ກອງບັນຊາການທະຫານແຂວງໄຊສົມບູນ ຈັດຕັ້ງພິທີປາຖະກະຖາວັນແມ່ຍິງສາກົນຄົບຮອບ 116 ປີ

ກອງບັນຊາການທະຫານແຂວງໄຊສົມບູນ ຈັດຕັ້ງພິທີປາຖະກະຖາວັນແມ່ຍິງສາກົນຄົບຮອບ 116 ປີ
ໃນວັນທີ 05 ມີນາ 2026 ນີ້ ກອງບັນຊາການທະຫານແຂວງໄຊສົມບູນ ໄດ້ຈັດຕັ້ງພິທີປາຖະກະຖາວັນແມ່ຍິງສາກົນ (08 ມີນາ 1910 – 08 ມີນາ 2026) ຄົບຮອບ 116 ປີ ໃຫ້ກຽດເປັນປະທານ ແລະ ປາຖະກະຖາໂດຍ ສະຫາຍ ພັ.ອ ສຸດໃຈ ເຈີບົວແພງ ຄະນະປະຈໍາພັກ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານແຂວງໄຊສົມບູນ, ມີບັນດາສະຫາຍແຂກຖືກເຊີນຈາກອົງການ, ພະແນກການ, ຄະນະໜ່ວຍສະຫະພັນແມ່ຍິງ ຕະຫຼອດຮອດສະມາຊິກສະຫະພັນແມ່ຍິງເຂົ້າຮ່ວມ.
ໃນພິທີສະຫາຍປະທານກໍ່ໄດ້ໃຫ້ກຽດປາຖະກະຖາວັນແມ່ຍິງສາກົນ ເພື່ອຫວນຄືນມູນເຊື້ອການຕໍ່ສູ້ຂອງເອື້ອຍນ້ອງແມ່ຍິງໃນເມື່ອກ່ອນ ທ່ານໄດ້ຍົກໃຫ້ເຫັນບັນຫາທີ່ສໍາຄັນໃນການຕໍ່ຕ້ານ, ຕໍ່ສູ້ກັບພວກນາຍທຶນທີ່ກົດຂີ່ຂູດຮີດໃຊ້ແຮງງານແມ່ຍິງ ທີ່ໃຊ້ແຮງງານຫຼາຍກວ່າ 8 ຊົ່ວໂມງຕໍ່ວັນ, ແຕ່ໄດ້ຮັບຄ່າແຮງງານຕໍ່າ, ການລຸກຮື້ຂື້ນຕໍ່ສູ້ຂອງເອື້ອຍນ້ອງແມ່ຍິງໃນຫຼາຍປະເທດທົ່ວໂລກ ແມ່ນພະຍາຍາມເຮັດທຸກວິທີການເພື່ອຍາດເອົາເອກະລາດຂອງຕົນ ໃຫ້ລຸດພົ້ນອອກຈາກການກົດຂີ່ຂູດຮີດຢ່າງໜັກໜ່ວງ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ແມ່ຍິງຍັງຖືກໝິ່ນປະໝາດ, ຖືກເປັນສິນຄ້າ, ເປັນເຄື່ອງຫຼິ້ນ, ຖຶກໄລ່ອອກວຽກໃນເວລາຖືພາ ມາເຖິງວັນທີ 08 ມີນາ 1910 ຂະບວນການຕໍ່ສູ້ຂອງແມ່ຍິງ ແມ່ນໄດ້ແຜ່ໄປບັນດາປະເທດທຶນນິຍົມ ແລະ ວັນທີ 08 ມີນາ ເປັນເຫດການ – ການເມືອງທີ່ສໍາຄັນ ເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນຊອບທໍາ ໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກເປັນວັນລະນຶກເຖິງ ການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍຕົນເອງ ແລະ ທວງໃຫ້ມີສິດສະເໝີພາບລະຫວ່າງຍິງ – ຊາຍຈົນມາເຖິງບັນຈຸບັນ. ຈາກນັ້ນສະຫາຍ ພັທ ນ ສົມພອນ ສີບຸນເຮືອງ ຫົວໜ້າພະແນກສະຫະພັນແມ່ຍິງ ໄດ້ຂື້ນຜ່ານບົດສະຫຼຸບວຽກງານຮອບດ້ານປະຈໍາປີ 2025 ແລະ ວາງທິດທາງແຜນການປະຈໍາປີ 2026 ຂອງສະຫະພັນແມ່ຍິງກອງບັນຊາການທະຫານແຂວງໄຊສົມບູນ ແລະ ຍັງໄດ້ຮັບຟັງການປະກອບຄໍາຄິດເຫັນຕໍ່ບົດສະຫຼຸບ ແລະ ທິດທາງແຜນການໃຫ້ມີເນື້ອໃນຄົບຖ້ວນສົມບູນຂື້ນຕື່ມ. ຕອນທ້າຍພິທີຍັງໄດ້ຮັບຟັງການໂອ້ລົມຂອງ ສະຫາຍປະທານ ເຊິ່ງກ່ອນອື່ນສະຫາຍໄດ້ກ່າວຄໍາຍ້ອງຍໍຊົມເຊີຍ ຕໍ່ເອື້ອຍນ້ອງສະຫະພັນແມ່ຍິງ ທີ່ໄດ້ເອົາໃຈໃສ່ບຸກບືນ, ຫ້າວຫັນໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານເຊິ່ງມີຜົນສໍາເລັດຫຼາຍດ້ານໄດ້ດີຕະຫຼອດມາ ແລະ ສະຫາຍຍັງຮຽກຮ້ອງມາຍັງເອື້ອຍນ້ອງສະຫະພັນແມ່ຍິງ ໃຫ້ສືບຕໍ່ຮັກສາມູນເຊື້ອ ແລະ ຕັ້ງໜ້າປະກອບສ່ວນເຮັດໜ້າທີ່ການເມືອງ ທີ່ການຈັດຕັ້ງພັກ – ລັດ ຂັ້ນເທິງປະກອບໃຫ້, ໃຫ້ມີຄວາມເຕີບໃຫຍ່ເຂັ້ມແຂງຂຶ້ນເລື້ອຍໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa