ສ້າງກິດຈະກຳເຕົ້າໂຮມ ການຍ່າງເພື່ອສຸຂະພາບ ຕ້ອນຮັບວັນແມ່ຍິງສາກົນ 8 ມີນາ ຄົບຮອບ 116 ປີ

ສ້າງກິດຈະກຳເຕົ້າໂຮມ ການຍ່າງເພື່ອສຸຂະພາບ ຕ້ອນຮັບວັນແມ່ຍິງສາກົນ 8 ມີນາ ຄົບຮອບ 116 ປີ
ເນື່ອງໃນໂອກາດສະເຫລີມສະຫລອງວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 116 ປີ ພາຍໃຕ້ຄຳຂັວນ ‘ ສິດທິ, ຄວາມຍຸຕິທຳ, ການລົງມືປະຕິບັດເພື່ອແມ່ຍິງ ແລະ ເດັກຍິງທຸກຄົນ’ ສະຫະພັນແມ່ຍິງ ແຂວງໄຊສົມບູນ ໄດ້ຈັດກິດຈະກຳການຍ່າງເພື່ອສຸຂະພາບຂຶ້ນ ໃນຕອນເຊົ້າຂອງວັນທີ 4 ມີນາ 2026 ນີ້ ຢູ່ທີ່ເດີ່ນຫ້ອງວ່າການແຂວງ ຊຶ່ງນຳພາໂດຍທ່ານ ນາງ ບຸນທະວີ ສິງວິໄລ ປະທານຄະນະບໍລິຫານງານສະຫະພັນແມ່ຍິງແຂວງ ແລະ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກຳມະການປົກຄອງແຂວງ ພ້ອມດ້ວຍການນຳພັກ-ລັດ ຕະຫລອດຮອດ ປະທານຮາກຖານ, ໜ່ວຍສະຫະພັນແມ່ຍິງໜ່ວຍອ້ອມຂ້າງແຂວງ ແລະ ເມືອງອະນຸວົງ ເຂົ້້າຮ່ວມ ຢ່າງເປັນຂະບວນການຟົດຟື້ນ.
ການສ້າງກິດຈະກຳການຍ່າງເພື່ອສຸຂະພາບຕ້ອນຮັບວັນແມ່ຍິງສາກົນ ວັນທີ 8 ມີນາ ຄົບຮອບ 116 ປີ ໃນຄັ້ງນີ້ແມ່ນເລີ່ມແຕ່ສຳນັກງານຫ້ອງວ່າການແຂວງ ຫາ ຫໍຫລັກເມືອງ ຫາ ຂົວເປຕົງ 2 ນໍ້າຈັ້ງ ແລ້ວໂຄ້ງກັບມາສຳນັກງານຫ້ອງວ່າການແຂວງ ຊຶ່ງການສ້າງກິດຈະກຳຍ່າງເພື່ອສຸຂະພາບນີ້ ກໍເພື່ອເປັນການປຸກລະດົມສະມາຊິກແມ່ຍິງ ແລະ ແມ່ຍິງລາວບັນດາເຜົ່າ ເຂົ້າຮ່ວມການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຂວງໄຊສົມບູນ 5 ປີ ແລະ ແຜນພັດທະນາແມ່ຍິງແຂວງ ຕິດພັນກັບຂະບວນການເຄື່ອນໄຫວຂອງເອື້ອຍນ້ອງແມ່ຍິງ ໃນການປະຕິບັດໜ້າທີ່ປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງແມ່ຍິງ ແລະ ເດັກນ້ອຍ, ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ວຽກງານໃນໄລຍະໃໝ່ ທັງເປັນການຮັກສາສຸຂະພາບ ແລະ ສ້າງຄວາມສາມັກຄີພາຍໃນ ໃຫ້ມີຂະບວນການທີ່ຟົດຟື້ນ ແລະ ກວ້າງຂວາງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa