ບົດຖະແຫຼງຂ່າວ ກ່ຽວກັບ ຜູ້ທີ່ໄດ້ຮັບການເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງໄຊສົມບູນ ຊຸດທີ V

ບົດຖະແຫຼງຂ່າວ: ຂອງທ່ານ ນາງ ຄຳສີ ສິດທິວໍລະດາ, ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊສົມບູນ, ຮອງຫົວໜ້າອະນຸກຳມະການໂຄສະນາ, ປຸກລະດົມຂະບວກການ.
ກ່ຽວກັບ: ການປະກາດລາຍຊື່ຜູ້ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນແຂວງໄຊສົມບູນ ຊຸດທີ v ລາຍລະອຽດດັ່ງລຸ່ມນີ້:
ອີງຕາມມາດ 29 ກ່ຽວກັບສິດ ແລະ ໜ້າທີ່ ຂອງຄະນະກຳມະການເລືອກຕັ້ງລະດັບ ທ້ອງຖິ່ນ, ມາດຕາ 37 ກ່ຽວກັບການນັບຄະແນນສຽງ, ມາດຕາ 40 ກ່ຽວກັບຜູ້ຮັບສະໝັກເລືອກ ຕັ້ງ ແລະ ມາດຕາ 44 ກ່ຽວກັບການປະກາດຜົນການເລືອກຕັ້ງ ຂອງກົດໝາຍ ວ່າດ້ວນການເລືອກ ຕັ້ງສະມາຊິກສະພາແຫ່ງຊາດ ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ສະບັບປັບປຸງ ສະບັບ ເລກທີ 58/ສພຊ, ລົງວັນທີ 28 ມີນາ 2024 ແລະ ອີງຕາມມະຕິ ວ່າດ້ວຍການປະກາດລາຍຊື່ຜູ້ທີ່ ໄດ້ຮັບເລືອກຕັ້ງເປັນສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V ຢູ່ແຂວງໄຊສົມບູນ ຂອງຄະນະ ກຳມະການເລືອກຕັ້ງຂັ້ນແຂວງ ສະບັບເລກທີ 104/ຄລຂ-ຊບ, ລົງວັນທີ 2/3/ 2026.
ຄະນະກຳມະການເລືອກຕັ້ງຂັ້ນແຂວງປະກາດແຈ້ງການກ່ຽວກັບ ຜູ້ທີ່ໄດ້ຮັບການເລືອກຕັ້ງ ເປັນສະມາຊິກສະພາປະຊາຊົນແຂວງໄຊສົມບູນ ຊຸດທີ V ຊຶ່ງມີຈໍານວນທັງໝົດ 25 ທ່ານ, ຍິງ 6 ທ່ານ ຊຶ່ງມີລາຍຊື່ ລາຍລະອຽດແຕ່ລະເຂດເລືອກຕັ້ງ ດັ່ງນີ້:
I. ເຂດເລືອກຕັ້ງ ເມືອງອະນຸວົງ ຈໍານວນ 5 ທ່ານ, ຍິງ 1 ທ່ານ ຄື:
1. ທ່ານ ພັດທະນາ ສີສົມພອນ;
2. ທ່ານ ນາງ ແສງຈັນ ນາມມີໄຊ;
3. ທ່ານ ບຸນກອງ ຊົ່ງປາຢິ້ງ;
4. ທ່ານ ພັທ ຟອງສະໄໝ ຊໍ່ແສງທອງ;
5. ທ່ານ ຢີຊົ່ງ ຕົ່ງເລັ່ງ.
II. ເຂດເລືອກຕັ້ງເມືອງທ່າໂທມ ຈໍານວນ 5 ທ່ານ, ຍິງ 2 ທ່ານ ຄື:
1. ທ່ານ ສຸກສະເຫຼີມ ສົມມະນີ;
2. ທ່ານ ພັທ ພິມພອນ ອຸ່ນທະວີສັກ;
3. ທ່ານ ນາງ ຄໍາຫຼ້າ ທອງສີວອນ
4. ທ່ານ ນາງນວນສີ ວັນວິໄລ;
5. ທ່ານ ບຸນມີ ມີ່ງລັດສະໝີ.
III. ເຂດເລືອກຕັ້ງ ເມືອງລ້ອງຊານ ຈໍານວນ 5 ທ່ານ, ຍິງ 1 ທ່ານ ຄື:
1. ທ່ານ ພົມມາ ແກ້ວບົວພາ;
2. ທ່ານ ບຸນມີ ໄຊຍະຊ່າງ;
3. ທ່ານ ນາງ ສຸລິວອນ ແກ້ວແກ່ນຈັນ;
4. ທ່ານ ສົມດີ ຈັນທະວົງ;
5. ທ່ານ ພຸດຊົ່ງ ຕັ່ງນາມມະວົງ.
IV. ເຂດເລືອກຕັ້ງ ເມືອງລ້ອງແຈ້ງ ຈໍານວນ 5 ທ່ານ, ຍິງ 1 ທ່ານ ຄື:
1. ທ່ານ ບຸນຜອງ ຄໍາມະນີວົງ;
2. ທ່ານ ແສງຈັນ ປະເສີດກຸນ;
3. ທ່ານ ທອງໄມ ຂຸນໂຍທາ;
4. ທ່ານ ນາງ ພົງມະນີ ຈັນສົມບັດ;
5. ທ່ານ ພັຕ ສັກໄຊ ພິມມະສອນ.
V. ເຂດເລືອກຕັ້ງ ເມືອງຮົ່ມ ຈໍານວນ 5 ທ່ານ, ຍິງ 1 ທ່ານ ຄື:
1. ທ່ານ ຄໍາພຸດ ແກ້ວວົງພອນ;
2. ທ່ານ ປີ ເຮີ;
3. ທ່ານ ເນັ້ງທໍ່ ເພຍຫຼວງ;
4. ທ່ານ ນາງ ອານົງ ຫົງທະວົງ;
5. ທ່ານ ຢົງຢີ ລີເຍ່ຍວື່.
ສະນັ້ນ, ຄະນະກຳມະການເລືອກຕັ້ງແຂວງໄຊສົມບູນ ຈຶ່ງໄດ້ປະກາດ ຜົນຂອງການເລືອກຕັ້ງ ມາຍັງ ບັນດາທ່ານຄະນະກຳມະການເລືອກຕັ້ງຂັ້ນເມືອງ, ບັນດາອົງການຈັດຕັ້ງພັກ-ລັດ, ອົງການຈັດຕັ້ງມະຫາຊົນ ທົ່ວແຂວງໄຊສົມບູນ ຈົ່ງຈັດຕັ້ງເຜີຍແຜ່ ຜົນຂອງການເລືອກຕັ້ງສະມາຊິກ ສະພາປະຊາຊົນ ແຂວງໄຊສົມບູນ ຊຸດທີ V ໃຫ້ຖັນແຖວສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ຢ່າງກວ້າງຂວາງ ທົ່ວເຖິງ ນັບແຕ່ມື້ປະກາດຜົນນີ້ ເປັນຕົ້ນໄປ.
(ຂໍຂອບໃຈ)

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa