ກົມສື່ມວນຊົນ, ຄະນະໂຄສະນາອົບຮົມສູນກາງພັກ ລົງເຄື່ອນໄຫວວຽກງານ ຢູ່ແຂວງໄຊສົມບູນ

ທ່ານ ນາງ ກອງບຸນ ສຸລິວົງ ຮອງຫົວໜ້າກົມສື່ມວນຊົນ, ຄະນະໂຄສະນາອົບຮົມສູນກາງພັກ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວວຽກງານ ຢູ່ແຂວງໄຊສົມບູນ ຊຶ່ງໃນຕອນເຊົົ້າຂອງວັນທີ 26 ກຸມພາ ນີ້ ໄດ້ເຂົ້າພົບປະທ່ານ ນາງ ຄຳສີ ສິດທິວໍລະດາ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງໄຊສົມບູນ, ຢູ່ຫ້ອງວ່າການແຂວງ ເພື່ອແຈ້ງຈຸດປະສົງໃຫ້ຫົວໜ້າຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ໄດ້ຮັບຊາບ, ການລົງມາເຄື່ອນໄຫວວຽກງານໃນຄັ້ງນີ້ ເພື່ອສ້າງກິດຈະກຳຖາມ-ຕອບ ຄວາມຮູ້ຮອບຕົວ ກ່ຽວກັບ 3 ວັນປະຫວັດສາດ ຂອງຊາດ ໃຫ້ແກ່ບັນດານັກຮຽນ ຢູ່ແຂວງໄຊສົມບູນ ພາຍຫຼັງທີ່ໄດ້ສຳເລັດການການສະເຫຼີມສະຫຼອງຜ່ານມາແລ້ວ ພ້ອມນີ້ ຍັງໄດ້ສຳພາດການນຳແຂວງກ່ຽວກັບຜົນການຈັດຕັ້ງແຜນ ພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5ປີ ຄັ້ງທີ IX (2021-2025) ແລະ ການກໍານົດທິດທາງ ແລະ ວິໄສທັດຕໍ່ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5ປີ ຄັ້ງທີ X (2026-2030) ແລະ ຍັງຈະໄດ້ລົງສຳພາດຄອບຄົວ ການປູກຝັງ-ລ້ຽງສັດ ຕື່ມອີກ.
ຫຼັງຈາກນັ້ນ ທ່ານ ນາງ ກອງບຸນ ສຸລິວົງ ພ້ອມດ້ວຍຄະນະ ກໍໄດ້ລົງເຄື່ອນໄຫວສ້າງກິດຈະກຳຖາມ-ຕອບ ຄວາມຮູ້ຮອບຕົວ ກ່ຽວກັບ 3 ວັນປະຫວັດສາດ ຂອງຊາດ ຢູ່ໂຮງຮຽນມັດທະຍົມສຶກສາສົມບູນ ໄຊສົມບູນ, ມີທ່ານ ກິ່ງເພັດ ເພັດມະຈັນ ຮອງຫົວໜ້າຄະນະໂຄສະນາອົບຮົມ ແຂວງ ແລະ ທ່ານ ອາຈານ ວົງຊົ່ງ ຈື່ເຢ້, ວ່າການແທນຜູ້ອຳນວຍການ ໂຮງຮຽນມັດທະຍົມສຶກສາສົມບູນ ໄຊສົມບູນ ພ້ອມດ້ວຍຄູອາຈານ ແລະ ນ້ອງນັກຮຽນເຂົ້າຮ່ວມ ຢ່າງຫຼວງຫຼາຍ.
ການຈັດກິດຈະກຳຄັ້ງນີ້ ແມ່ນເປັນການໂຄສະນາເຜີຍແຜ່ອີກຊ່ອງທາງໜຶ່ງ ໃນການໃຫ້ຄວາມຮູ້ໃຫ້ແກ່ຄົນຮຸ້ນ ໃໝ່ ເຫັນໄດ້ເຖິງມູນເຊື້ອການນຳພາທີ່ສະຫຼາດສ່ອງໃສ, ພິລາດອາດຫານ, ລະອິດລະອ້ຽວ ຫຍຸ້ງຍາກ ທັງສ່ອງແສງເຖິງໄຊຊະນະ ແລະ ຜົນສຳເລັດ ທີ່ສະຫງ່າງາມຂອງພັກເຮົາ ໃນການນຳພາຕະຫຼອດໄລຍະຕໍ່ສູ້ປົດປ່ອຍຊາດ ກໍຄືການນຳພາສ້າງສາພັດທະນາ ປະເທດຊາດອັນແສນຮັກ ແລະ ຫວງແຫນຂອງຄົນລາວ ເພື່ອທົບທວນຫວນຄືນມູນເຊື້ອແຫ່ງການນໍາພາຕໍ່ສູ້ປົດປ່ອຍຊາດ ຢ່າງມີໄຊ ແລະ ຢັ້ງຢືນຄືນໝາກຜົນຕົວຈິງ ທີ່ພັກປະຊາຊົນປະຕິວັດລາວ ຍາດມາໄດ້ຕະຫຼອດໄລຍະ 70 ປີ, ການປົກປັກຮັກສາ ແລະ ພັດທະນາປະເທດ ຊາດ ຕະຫຼອດ 50 ປີ ແລະ ຜົນງານ, ຄຸນງາມຄວາມດີຂອງປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບ ຮັກ ຂອງປະຊາຊົນລາວບັນດາເຜົ່າ ໃນໄລຍະການປະຕິວັດ ປົດປ່ອຍຊາດ ແລະ ໄລຍະປົກປັກຮັກສາ ສ້າງສາ ພັດທະນາປະເທດຊາດ, ແນໃສ່ໃຫ້ບັນດາຮຽນ-ນັກສືກສາ ກໍຄືກຳລັງແຮງຊາວໝູ່ມ ໄລຍະໃໝ່ນີ້ ເຊີດຊູນໍ້າໃຈຮັກຊາດ, ຍູ້ໜູນຄວາມສາມັກຄີເປັນປືກແຜ່ນ, ຫວງແຫນວັດທະນະທຳຂອງຊາດ ແລະ ພັດທະນາໃຫ້ສີວິໄລ, ຍືນຍົງ ປະກອບສ່ວນປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເຊື່ອມໂຍງກັບພາກພື້ນສາກົນ ໃຫ້ນັບມື້ກວ້າງຂວາງ ແລະ ເລິກເຊິ່ງ ເພື່ອໃຫ້ບັນລຸຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້ຢ່າງສະຫງ່າງາມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa