຂາຄະນະພັກ ນະຄອນຫຼວງວຽງຈັນ, ກ່າວຄຳປາໃສຕໍ່ຜົນສຳເລັດກອງປະຊຸມ ຊຶ່ງທ່ານໄດ້ໃຫ້ຮູ້ວ່າກອງປະຊຸມໃຫຍ່ ໄດ້ພິຈາລະນາ ແລະ ຮັບຮອງເອົາໂຄງການການເມືອງ ສະບັບທີ 03 ຂອງພັກ 11 ຂໍ້; ໂຄງການການເມືອງ ສະບັບນີ້ ຖືເປັນບາດກ້າວເດີນ, ເປັນພື້ນຖານໃຫ້ແກ່ການສ້າງບາດລ້ຽວ ທີ່ໜັກແໜ້ນ ທັງເປັນຍຸດທະສາດ ແລະ ວິໄສທັດຂອງພັກ ໃນພາລະກິດບູລະນະລະບອບປະ ຊາທິປະໄຕປະຊາຊົນ ກ້າວຂຶ້ນສູ່ສັງຄົມນິຍົມ . ພ້ອມທັງໄດ້ຕີລາຄາຢ່າງສັງລວມ ການຈັດຕັ້ງປະຕິບັດໂຄງການການຕີລາຄາຢ່າງພາວະວິໄສ ເຖິງໝາກຜົນແຫ່ງການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ໃນ 05 ປີ ຜ່ານມາ ທີ່ສາມາດຜ່ານຜ່າຄວາມຫຍຸ້ງຍາກ ແລະ ແກ້ໄຂບັນຫາທີ່ເກີດຂຶ້ນ ໄດ້ໂດຍພື້ນຖານ, ເສດຖະກິດ-ສັງຄົມ ຍັງຮັກສາທ່ວງທ່າເຕີບໂຕຕໍ່ເນື່ອງ, ກອງປະຊຸມໃຫຍ່ ໄດ້ເປັນເອກະພາບສູງ ຮັບຮອງເອົາ 07 ບົດຮຽນ ແຫ່ງການນໍາພາ ແລະ ພຶດຕິກໍາຂອງພັກເຮົາ ໄລຍະ 05 ປີ ຜ່ານມາ ກໍຄື 40 ປີ ແຫ່ງການປ່ຽນແປງໃໝ່ ເພື່ອເປັນບ່ອນອີງສໍາຄັນ ໃຫ້ແກ່ການສືບຕໍ່ເສີມຂະຫຍາຍຢ່າງປະດິດສ້າງ ແລະ ເລິກເຊີ່ງ ເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ, ພ້ອມນີ້ ໄດ້ຢືນຢັນດ້ວຍຄວາມຕັດສິນໃຈສູງ ທີ່ຈະສືບຕໍ່ພາປະເທດຊາດ ກ້າວຂື້ນສູ່ຄວາມຈະເລີນວັດທະນາ ພາຍໃຕ້ຄໍາຂວັນ “ ຍົກສູງບົດບາດການນໍາພາທີ່ເຂັ້ມແຂງ ຂອງພັກ, ຕັ້ງໜ້າສ້າງເສດຖະກິດ ເອກະລາດ ເປັນເຈົ້້າຕົນເອງ, ສືບຕໍ່ບູລະນະລະບອບປະຊາທິປະໄຕປະຊາຊົນ ໃຫ້ໜັກແໜ້ນກ້າວຂຶ້ນສູ່ສັງຄົມນິຍົມ” ພ້ອມດຽວກັນນີ້ ກອງປະຊຸມໃຫຍ່ ໄດ້ເລືອກຕັ້ງເອົາຄະນະບໍລິຫານງານສູນກາງພັກ ສະໄໝທີ XII ເຊິ່ງປະກອບດ້ວຍກໍາມະການສົມບູນ ຈໍານວນ 73 ສະຫາຍ, ຍິງ 12 ສະຫາຍ ແລະ ກໍາມະການສໍາຮອງ ຈໍານວນ 15 ສະຫາຍ, ຍິງ 2 ສະຫາຍ, ກໍາມະການກົມການເມືອງສູນກາງພັກ ຈໍານວນ 13 ສະຫາຍ, ຍິງ 01 ສະຫາຍ; ເລຂາທິການສູນກາງພັກ ຈໍານວນ 11 ສະຫາຍ, ຍິງ 04 ສະຫາຍ; ກອງປະຊຸມ ໄດ້ເປັນເອກະພາບສູງ ເລືອກເອົາ ສະຫາຍ ທອງລຸນ ສີສຸລິດ ເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ; ໄດ້ເລືອກເອົາ ສະຫາຍ ວັນໄຊ ພອງສະຫວັນ ເປັນປະທານຄະນະກວດກາ ແລະ ຮອງປະທານຄະນະກວດກາສູນກາງພັກ ຈໍານວນ 06 ສະຫາຍ, ເພື່ອເປັນແກ່ນສານນໍາພາທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວປວງຊົນລາວທັງຊາດ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ມີຜົນສໍາເລັດຕົວຈິງ.

ນອກນີ້ ສະຫາຍ ຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍ ຈົ່ງສືບຕໍ່ສ້າງບາດກ້າວບຸກທະລຸ ແລະ ນະໂຍບາຍ 3 ເປີດ ໃນການຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ກໍຄືມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ໄດ້ຮັບຜົນສຳເລັດ ທີ່ໃຫຍ່ຫຼວງກວ່າເກົ່າ, ຕ້ອງໄດ້ຕັ້ງໜ້າອອກແຮງ ແລະ ຖືເອົາມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ເປັນເຂັມທິດເຍືອງທາງ ເພື່ອເຊື່ອມສານກັບມະຕິກອງປະຊຸມໃຫຍ່ ຂອງບັນດາກະຊວງ, ອົງການທຽບເທົ່າ ຂັ້ນສູນກາງ ແລະ ມະຕິກອງປະຊຸມໃຫຍ່ ອົງຄະນະພັກນະຄອນຫຼວງວຽງຈັນ, ມະຕິກອງປະຊຸມໃຫຍ່ຂອງອົງຄະນະພັກແຂວງ ຍູ້ແຮງພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່ ໃຫ້ມີທ່າກ້າວຂະຫຍາຍຕົວຢ່າງຕໍ່ເນື່ອງ ແລະ ກ້າວຂື້ນຢ່າງແຂງແຮງ ແລະ ບໍ່ຢຸດຢັ້ງ. ແລະ ຍັງຮຽກຮ້ອງມາຍັງຄະນະພັກ, ອົງການປົກຄອງທຸກຂັ້ນ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາ ຊົນ ແລະ ອົງການຈັດຕັ້ງສັງຄົມ, ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາລາວບັນດາເຜົ່າ ທົ່ວປະເທດ ກໍຄື ພີ່ນ້ອງຮ່ວມຊາດ ຈົ່ງເສີມຂະຫຍາຍມູນເຊື້ອຄວາມສາມັກຄີເປັນປຶກແຜ່ນ, ຮັກເຊື້ອແພງຊາດ, ເຊີດຊູມານະຈິດປະຕິວັດ, ຄວາມອົດທົນ ສູ້ຊົນບຸກບືນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍທົດສອບນາໆປະການ ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ໃຫ້ປະກົດຜົນເປັນຈິງ.
