
ໃນຕອນເຊົ້າຂອງວັນທີ 28 ມັງກອນ 2026 ນີ້ ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ໄດ້ຈັດກອງປະຊຸມເຜີຍແຜ່, ເຊື່ອມຊຶມບັນດາ ເອກະສານເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະສະມາຊິກສະພາປະຊາຊົນແຂວງ ຊຸດທີ V ຂຶ້ນທີສະໂມສອນເມືອງອະນຸວົງ ໂດຍການເປັນປະທານຂອງທ່ານ ພັດທະນາ ສີສົມພອນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ອະນຸວົງ ປະທານຄະນະກໍາມະການເລືອກຕັ້ງຂັ້ນເມືອງ, ມີບັນດາຫົວໜ້າໜ່ວຍງານ, ຮອງຫົວໜ້າ ມີພະນັກງານ-ລັດຖະກອນ, ທະທານ, ຕໍາຫຼວດ, ພໍ່ແມ່ປະຊາຊົນຜູ້ມີສິດເລືອກຕັ້ງ 4 ບ້ານເທດສະບານເມືອງ ເຂົ້າຮ່ວມ.

ໃນກອງປະຊຸມ ທ່ານ ພັດທະນາ ສີສົມພອນ ກໍາມະການພັກແຂວງ ເລຂາພັກເມືອງ ປະທານຄະນະກໍາມະການເລືອກຕັ້ງ ໄດ້ເຊື່ອມຊຶມ ເອກະສານ ກໍາເເໜ້ນເນື້ອໃນສໍາຄັນຂອງກົດໝາຍ ວ່າດ້ວຍ ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ່ X ແລະສະມາຊິກສະພາປະຊາຊົນແຂວງຊຸດທີ V ດໍາເນີນໃຫ້ຖືກຕ້ອງຕາມກົດໝາຍ, ສອດຄ່ອງກັບສະພາບຕົວຈິງຂອງແຕ່ລະທ້ອງຖິ່ນ. ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ແມ່ນຂະບວນການປະຕິວັດ ໜ້າທີ່ການເມືອງ ແລະ ສິດ ປະຊາທິປະໄຕ ຂອງພົນລະເມືອງລາວໃນການເລືອກຕັ້ງເອົາບຸກຄົນ ທີ່ມີມາດຕະຖານຄົບຖ້ວນເຂົ້າໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນແຫ່ງສິດອໍານາດ ຂອງປະຊາຊົນລາວບັນດາເຜົ່າ. ພ້ອມນັ້ນ ໃນການເລືອກເອົາບຸກຄົນທີ່ມີມາດຕະຖານຄົບຖ້ວນ ເຂົ້າໃນໃນສະພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນແຫ່ງສິດອໍານາດຂອງປະຊາຊົນລາວບັນດາເຜົ່າ, ພົນລະເມືອງລາວທຸກຄົນໂດຍບໍ່ຈໍາແນກ, ເພດ, ເຜົ່າ, ຖາໜ້າທາງດ້ານເສດຖະກິດສັງຄົມ, ຄວາມເຊື່ອຖື, ສາສະໜາ, ທີ່ຕັ້ງພູມລໍາເນົາ ບໍ່ເປັນບ້າເສຍຈິດ, ບໍ່ຖືກສານຕັດສິນລົງໂທດ, ຜູ້ສະໝັກ ຮັບເລືອກຕັ້ງຕ້ອງມີອາຍຸ 18 ປີຂຶ້ນໄປລ້ວນແຕ່ມີສິດເລືອກຕັ້ງ ແລະ ຜູ້ສະໝັກຮັບເລືອກຕັ້ງສະມາຊິກສະພາຕັ້ງມີອາຍຸແຕ່ 21 ປີຂຶ້ນໄປທີ່ມີມາດຕະຖານຄົບຖ້ວນຕາມກົດໝາຍ. ພ້ອມກັນນັ້ນ ໄດ້ເຜີຍແຜ່ເອກະສານຖາມ-ຕອບກ່ຽວກັບການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ່ X ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ V ເພື່ອໂຄສະນາເຜີຍແຜ່ ຮໍ່າຮຽນໃຫ້ຜູ້ມີສິດເລືອກຕັ້ງທົ່ວໄປ ແນໃສ່ເຮັດໃຫ້ການເລືອກຕັ້ງຄັ້ງນີ້ ຖືກຕ້ອງຕາມລັດຖະທໍາມະນູນ, ກົດໝາຍ, ມີຜົນສໍາເລັດຕາມຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໃວ້.

ທ້າຍກອງປະຊຸມ ທ່ານ ພັດທະນາ ສີສົມພອນ ໄດ້ຮຽກຮ້ອງມາຍັງບັນດາ ຜູ້ທີ່ມີສິດປ່ອນບັດເລືອກຕັ້ງຈົ່ງເອົາໃຈໃສ່ກໍາແໜ້ນບັນດາເນື້ອໃນເອກະສານ, ບັນດາຂໍ້ຫ້າມຕ່າງໆ ແລະ ໜ້າທີ່ຂອງຜູ້ມີສິດເລືອກຕັ້ງ ເພື່ອເຮັດໃຫ້ການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ່ X ແລະ ສະມາຊິກສະພາປະຊາຊົນແຂວງຊຸດທີ V ຮັບປະກັນ ແລະ ບັນລຸຕາມລະດັບຄາດໝາຍ 400 ສ່ວນຮ້ອຍ.