ກອງປະຊຸມເຜີຍແຜ່, ເຊື່ອມຊຶມ ເອກະສານເລືອກຕັ້ງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 18 ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງໄຊສົມບູນ ຊຸດທີ V ໃຫ້ຂົງເຂດເສດຖະກິດ

 ໃນຕອນບ່າຍຂອງວັນທີ 21 ມັງກອນ 2026 ນີ້ ຄະນະກຳມະການເລືອກຕັ້ງຂຶ້ນແຂວງ ໄດ້ລົງເຜີຍແຜ່, ເຊື່ອມຊຶມເອກະສານເລືອກຕັ້ງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 18 ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງໄຊສົມບູນ ຊຸດທີ V ໃຫ້ແກ່ສະມາຊິກພັກ-ພະນັກງານຫຼັກແຫຼ່ງຂົງເຂດເສດຖະກິດ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ນາງ ຄຳສີ ສິດທິວໍລະດາ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົມຮົມ ແຂວງໄຊສົມບູນ, ຮອງຫົວໜ້າອະນຸກຳມະການໂຄສະນາ ປຸກລະດົມຂະບວນການ ມີຫົວໜ້າ, ຮອງຫົວໜ້າພະແນກການ ຂົງເຂດເສດຖະກິດ, ບັນດາທະນາຄານ,ລັດວິສາຫະກິດ ແລະ ບໍລິສັດໂທລະຄົມມະນາຄົມ ແລະ ການສື່ສານ ຕະຫຼອດຮອດພະນັກງານຕໍາແໜງປະເພດ 5 ຂຶ້ນໄປເຂົ້າຮ່ວມ.
ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ເຊື່ອມຊຶມບັນດາເອກະສານທີ່ສຳຄັນ ຈຳນວນ 4 ສະບັບເປັນຕົ້ນແມ່ນ: ເຊື່ອມຊຶມຜັນຂະຫຍາຍມະຕິກົມການ ເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີນຳພາ-ຊີ້ນໍາຂອງອົງຄະນະພັກທຸກຂັ້ນຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ສະມາຊິກ ສະພາປະຊາຊົນແຂວງ ຊຸດທີ V, ເອກະສານ ເພີ່ມທະວີນໍາພາແນວຄິດ ເສີມຂະຫຍາຍ ປະຊາທິປະໄຕຂອງປະຊາຊົນລາວບັນດາເຜົ່າ ເພື່ອການເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ສະມາຊິກສະພາປະຊາຊົນ ແຂວງ ຊຸດທີ V, ເນື້ອໃນສໍາຄັນຂອງກົດໝາຍວ່າດ້ວຍການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ສະມາຊິກ ສະພາປະຊາຊົນແຂວງ ຊຸດທີ V ແລະ ເຊື່ອມຊຶມ ການຈັດຕັ້ງປະຕິບັດແຜນດໍາເນີນງານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ສະມາຊິກສະພາ ປະຊາຊົນແຂວງ ຊຸດທີ V. ທັງນີ້ກໍເພື່ອສ້າງຄວາມຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ຕໍ່ກັບຄວາມໝາຍຄວາມສຳຄັນ ແລະ ເນື້ອໃນຈິດໃຈຂອງເອກະສານ ທີ່ກ່ຽວຂ້ອງກັບການເລືອກຕັ້ງເພື່ອໃຫ້ພະນັກງານ, ລັດຖະກອນ, ນັກທຸລະກິດ ແລະ ຜູ້ປະກອບການໃນຂົງເຂດເສດຖະກິດ ກຳໄດ້ເນື້ອໃນຈິດໃຈ, ຫຼັກການ, ແລະ ຂັ້ນຕອນຂອງການເລືອກຕັ້ງ ເຊິ່ງແມ່ນການສ້າງຄວາມເຂົ້າໃຈກ່ຽວກັບສິດ ແລະ ພັນທະ ຂອງພົນລະເມືອງລາວໃນການເລືອກເອົາຕົວແທນຂອງຕົນເຂົ້າໃນອົງການອຳນາດລັດ. ພ້ອມທັງເປັນການປຸກລະດົມໃຫ້ທຸກພາກສ່ວນໃນຂົງເຂດເສດຖະກິດມີສ່ວນຮ່ວມຢ່າງຕັ້ງໜ້າ, ຮັບປະກັນໃຫ້ການເລືອກຕັ້ງທີ່ຈະມາເຖິງດຳເນີນໄປດ້ວຍ ຄວາມສະຫງົບ, ປອດໄພ, ມີຄວາມເປັນລະບຽບຮຽບຮ້ອຍ ແລະ ບັນລຸຜົນສຳເລັດຕາມລະດັບຄາດໝາຍທີ່ວາງໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa