ພິທີເຊັນສັນຍາສຳປະທານ CA ໂຄງການພັດທະນາພະລັງງານໄຟຟາແສງຕາເວັນ ຂະໜາດນ້ອຍ 5 MW ລົງມາໃນຮູບແບບການລົງທຶນກໍ່ສ້າງ,ເປັນເຈົ້າຂອງ ແລະ ດຳເນີນງານ BOO ຢູ່ເຂດ ບ້ານ ໂພນພະ ແລະ ບ້ານ ນາໄຊສະຫ່ວາງ ເມືອງລ້ອງແຈ້ງ ແຂວງໄຊສົມບູນ
ພິທີເຊັນສັນຍາສຳປະທານ CA ໂຄງການພັດທະນາພະລັງງານໄຟຟາແສງຕາເວັນ ຂະໜາດນ້ອຍ 5 MW ລົງມາໃນຮູບແບບການລົງທຶນກໍ່ສ້າງ,ເປັນເຈົ້າຂອງ ແລະ ດຳເນີນງານ BOO ຢູ່ເຂດ ບ້ານ ໂພນພະ ແລະ ບ້ານ ນາໄຊສະຫ່ວາງ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ລະຫວ່າງ ຄະນະກຳມະການປົກຄອງແຂວງໄຊສົມບູນ ຕາງໜ້າໂດຍຫ້ອງການຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ແຂວງໄຊສົມບູນ ແລະ ບໍລິສັດ ອິນໂດໄຊນ່າ ກຮີນ ພາວເວີ ຈຳກັດ ແລະ ບໍລິສັດ ເລີດພາວເວີ້ ຈຳກັດ ໃນຕອນເຊົ້າຂອງວັນທີ 6 ມີນາ 2026 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ, ປະທານຄະນະກໍາມະການປົກຄອງແຂວງ, ມີຄະນະນໍາຂອງແຂວງ, ປະທານບໍລິສັດ ອິນໂດໄຊນາກຮີນ ພາວເວີ ຈຳກັດ ແລະ ບໍລິສັດ ເລີດພາວເວີ້ ຈຳກັດ ພ້ອມດ້ວຍທິມງານ ຕະຫຼອດຮອດພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ແລະ ເມືອງ ເຂົ້າຮ່ວມ.

ໃນພິທີ ຄະນະຈັດຕັ້ງພິທີ ໄດ້ຂຶ້ນລາຍງານຫຍໍ້ກ່ຽວກັບໂຄງການ ແລະ ເນື້ອໃນສັນຍາສຳປະທານ ທີ່ຈະໄດ້ລົງນາມກັນ ຊຶ່ງຈຸດປະສົງໃນຄັ້ງນີ້ ແມ່ນພິທີເຊັນສັນຍາສຳປະທານ ໂຄງການພັດທະນາ ພະລັງງານໄຟຟາແສງຕາເວັນ ຂະໜາດນ້ອຍ 5 MW ລົງມາ ຕັ້ງຢູ່ ບ້ານ ໂພນພະ ເມືອງອະນຸວົງ ຂອງບໍລິສັດ ເລີດພາວເວີ້ ຈຳກັດ ຊິ່ງ ສັນຍາສຳປະທານອາຍຸ 25 ປີ, ມອບເງິນຄໍ້າປະກັນໂຄງການ ຈຳນວນ 30 ພັນໂດລາສະຫະລັດ ແລະ ບໍລິສັດ ອິນໂດໄຊນ່າ ກຮີນພາວເວີ ຈຳກັດ ເຂດບ້ານ ນາໄຊສະຫວ່າງ ເມືອງລ້ອງແຈ້ງ ສັນຍາສຳປະທານອາຍຸ 25 ປີ, ມອບເງິນຄໍ້າປະກັນໂຄງການ ຈຳນວນ 30 ພັນໂດລາສະຫະລັດ ແລະ ບໍລິສັດປະກອບສ່ວນທຶນພັດທະນາແຂວງໄຊສົມບູນ ຈຳນວນ 10,000,000 ກີບ/ຕໍ່ປີ, ປະກອບທຶນພັດທະນາໃຫ້ເມືອງອະນຸວົງ ຈຳນວນ 10,000,000, ກີບ/ຕໍ່ປີ,ປະກອບທຶນຕິດຕາມສັນຍາສຳປະທານ CA ໃຫ້ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ ຈຳນວນ 10,000,000ກີບ/ປີ,ປະກອບສ່ວນທຶນຕິດຕາມດ້ານເຕັກນິກໃຫ້ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຈຳນວນ 10,000,000 ກີບ/ຕໍ່ປີ, ປະກອບສ່ວນງົບປະມານຊຸກຍູ້ ໃຫ້ເມືອງອະນຸວົງ ຈຳນວນ 10,000,000 ກີບ/ປີ,ປະກອບສ່ວນງົບປະມານຊຸກຍູ້ ໃຫ້ເມືອງລ້ອງແຈ້ງ ຈຳນວນ 10,000,000 ກີບ/ປີ, ປະກອບສ່ວນງົບປະມານພັດທະນາທ້ອງຖິ່ນໃຫ້ຕາແສງ ໂພນຈະເລີນ ( ບ້ານໂພນພະ) ແລະ ຕາແສງສາມັກຄີໄຊ ( ນາໄຊສະຫວ່າງ) ຕາແສງລະ 10,000,000 ກີບ/ປີ.

ໃນໂອກາດທີ່ມີຄວາມໝາຍ-ຄວາມສໍາຄັນນີ້ ທ່ານ ພົຈວ ບົວພັນ ອິນທະປັນຍາ ໄດ້ຂຶ້ນມີຄໍາເຫັນ ເຊິ່ງທ່ານກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງບໍລິສັດ ທີ່ໄດ້ເຂົ້າມາພັດທະນາຢູ່ແຂວງໄຊສົມບູນ ພ້ອມນີ້ທ່ານຍັງໄດ້ເນັ້ນໜັກໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງລັດ ແລະ ບໍລິສັດ ຄຳນຶ່ງເຖິງສະພາບແວດລ້ອມໂດຍລວມ ໃນຂອບເຂດຂອງບໍລິສັດໄດ້ເຊັນສັນຍາ ເພື່ອບໍ່ໃຫ້ມີຜົນກະທົບຕໍ່ສິ່ງແວດລ້ອມ, ຕ້ອງມີການບໍລິຫານ, ຈັດສັນ ແລະ ດຳເນີນຕາມຂັ້ນຕອນ, ພ້ອມກັນຈັດຕັ້ງປະຕິບັດບັນດາໜ້າວຽກດັ່ງກ່າວໃຫ້ບັນລຸຜົນຕາມຄາດໝາຍທີ່ວ່າງໄວ້.ຈາກນັ້ນ ທັງສອງຝ່າຍກໍໄດ້ລົງນາມເຊັນສັນຍາຮ່ວມກັນ ລະຫວ່າງ ຕາງໜ້າໂດຍອົງການປົກຄອງ ແຂວງໄຊສົມບູນ ເຊັນໂດຍທ່ານ ໄຊຍະເດດ ວົງສາຣະວັນ ຫົວໜ້າຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນແຂວງ, ທ່ານ ພາທໍ່ ຕົງເຢີທໍ່ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ແລະ ຝ່າຍບໍລິສັດ ເຊັນໂດຍທ່ານ ປະພັນ ພັດທະນາເປັນເລີດ ປະທານບໍລິສັດ ອິນໂດໄຊນ່າ ກຮີນພາວເວີ້ ຈຳກັດ ແລະ ທ່ານ ບາຣະມີ ເລີດບຸນຍາກອນ ປະທານ ບໍລິສັດ ເລີດພາວເວີ້ ຈຳກັດພ້ອມດ້ວຍເຊັນພະຍານຈາກທັງສອງຝ່າຍ ໂດຍຊ້ອງໜ້າການນຳແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.