
ໃນຕອນບ່າຍຂອງວັນທີ 11 ກຸມພາ 2026 ນີ້ ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ, ກຳມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳມະການຄະນະກຳມະການເລືອກຕັ້ງລະດັບຊາດ, ຮອງຫົວໜ້າອານຸກຳມະການ ປກຊ-ປກສ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຊຸກຍູ້ວຽກງານ ຢູ່ແຂວງໄຊສົມບູນ ໂດຍການຕ້ອນຮັບຂອງສະຫາຍ ທອງວັນ ທຳມະວົງ, ຮອງເລຂາພັກເເຂວງ, ຫົວໜ້າຄະນະຈັດຕັ້ງ ແຂວງໄຊສົມບູນ ພ້ອມດ້ວຍຄະນະ ໃຫ້ການຕ້ອນຮັບຢ່າງອົບອຸ່ນ.

ການລົງເຄື່ອນໄຫວວຽກງານຂອງ ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ພ້ອມດ້ວຍຄະນະ ໃນຄັ້ງນີ້ ແມ່ນເພື່ອມາເຄື່ອນໄຫວຊຸກຍູ້ວຽກງານການກຽມຄວາມພ້ອມຮອບດ້ານໃນການ ເລືອກຕັ້ງສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງ 18 ຊຸດທີ X ແລະ ສະມາຊິກສະພາປະຊາຊົນແຂວງໄຊສົມບູນ ຊຸດທີ V.