
ບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ V ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 22 ກຸມພາ 2026 ນີ້, ບັນດາການນຳພັກ, ລັດ, ພ້ອມດ້ວຍ ປະຊາຊົນລາວບັນດາເຜົ່າ ໄດ້ພ້ອມພຽງກັນໄປໃຊ້ສິດປະຊາທິປະໄຕຂອງຕົນເອງ ປ່ອນບັດເລືອກເອົາ ສະມາຊິກສະພາແຫ່ງຊາດ ຊຸດ X ແລະ ສະມາຊິກສະພາປະຊາຊົນ ແຂວງ ຊຸດທີ V ຢ່າງຄຶກຄື້ນ. ສະເພາະ ຢູ່ໃນເມືອງອະນຸວົງ ແຂວງໄຊສົມບູນ ທ່ານ ພອຍຄໍາ ຮຸ່ງບຸນຍວງ, ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ແຂວງໄຊສົມບູນ ພ້ອມດ້ວຍພັນລະຍາ ແລະ ບັນດາການນຳພັກ-ລັດ ໄດ້ລົງປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ V ຢູ່ໜ່ວຍປ່ອນບັດເລືອກຕັ້ງ ບ້ານພູຫົວຊ້າງ ຕາແສງໄຊຊະນະ ເມືອງອະນຸວົງ ແຂວງໄຊສົມບູນ.

ເມືອງອະນຸວົງ ມີ 29 ໜ່ວຍປ່ອນບັດ ເລືອກຕັ້ງ, ມີພົນລະເມືອງທັງໝົດ 16,481ຄົນ, ຍິງ 7,376 ຄົນ. ໃນນັ້ນ, ຕາແສງໄຊຊະນະ ມີ 8,346 ຄົນ, ຍິງ 4,147 ຄົນ, ຕາແສງໂພນຈະເລີນ ມີ 2,381 ຄົນ, ຍິງ 1,293 ຄົນ, ຕາແສງອອມ ມີ 2,424 ຄົນ, ຍິງ 1,122 ຄົນ ແລະ ຕາແສງ ອ່າວໄຊມີ 1,125 ຄົນ, ຍິງ 561 ຄົນ, ຊຶ່ງປະຊາຊົນພາຍໃນເມືອງອະນຸວົງ ກໍໄດ້ພ້ອມພຽງຮຽງໜ້າກັນ ເຂົ້າມາປ່ອນບັດເລືອກຕັ້ງຢ່າງຄຶກຄື້ນ ແລະ ຮັກສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ໂປ່ງໃສ, ສະຫງົບ, ປອດໄພ ແລະ ອື່ນໆ. ບັ້ນເລືອກຕັ້ງຄັ້ງນີ້, ສະເພາະ ຜູ້ສະໝັກຮັບເລືອກຕັ້ງ ສສຊ ຊຸດທີ X ປະຈຳເຂດເລືອກຕັ້ງທີ 18 ມີ 10 ທ່ານ ເລືອກເອົາ 7 ທ່ານ ແລະ ສະມາຊິກສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ V ປະຈຳເຂດເລືອກຕັ້ງ ເມືອງອະນຸວົງ, ມີຜູ້ລົງສະໝັກຮັບເລືອກຕັ້ງ ທັງໝົດ 7 ທ່ານ, ເລືອກເອົາ 5 ທ່ານ.

ຜູ້ມີສິດປ່ອນບັດເລືອກຕັ້ງ ຫລາຍທ່ານ ໄດ້ໃຫ້ສໍາພາດເປັນສຽງດຽວກັນວ່າ: ຕົນເອງມີຄວາມຮູ້ສຶກພາກພູມໃຈ ແລະ ດີໃຈ ທີ່ໄດ້ມາໃຊ້ສິດປະຊາທິປະໄຕຂອງຕົນ ເລືອກເອົາຜູ້ທີ່ມີຄວາມຮູ້ຄວາມສາມາດ, ມີມາດຖານເງື່ອນໄຂຄົບຖ້ວນ, ກ້າເວົ້າ, ກ້າສະເໜີ, ຊື່ສັດບໍລິສຸດ ແລະ ຫວັງວ່າຜູ້ທີ່ຕົນເອງເລືອກ ຈະເປັນຕົວແທນຂອງປະຊາຊົນລາວບັນດາເຜົ່າ ກໍຄື ລົງໃກ້ຊິດຕິດແທດກັບປະຊາຊົນ ເພື່ອນຳເອົາຄຳຄິດຄຳເຫັນ, ຄຳສະເໜີ ຂອງປະຊາຊົນ ກໍຄື ບັນຫາຕ່າງໆ ທີ່ປະຊາຊົນໃຫ້ຄວາມສົນໃຈ ເປັນຕົ້ນ ບັນດາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນໃນສັງຄົມ ນຳໄປສະເໜີຕໍ່ໃນສະພາແຫ່ງຊາດ ເພື່ອກ້າວໄປສູ່ການປັບປຸງແກ້ໄຂ ໃຫ້ເປັນຮູບປະທຳ ແນໃສ່ປະກອບສ່ວນພັດທະນາປະເທດຊາດ ໃຫ້ຈະເລີນກ້າວໜ້າ ແລະ ຮຸ່ງເຮືອງສີວິໄລ. ເຊິ່ງ ບັ້ນເລືອກຕັ້ງ ສະມາຊິກສະພາແຫ່ງຊາດ (ສສຊ) ຊຸດທີ X ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ (ສສຂ) ຊຸດທີ V ແມ່ນເຫດການ ການເມືອງໜຶ່ງທີ່ສຳຄັນ ທຸກໆ 5 ປີ ຈະໄດ້ຈັດຂຶ້ນເທື່ອໜຶ່ງ ເພື່ອໃຫ້ພົນລະເມືອງລາວຜູ້ມີສິດເລືອກຕັ້ງ ໄດ້ເລືອກເອົາບຸກຄົນທີ່ມີມາດຖານ ແລະ ເງື່ອນໄຂຄົບຖ້ວນກວ່າໝູ່ ເປັນສະມາຊິກພາແຫ່ງຊາດ ແລະ ສະພາປະຊາຊົນຂັ້ນແຂວງ ເພື່ອເປັນຕົວແທນແຫ່ງສິດ ແລະ ຜົນປະໂຫຍດໃຫ້ແກ່ປະຊາຊົນບັນດາເຜົ່າ. ສໍາລັບການປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະພາປະຊາຊົນແຂວງ ຊຸດທີ V ແມ່ນໄດ້ເລີ່ມແຕ່ເວລາ 7:00 ໂມງ ຈົນຮອດເວລາ 17:00 ໂມງ ຂອງວັນດຽວກັນ.