ກອງປະຊຸມ ຝຶກອົບຮົມ ແລະ ເຊື່ອມຊຶມບັນດາເອກະສານ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ V

ຄະນະກຳມະການເລືອກຕັ້ງຂັ້ນແຂວງ ໄດ້ຈັດກອງປະຊຸມ ຝຶກອົບຮົມ ແລະ ເຊື່ອມຊຶມບັນດາເອກະສານ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ V ຂຶ້ນໃນຕອນເຊົ້າຂອງວັນທີ 21 ມັງກອນ 2026 ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຮ່ວມຂອງທ່ານ ແດງ ປະທຸມທອງ ປະທານສະພາປະຊາຊົນແຂວງ, ຮອງປະທານຄະນະກຳມະການເລືອກຕັ້ງຂັ້ນແຂວງ ແລະ ທ່ານ ເລັ່ງຊົ່ງ ຕົ່ງສີ ຄະນະປະຈຳພັກແຂວງ ປະທານແນວລາວສ້າງຊາດແຂວງ, ມີ ທ່ານ ອຸດອນ ສິງດາລາ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງ ພ້ອມດ້ວຍອະນຸກຳມະການເລືອກຕັ້ງ ຕະຫລອດຮອດພະນັກງານຫຼັກແຫຼ່ງ ຜູ້ທີ່ມີຕຳແໜ່ງປະເພດ 5 ຂຶ້ນໄປທີ່ຢູ່ຂົງເຂດການເມືອງ, ຂົງເຂດວັດທະນະທຳ-ສັງຄົມ, ບັນດາໂຮງຮຽນການເມືອງ, ໂຮງໝໍ ແລະ ກອງພັນໃຫຍ່ ຈໍ 101 ເຂົ້າຮ່ວມ.
ໃນກອງປະຊຸມ ທ່ານ ແດງ ປະທຸມທອງ ໄດ້ມີຄຳເຫັນກ່າວເປີດກອງປະຊຸມ ຊຶ່ງທ່ານໄດ້ໃຫ້ຮູ້ວ່າ ການເຜີຍແຜ່ເຊື່ອມຊຶມເອກະສານທີ່ຕິດພັນກັບບັ້ນເລືອກຕັ້ງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ V ຄັ້ງນີ້ ແມ່ນເພື່ອຮັບປະກັນໃຫ້ການເລືອກຕັ້ງມີຄວາມເປັນເອກະພາບ ໃຫ້ມີຜົນສຳເລັດໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງອັນມີກຽດ ທີ່ໄດ້ຮັບມອບໝາຍ ແລະ ສອດຄ່ອງກັບກົດໝາຍ ຊຶ່ງຈະໄດ້ເຊື່ອມຊຶມບັນດາເອກະສານຕ່າງໆທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດໜ້າທີ່ ເພື່ອກຽມຄວາມພ້ອມໃຫ້ແກ່ການເລືອກຕັ້ງ ຈຳນວນ 4 ສະບັບ ຈາກບັນດາທ່ານຄະນະກຳມະການເລືອກຕັ້ງຄື: ເຊື່ອມຊຶມຜັນຂະຫຍາຍມະຕິກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີນຳພາ-ຊີ້ນຳຂອງອົງຄະນະພັກທຸກຂັ້ນຕໍ່ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ເພີ່ມທະວີນຳພາແນວຄິດ ເສີມຂະຫຍາຍປະຊາທິປະໄຕປະຊາຊົນລາວບັນດາເຜົ່າ ເພື່ອການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງ ຊຸດທີ V, ເນື້ອໃນສຳຄັນຂອງກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ແລະ ການເຊື່ອມຊຶມ ການຈັດຕັ້ງປະຕິບັດແຜນດຳເນີນງານຂອງຄະນະກຳມະການເລືອກຕັ້ງຂັ້ນແຂວງ. ທັງນີ້ ກໍເພື່ອຮັບປະກັນໃຫ້ແກ່ການກະກຽມ ແລະ ການດຳເນີນງານຂອງບັ້ນເລືອກຕັ້ງ ໄດ້ດຳເນີນໄປຕາມຈິດໃຈການນຳພາ-ຊີ້ນຳ ຂອງມະຕິຕົກລົງກົມການເມືອງສູນກາງພັກ ທັງຖືກຕ້ອງກັບລັດຖະທຳມະນູນ, ກົດໝາຍ ແລະ ສອດຄ່ອງກັບສະພາບຄວາມເປັນຈິງຂອງທ້ອງຖິ່ນ, ຮັບປະກັນເລືອກເຟັ້ນເອົາ ຜູ້ທີ່ມີມາດຖານຄົບຖ້ວນກວ່າໝູ່ ຕາມທີ່ໄດ້ກຳນົດໄວ້ໃນກົດໝາຍ ແລະ ຮັບປະກັນການປ່ອນບັດເລືອກຕັ້ງ ມີຄວາມໂປ່ງໃສ ແລະ ສຳເລັດຕາມກຳນົດເວລາ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa