
ໃນຕອນເຊົ້າຂອງວັນທີ່ 28 ມັງກອນ ປີ 2026 ທີ່ຜ່ານມານີ້ ສະຫະພັນກໍາມະບານເມືອງ ໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງສະຫະພັນກໍາມະບານລາວ ຄົບຮອບ 70 ປີ ( ວັນທີ 1 ກຸມພາ 1956 – 1 ກຸມພາ 2026) ຂຶ້ນທີ່ສະໂມສອນຫ້ອງວ່າການເມືອງທ່າໂທມ ໂດຍການເປັນປະທານຂອງທ່ານ ຈັນທະວົງ ມົວຫວ່າງຢ່າ ກໍາມະການພັກເມືອງ , ຄະນະບໍລິຫານງານສະຫະພັນກໍາມະບານແຂວງ, ປະທານສະຫະພັນກໍາມະບານເມືອງ, ໂດຍການເຂົ້າຮ່ວມຂອງທ່ານ ສຸພີສີ ລິລັດ ກໍາມະການປະຈໍາພັກເມືອງ, ປະທານແນວລາວສ້າງຊາດເມືອງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ມີບັນດາສະມະຊິກກໍາມະບານອອ້ມຂ້າງຂອງເມືອງເຂົ້າຮ່ວມ.

ໃນພິທີ ທ່ານ ຈັນທະວົງ ມົວຫວ່າງຢ່າ ເລົ່າເຖິງມູນເຊື້ອການກໍາເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວ ຂອງສະຫະພັນກໍາມະບານລາວ ຄົບຮອບ 70 ປີ ( ວັນທີ 1 ກຸມພາ 1956 – 1 ກຸມພາ 2026), ນັບແຕ່ປີ 1893 ເປັນຕົ້ນມາ ປະເທດພວກເຮົາແມ່ນຕົກຢູ່ພາຍໃຕ້ການປົກຄອງຂອງພວກລ່າເມືອງຂຶ້ນຝຣັ່ງ , ກໍາມະກອນລາວໄດ້ຖືກກົດຂີ່ຂູດຮີດແຮງງານຢ່າງໜັກໜ່ວງຈະແມ່ນທາງດ້ານເສດຖະກິດ, ວັດທະນະທໍາສັງຄົມ, ພວກເຂົາບັງຄັບກໍາມະກອນໃຫ້ອອກແຮງງານ 14-16 ຊົ່ວໂມງຕໍ່ມື້, ອອກແຮງງານຫຼາຍແຕ່ຄ່າຕອບແທນໜ້ອຍ, ຍ້ອນທົນຕໍ່ການກົດຂີ່ ກໍາມະກອນ ຜູ້ອອກແຮງງານ ແລະ ປະຊາຊົນລາວບັນດາເຜົ່າ ຈຶ່ງໄດ້ລຸກຂຶ້ນຕໍ່ສູ້ຢ່າງອົງອາດກ້າຫານຫຼາຍຄັ້ງ ເປັນຕົ້ນ: ການຕໍ່ສູ້ຂອງກໍາມະກອນຢູ່ບໍ່ກົ່ວໂພນຕີ້ວ, ກໍາມະກອນໄຟຟ້າວຽງຈັນ, ກໍາມະກອນແລ່ນເຮືອຈັກຈໍາປາສັກ, ຫຼວງພະບາງ, ກໍາມະກອນສ້າງທາງເລກ 9 ແລະ ພາກສ່ວນອື່ນໆ, ມາເຖິງປີ 1934 ທົ່ວແຄ້ນລາວມີສະມາຊິກພັກຄອມມູນິດ 32 ສະຫາຍ, ມີສະມາຊິກກໍາມະບານຈໍານວນ 55 ສະຫາຍ, ພັກກອມມູນິດໄດ້ຍູ້ແຮງວຽກງານປຸກລະດົມຂົນຂວາຍມະຫາຊົນຢູ່ເຂດຊົນນະບົດ, ບໍລິເວນຊົນເຜົ່າ, ຖືຊາວໄຮ່ນາເປັນກໍາລັງພື້ນຖານຂອງການປະຕິວັດ, ມາຮອດໃນໄລຍະປີ 1946-1955 ພວກລ່າເມືອງຂື້ນຝຣັ່ງໄດ້ກັບມາຮຸກຮານລາວເປັນເທື່ອທີ່ 2 ໃນປີ 1946 ໃນໄລຍະນັ້ນກໍາລັງປະຕິວັດໄດ້ຫັນລົງສູ່ຊົນນະບົດຢ່າງກ້ວາງຂວາງ, ຂະບວນກໍາມະກອນໄດ້ຂະຫຍາຍທຸກແຫ່ງຫົນໃນທົ່ວປະເທດ, ເຊິ່ງໃນເວລານີ້ພວກເຮົາໄດ້ຖືເອົາແນວໂຮມແຫ່ງຊາດເປັນການເຕົ້າໂຮມຄວາມສາມັກຄີອັນກ້ວາງຂວາງ, ຖືເອົາພັນທະພາບ, ກໍາມະກອນ, ຊາວນາ ແລະ ນັກຮຽນຮູ້ປັນຍາຊົນ ເປັນກໍາລັງແຮງພື້ນຖານຂອງພັກ, ສາມາດຕໍ່ສູ້ລົບລ້າງລັດທິລ່າເມືອງ ຂື້ນແບບເກົ່າ, ພາຍຫຼັງຈັກກະພັດຝຣັ່ງປະລາໄຊ, ຈັກກະພັດອາເມລິກາໄດ້ນໍາໃຊ້ລັດທິລ່າເມືອງຂື້ນແບບໃໝ່ເຂົ້າມາຮຸກຮານ ແລະ ຢຶດຄອງລາວໃນປີ 1955 ດ້ວຍການດໍາເນີນສົງຄາມ ( ລ້າງຜານ ) ເພື່ອຕ້ານກັບກົນອຸບາຍອັນໂຫດຮ້າຍປ່າເຖື່ອນຂອງພວກຈັກກະພັດອາເມລິກາ, ໃນວັນທີ 22 ມີນາ 1955 ກອງປະຊຸມໃຫ່ຍຄັ້ງທໍາອິດ ຂອງພັກປະຊາຊົນລາວ ໄດ້ໄຂຂຶ້ນຢູ່ທີ່ ບ້ານນາແມວ, ເມືອງວຽງໄຊ, ແຂວງຫົວພັນ. ເຊິ່ງເປັນເຂດທີ່ໝັ້ນຂອງການປະຕິວັດໃນເວລານັ້ນ ແລະ ໄດ້ເອີ້ນຊື່ວ່າ( ພັກປະຊາຊົນລາວ) ເຊິ່ງພັກໄດ້ກໍານົດທາດແທ້, ຈຸດຢືນຂອງຕົນແຕ່ຫົວທີແມ່ນພັກຂອງ ( ຊົນຊັ້ນກໍາມະກອນ ຖືລັດ ທິມາກ-ເລນິນ ເປັນລະບົບແນວຄິດຊີ້ນໍາ-ນໍາພາ ໂດຍຖືເອົາກໍາລັງແຮງມາຈາກມະຫາຊົນ ( ໂດຍພາຍໃຕ້ການຊີ້ນໍາ-ນໍາພາ ປະທານ ໄກສອນ ພົມວິຫານ ເລຂາທິການໃຫ່ຍ ຂອງຄະນະບໍລິຫານງານສູນກາງພັກໃນໄນໄລຍະນັ້ນ) ໂດຍພາຍໃຕ້ການນໍາພາ-ຊີ້ນໍາ ຂອງພັກປະຊາຊົນລາວ, ມາຮອດວັນທີ 1 ກຸມພາ 1956 ສູນກາງພັກໄດ້ມີມະຕິຕົກລົງສ້າງຕັ້ງຫ້ອງການກໍາມະບານຂື້ນຢ່າງເປັນທາງການ, ຢູ່ໃນເຂດທີ່ໝັ້ນແຂວງຫົວພັນ ແລະ ໄດ້ມອບໝາຍໃຫ້ສະຫາຍ ສີສົມພອນ ລໍວັນໄຊ ເປັນຜູ້ຮັບຜິດຊອບ. ສ້າງຕັ້ງຂື້ນ ເພື່ອຈຸດປະສົງສືບຕໍ່ໂຄສະນາ, ປຸກລະດົມຂົນຂວາຍ, ເຕົ້າໂຮມກໍາມະກອນ, ມີຄວາມຕື່ນຕົວທາງດ້ານຊົນຊັ້ນຢ່າງຈະແຈ້ງ, ເສີມຂະຫຍາຍປະຊາທິປະໄຕ, ມີລະບຽບແບບແຜນ, ເປັນພົນລະເມືອງດີຂອງຊາດ.

ໃນກອງປະຊຸມຍັງໄດ້ຮັບຟັງ ທ່ານ ວັນຄໍາ ສີອໍາພອນ ຮອງປະທານສະຫະພັນກໍາມະບານເມືອງ ຜ່ານມະຕິກອງປະຊຸມໃຫ່ຍຜູ້ແທນສະຫະພັນກໍາມະບານລາວ ທົ່ວປະເທດ ຄັ້ງທີ IX, ເຊີ່ງກອງປະຊຸມຄັ້ງນີ້ໄດ້ມີຄວາມເປັນເອກະພາບສູງ ຂອງຄະນະປະທານ ແລະ ບັນດາສະຫາຍຜູ້ແທນກອງປະຊຸມໃຫ່ຍ ໄດ້ຮັບຮອງເອົາວຽກງານທີ່ສໍາຄັນ ດັ່ງນີ້:
1. ຮັບຮອງເອົາລາຍງານການເມືອງໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫ່ຍຜູ້ແທນກໍາມະບານລາວ ຄັ້ງທີ VIII ແລະ ທິດທາງແຜນການວຽກງານຈຸດສຸມໃນຕໍ່ໜ້າແຕ່ປີ 2026-2030.
2. ຮັບຮອງເອົາບົດສະຫຼຸບຕີລາຄາແຜນພັດທະນາວຽກງານກໍາມະບານລາວ 5 ປີ ຄັ້ງທີ VI 2021-2025 ແລະ ທິດທາງແຜນພັດທະນາວຽກງານກໍາມະບານລາວ 5 ປີ ຄັ້ງທີ V ປີ 2026-2030.
3. ຮັບຮອງເອົາຜົນສໍາຫຼວດ ການນໍາພາລວມ ຂອງຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວ ສະໄໝທີ VIII ໃນການນໍາພາ-ຊີ້ນໍາວຽກງານກໍາມະບານລາວ ໃນໄລຍະ 5 ປີຜ່ານມາ,
4. ຜູ້ແທນກອງປະຊຸມໃຫ່ຍໄດ້ເອກະສັນຮັບຮອງເອົາກົດລະບຽບສະຫະພັນກໍາມະບານລາວ ສະໄໝທີ່ IX ປະກອບມີ 14 ໝວດ, 69 ມາດຕາ.
5. ຮັບຮອງເອົາຄໍາຂັວນ ແລະ ຂໍ້ແຂ່ງຂັນ 5 ເປັນເຈົ້າຂອງສະຫະພັນກໍາມະບານລາວ.
6. ຄະນະບໍລິຫານງານສູນກາງສະຫະພັນກໍາມະບານລາວສະໄໝທີ IX ຈໍານວນ 61 ສະຫາຍ, ຍິງ 20 ສະຫາຍ.
ແລະ ອື່ນໆອີກ.