ສະຫະພັນແມ່ຍິງເມືອງລ້ອແຈ້ງ ຈັດພິທີປະຖະກະຖາ ວັນແມ່ຍິງສາກົນຄົບຮອບ 116 ປີ

ສະຫະພັນແມ່ຍິງເມືອງລ້ອແຈ້ງຈັດພິທີປະຖະກະຖາ ວັນແມ່ຍິງສາກົນຄົບຮອບ 116 ປີ

ວັນທີ 04ມີນາ 2025 ນີ້,ສະຫະພັນແມ່ຍີງເມືອງລ້ອງແຈ້ງ, ແຂວງໄຊສົມບູນ ໄດ້ຈັດພິທີປະຖະປະຖາວັນແມ່ຍິງສາກົນ ທີ່ໝູນວຽນບັນຈົບຄົບຮອບ 116 ປີ (8 ມີນາ 1910 – 8 ມີນາ 2026) ຢູ່ຫ້ອງປະຊຸມຫ້ອງວ່າການເມືອງຫຼັງໃຫມ່.
ໂດຍການເຂົ້າຮ່ວມເປັນປະທານຂອງ ທ່ານ ເຫຼົາຕ່າ ໄຂຮັກ ຄະນະປະຈຳພັກເມືອງປະທານແນວລາວສ້າງຊາດເມືອງ, ມີທ່ານ ນາງ ຫຼ້າກົງໃຈ ມຸນລັງສີ ຮອງປະທານສະຫະພັນແມ່ຍິງເມືອງ, ມີກໍາມະການພັກເມືອງ, ຫົວໜ້າ,ຮອງຫົວໜ້າຫ້ອງ ການ,ອົງການ,ກົມກອງປະທານສະຫະພັນແມ່ຍິງໜ່ວຍ ຕະຫຼອດຮອດສະມາຊິກສະຫະພັນແມ່ຍີງອ້ອມຂ້າງເມືອງເຂົ້າຮ່ວມ.
ໃນພິທີທ່ານ ເຫຼົາຕ່າ ໄຂຮັກຄະນະປະຈຳພັກເມືອງ ໄດ້ຜ່ານປະຫວັດຄວາມເປັນມາຂອງວັນແມ່ຍິງສາກົນ ຄົບຮອບ116 ປີ ຊື່ງໄດ້ຍົກໃຫ້ເຫັນການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວ ຂອງວັນແມ່ຍີງ ໃນທ່າມກາງທີ່ສະພາບເສດຖະກິດຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວ, ເມື່ອໂຮງຈັກ,ໂຮງງານອຸດສະຫະກໍາຂອງນາຍທຶນ.ຂະຫຍາຍຕົວ ມັນໄດ້ສ້າງຄວາມຮັ່ງມີໃຫ້ແກ່ພວກນາຍທຶນ, ແຕ່ຊໍ້າພັດຍິ່ງເພີ່ມຄວາມທຸກຍາກລໍາບາກໃຫ້ແກ່ຊາວຜູ້ອອກແຮງງານ ເວົ້າລວມ, ເວົ້າສະເພາະແມ່ນກໍາມະກອນເພດຍິງ ພາຍໃຕ້ລະບອບສັກດີນາ ແລະ ນາຍທຶນ, ແມ່ຍິງຖືກກົດຂີ່ຂູດຮີດຢ່າງໜັກໜ່ວງ, ເຮັດວຽກຫຼາຍຊົ່ວໂມງ ແຕ່ໄດ້ຮັບຄ່າຈ້າງແຮງງານລາຄາຖືກ, ເຮັດວຽກບໍ່ມີການຮັບປະກັນ, ບໍ່ມີລະບອບປົກປັກຮັກສາສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ ພ້ອມກັນນັ້ນ ແມ່ຍິງຍັງຖືກດູຖູກ,ໜິ່ນປະໝາດ, ຖືເປັນສິນຄ້າ, ເປັນເຄື່ອງຫຼິ້ນ,ຖືກທຸບຕີ, ຖືກຂົ່ມຂືນທໍາສໍາເລົາ ແລະ ຖືກໄລ່ອອກຈາກວຽກ, ໃນເວລາຖືພາ, ເວລາອອກລູກ ຫຼື ເວລາເຈັບເປັນ ກໍ່ບໍ່ໄດ້ຮັບການປິ່ນປົວ ຫຼັງຈາກນັ້ນມາ ກໍາມະກອນແມ່ຍິງ ຮູ້ສຶກຄຽດແຄ້ນ ຈຶ່ງໄດ້ສາມັກຄີກັນລຸກຂຶ້ນຕໍ່ສູ້ເພື່ອທວງຄວາມເປັນທຳໃຫ້ແມ່ຍິງ, ທວງໃຫ້ພວກນາຍທຶນ ເຊິ່ງແມ່ນເຈົ້າຂອງໂຮງຈັກ, ໂຮງງານ ຕ້ອງແກ້ໄຂຊີວິດການເປັນຢູ່ໃຫ້ເຂົາເຈົ້າ. ມາເຖິງປີ 1910 ຂະບວນການຕໍ່ສູ່ຂອງແມ່ຍິງ ໄດ້ແຜ່ຂະຫຍາຍກ້ວາງອອກໄປສູ່ປະເທດນາຍທຶນຢູ່ທະວີບເອີຣົບ ແລະ ໃນປີນີ້ເອງ ກອງປະຊຸມສາກົນກ່ຽວກັບບັນຫາແມ່ຍິງ ຄັ້ງທໍາອິດ ໄດ້ຈັດຂຶ້ນຢູ່ໂກເປນຮາກ ນະຄອນຫຼວງຂອງປະເທດເດນມາກ, ມີຜູ້ແທນ 100 ກວ່າຄົນ ຈາກ 17 ປະເທດ ຈຶ່ງໄດ້ຮັບຮອງ ແລະ ຕົກລົງເອົາ ວັນທີ 8 ມີນາ ຂອງທຸກໆປີເປັນວັນແມ່ຍິງສາກົນ ແລະ ເປັນເຫດການ-ການເມືອງທີ່ສໍາຄັນ, ເປັນຂີດໝາຍແຫ່ງໄຊຊະນະຂອງຂະບວນການແມ່ຍິງສາກົນ ໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນຊອບທຳ,ເປັນທໍາ ໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ ໃຫ້ມີສິດສະເໝີພາບລະຫ່ວາງຍິ-ຊາຍ ຕະລອດໄປ ໃນການຄຽງບ່າຄຽງໄລ່ກັບເພດຊາຍ ເພື່ອປະກອນສ່ວນວຽກງານສຳຄັນໃນການປົກປັກຮັກສາແລະສ້າງສາພັດທະນາປະເທດຊາດ,ບ້ານ,ເມືອງ ໃຫ້ມີການພັດທະນາຂື້ນເທື່ອລະກ້າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa