
ບົດຖະແຫຼງຂ່າວ ຂອງທ່ານ ນາງ ຄໍາສີ ສິດທິວໍລະດາ, ຄະນະປະຈໍາພັກແຂວງ, ຮອງຫົວໜ້າອະນຸກຳມະການໂຄສະນາ, ປຸກລະດົມຂະບວນການ, ໂຄສົກຄະນະກຳມະການເລືອກຕັ້ງຂັ້ນແຂວງໄຊສົມບູນ, ກ່ຽວກັບການປະກາດຈໍານວນຜູ້ມີສິດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ X ແລະ ສະມາຊິກ ສະພາປະຊາຊົນຂັ້ນແຂວງ ຊຸດທີ V.
ພໍ່ແມ່ພີ່ນ້ອງປະຊາຊົນຊາວ ແຂວງໄຊສົມບູນ ທີ່ຮັກແພງ!
ໃນນາມໂຄສົກຂອງຄະນະກໍາມະການເລືອກຕັ້ງແຂວງໄຊສົມບູນ ຂ້າພະເຈົ້າຂໍອະນຸຍາດ ຖະແຫຼງຂ່າວ ກ່ຽວກັບມະຕິຂອງຄະນະກໍາມະການເລືອກຕັ້ງຂັ້ນແຂວງ ວ່າດ້ວຍການປະກາດ ຈໍານວນຜູ້ມີສິດເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ x ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ v ໃຫ້ພໍ່ແມ່ປະຊາຊົນຊາວແຂວງໄຊສົມບູນຮັບຊາບຢ່າງທົ່ວເຖີງກັນ ດັ່ງນີ້້:
ອີງຕາມຜົນການສໍາຫຼວດ, ເກັບກໍາສະຖິຕິຜູ້ມີສິດເລືອກຕັ້ງໃນຂອບ ເຂດທົ່ວແຂວງ ໄຊສົມບູນ, ຄະນະກໍາມະການເລືອກຕັ້ງຂັ້ນແຂວງໄຊສົມບູນ ໄດ້ອອກມະຕິ ສະບັບເລກທີ 68/ຄລຂ-ຊບ, ລົງວັນທີ 7 ກຸມພາ 2026 ວ່າດ້ວຍການປະກາດຈໍານວນ ຜູ້ມີສິດປ່ອນບັດເລືອກຕັ້ງ ເອົາສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ ຊຸດທີ x ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ v ຢູ່ແຂວງໄຊສົມບູນ ຢ່າງເປັນທາງການ ຊຶ່ງມະຕິມີ ເນື້ອໃນສໍາຄັນ ດັ່ງນີ້້:
ມາດຕາ 1 ປະກາດຜູ້ມີສິດປ່ອນບັດເລືຶອກຕັ້ງສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກ ຕັ້ງທີ 18 ແຂວງໄຊສົມບູນ ຊຸດທີ x ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ v ຢູ່ແຂວງ ໄຊສົມບູນ ມີຈໍານວນທັງໝົດ 58,363 ຄົນ, ຍິງ 28,483 ຄົນ;
ມາດຕາ 2 ຈໍານວນ ຜູ້ມີສິດເລືອກຕັ້ງ ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງທີ 18 ຊຸດທີ x ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ v ໃນແຕ່ລະເມືອງ ດັ່ງນີ້:
ເມືອງອະນຸວົງ: ມີຈໍານວນ 16,481 ຄົນ, 6,876 ຄົນ;
– ໜ່ວຍປ່ອນບັດເລືອກຕັ້ງ 29 ໜ່ວຍ;
– ຖົງບັດເຄື່ອນທີ່ 12 ຖົງ;
– ຜູ້ມີສິດປ່ອນບັດໃນບ້ານຂອງຕົນ (ຕາມສໍາມະໂນຄົວ) 15,957 ຄົນ, ຍິງ 6,867 ຄົນ;
– ຜູ້ມີສິດເລືອກຕັ້ງຈາກທ້ອງຖິ່ນອື່ນ 24 ຄົນ, ຍິງ 9 ຄົນ.
ເມືອງລ້ອງຊານ: ມີຈໍານວນ 14,499 ຄົນ, ຍິງ 7,217 ຄົນ;
– ໜ່ວຍປ່ອນບັດເລືອກຕັ້ງ 27 ໜ່ວຍ;
– ຜູ້ມີສິດປ່ອນບັດໃນບ້ານຂອງຕົນ (ຕາມສໍາມະໂນຄົວ) ມີຈໍານວນ 13,290 ຄົນ, ຍິງ 6,666 ຄົນ;
– ຜູ້ມີສິດເລືອກຕັ້ງຈາກທ້ອງຖິ່ນອື່ນ 709 ຄົນ, ຍິງ 551 ຄົນ.
ເມືອງທ່າໂທມ: ມີຈໍານວນ 13,367 ຄົນ, ຍິງ 6,402 ຄົນ;
– ໜ່ວຍປ່ອນບັດເລືອກຕັ້ງ 28 ໜ່ວຍ;
– ຜູ້ມີສິດປ່ອນບັດໃນບ້ານຂອງຕົນ (ຕາມສໍາມະໂນຄົວ)ມີຈໍານວນ 12,733 ຄົນ, ຍິງ 6,324 ຄົນ;
– ຜູ້ມີສິດເລືອກຕັ້ງຈາກທ້ອງຖິ່ນອື່ນ 134 ຄົນ, ຍິງ 87 ຄົນ.
ເມືອງລ້ອງແຈ້ງ: ມີຈໍານວນ 7,651 ຄົນ, ຍິງ 2,857 ຄົນ;
– ໜ່ວຍປ່ອນບັດເລືອກຕັ້ງ 18 ໜ່ວຍ;
– ຜູ້ມີສິດປ່ອນບັດໃນບ້ານຂອງຕົນ (ຕາມສໍາມະໂນຄົວ)ມີຈໍານວນ 7,278 ຄົນ, ຍິງ 2,857 ຄົນ;
ເມືອງຮົ່ມ: ມີຈໍານວນ 6,365 ຄົນ, ຍິງ 2,985 ຄົນ;
– ໜ່ວຍປ່ອນບັດເລືອກຕັ້ງ 11 ໜ່ວຍ;
– ຖົງບັດເຄື່ອນທີ 1 ຖົງ;
– ຜູ້ມີສິດປ່ອນບັດໃນບ້ານຂອງຕົນ (ຕາມສໍາມະໂນຄົວ)ມີຈໍານວນ 5,992ຄົນ, ຍິງ 2,985 ຄົນ;
ມາດຕາ 3 ມອບໃຫ້ຄະນະກໍາມະການເລືອກຕັ້ງຂັ້ນເມືອງ ອອກແຈ້ງການໃຫ້ຜູ້ ມີສິດເລືອກຕັ້ງ ແຕ່ລະໜ່ວຍເລືອກຕັ້ງຮັບຊາບຢ່າງທົ່ວເຖິງ ພ້ອມພາກັນ ໄປໃຊ້ສິດເລືອກ ຕັ້ງຢູ່ໜ່ວຍເລືອກຕັ້ງຂອງຕົນໃຫ້ຄົບຖ້ວນ.
ມາດຕາ 4 ມະຕິສະບັບນີ້ ມີຜົນສັກສິດບັບແຕ່ວັນລົງລາຍເຊັນເປັນຕົ້ນໄປ.
ຕາງຕາງໜ້າຄະນະກໍາມະການເລືອກຕັ້ງຂັ້ນແຂວງໄຊສົມບູນເຊັນ ແລະ ປະທັບຕາ (ອຸດອນ ສິງດາລາ)
ພໍ່ແມ່ພີ່ນ້ອງ ປະຊາຊົນບັນດາເຜົ່າຊາວແຂວງໄຊສົມບູນ ທີ່ນັບຖື ແລະ ຮັກແພງ!
ໃນມື້ວັນທີ 22 ກຸມພາ 2026 ນີ້ ເປັນມື້ປ່ອນບັດເລືຶອກຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ພ້ອມກັນທົ່ວປະເທດ; ແມ່ນເຫດການປະຫວັດສາດ ທີ່ມີຄວາມໝາຍຄວາມສໍາຄັັນ ທີ່ສຸດໃນຊີວິດການເມືອງຂອງປະຊາຊົນລາວບັນດາເຜົ່າຊາວແຂວງ ໄຊສົມບູນ; ເປັນຂີດໝາຍສໍາຄັນຍິ່ງໃຫຍ່ອີກຄັ້ງໜຶ່ງໃນການເສີມຂະຫຍາຍ ແລະ ປະຕິບັດສິດ ປະຊາທິປະໄຕ ຂອງປະຊາຊົນລາວ ບັນດາເຜົ່າ ໃນຖານະເປັນເຈົ້າຂອງອໍານາດລັດ ຂອງສາທາ ລະນະລັດ ປະຊາທິ ປະໄຕ ປະຊາຊົນລາວ.
ໃນນາມຕາງໜ້າຄະນະກໍາມະການເລືອກຕັ້ງແຂວງ ໄຊສົມບູນ ແລະ ຄະນະກໍາມະການ ເລືອກຕັ້ງຂັ້ນເມືອງ ຂ້າພະເຈົ້າ ຂໍຖືໂອກາດນີ້ຮຽກຮ້ອງມາຍັງພໍ່ແມ່ພີ່ນ້ອງຊາວແຂວງໄຊສົມບູນ ຜູ້ມີສິດເລືອກຕັ້ງທຸກຄົນ ແຕ່ອາຍຸ 18 ປີ ຂື້ນໄປ ຈົ່ງພ້ອມພາກັນໄປໃຊ້ສິດໃນວັນເລືອກຕັ້ງໃຫ້ຄົນ ຖ້ວນ ເຮັດການເລືອກຕັ້ງຄັ້ງນີ້ ບັນລຸຈຸດປະສົງ ແລະ ລະດັບຄາດໝາຍທີ່ວາງໄວ້, ແນໃສ່ປັບປຸງ ແລະ ຍົກສູງບົດບາດຂອງສະມາຊິກສະພາແຫ່ງຊາດ ຊຸດທີ x ແລະ ສະມາຊິກສະພາປະຊາຊົນ ຂັ້ນແຂວງ ຊຸດທີ v ສູ່ບາດລ້ຽວໃໝ່ ປະກອບສ່ວນທີ່ສໍາຄັນ ໃນການສ້າງລັດປະຊາທິປະໄຕປະຊາ ຊົນຂອງພວກເຮົາໃຫ້ເປັນລັດທີ່ປົກຄອງດ້ວຍກົດໝາຍຂອງປະຊາຊົນ, ໂດຍປະຊາຊົນ, ພາປະ ເທດຊາດທີ່ແສນຮັກ ແລະຫວງແຫນຂອງພວກເຮົາ ກ້າວສູ່ໄລຍະພັດທະນາດ້ວຍຄຸນນະພາບໃໝ່ ຕາມມະຕິກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ແລະ ແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງລັດ 5 ປີ ແຕ່ 2026-2030 ໃຫ້ປະກົດຜົນເປັນຈິງ ສືບຕໍ່ບູລະນະ ລະບອບປະຊາທິປະໄຕປະຊາຊົນຢູ່ປະເທດເຮົາກ້າວສູ່ສັງຄົມນິຍົມຢ່າງໜັກແໜ້ນ.
ທ້າຍນີ້ ຂໍອວຍພອນໄຊອັນປະເສີດມາຍັງພິ່ນີ້ຊາວແຂວງໄຊສົມບູນ ທຸກທົ່ວໜ້າຈົ່ງມີສຸ ຂະພາບແຂງແຮງ ເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແລະພ້ອມກັນໄປໃຊ້ສິດປ່ອນບັດເລືອກ ຕັ້ງສະມາຊິກສະແຫ່ງຊາດຊຸດທີ x ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງຊຸດທີ v ໃຫ້ຄົບ ຖ້ວນ ແລະ ຖືກຕ້ອງຕາມກົດໝາຍ ແລະ ລະບຽບການ.
(ຂໍຂອບໃຈ)