ເມືອງທ່າໂທມ ຈັດພິທີ ປະຖະກະຖາວັນແມ່ຍິງສາກົນ ຄົບຮອບ 116 ປີ

ເມືອງທ່າໂທມ ຈັດພິທີ ປະຖະກະຖາວັນແມ່ຍິງສາກົນ ຄົບຮອບ 116 ປີ

ຕອນເຊົ້າຂອງວັນທີ 6 ມີນາ 2024 ຢູ່ທີ່ສະໂມສອນຫ້ອງວ່າການເມືອງທ່າໂທມ ໄດ້ຈັດພິທີປະຖະກະຖາເລົ່າມູນເຊື້ອປະຫວັດຄວາມເປັນມາ ວັນແມ່ຍິງສາກົນ ( ວັນທີ 8 ມີນາ 1910 – ວັນທີ 8 ມີນາ 2026 ຄົບຮອບ 116 ປີ )ໂດຍການເປັນປະທານ ຂອງທ່ານ ສຸພີ ສີລິລັດ ກໍາມະການປະຈໍາພັກເມືອງ ຜູ້ຊີ້ນໍາວຽກງານອົງການຈັດຕັ້ງມະຫາຊົນ, ປະທານແນວລາວສ້າງຊາດເມືອງ , ມີທ່ານ ນາງ ຄໍາເພັດ ແກ້ວວິໄລ ກໍາມະການພັກເມືອງ, ປະທານສະຫະພັນແມ່ຍິງເມືອງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ກົມກອງ, ມີບັນດາປະທານສະຫະພັນແມ່ຍິງໜ່ວຍຕະຫຼອດຮອດສະມາຊິກສະຫະພັນແມ່ຍິງອອ້ມຂ້າງເມືອງເຂົ້າຮ່ວມ.
ໃນພິທີ ທ່ານນາງ ສຸລິວັນ ຫົງປະດິດ ຮອງປະທານສະຫະພັນແມ່ຍິງເມືອງທ່າໂທມ ໄດ້ຂຶ້ນເລົ່າມູນເຊື້ອປະຫັວດຄວາມເປັນມາວັນແມ່ຍິງສາກົນຄົບຮອບ 116 ປີ ຊຶ່ງໄດ້ຍົກໃຫ້ເຫັນການກໍາເນີດ ແລະ ເຕີບໃຫ່ຍຂະຫຍາຍຕົວຂອງແມ່ຍິງ ໃນທ່າມກາງສະພາບເສດຖະກິດ ຂອງພວກສັກດີນາ ແລະ ນາຍທຶນຂະຫຍາຍຕົວ, ເມື່ອໂຮງຈັກ, ໂຮງງານ ຕ້ອງແກ້ໄຂຊີວິດການເປັນຢູ່ໃຫ້ເຂົາເຈົ້າ, ມາເຖິງປີ 1910 ຂະບວນການຕໍ່ສູ້ຂອງແມ່ຍິງໄດ້ແຜ່ຂະຫຍາຍກ້ວາງອອກໄປສູ່ປະເທດນາຍທຶນຢູ່ທະວີບເອີລົບ ແລະ ໃນປີນີ້ເອງກອງປະຊຸມສາກົນກຽ່ວກັບບັນຫາແມ່ຍິງຄັ້ງທໍາອິດໄດ້ຈັດຂຶ້ນຢູ່ ໂກເປນຮາກ ນະຄອນຫຼວງ ຂອງປະເທດ ເດນມາກ, ເຊິ່ງມີຜູ້ແທນ 100 ກ່ວາຄົນຈາກ 17 ປະເທດເຂົ້າຮ່ວມ, ກອງປະຊຸມດັ່ງກ່າວໄດ້ຮັບຮອງ ແລະ ຕົກລົງເອົາວັນທີ 8 ມີນາ ຂອງທຸກປີເປັນວັນແມ່ຍິງສາກົນ , ໂດຍວັນທີ 8 ມີນາ ແມ່ນເຫດການ – ການເມືອງທີ່ສໍາຄັນເປັນຂີດໝາຍແຫ່ງໄຊຊະນະອັນພື້ນຖານຂອງຂະບວນການແມ່ຍິງສາກົນໃນການຕໍ່ສູ້ທວງເອົາສິດຜົນປະໂຫຍດອັນເປັນທໍາໃຫ້ແກ່ແມ່ຍິງຊາວຜູ້ອອກແຮງງານໃນທົ່ວໂລກ, ເປັນວັນລະນຶກເຖິງການຕໍ່ສູ້ຂອງແມ່ຍິງເພື່ອປົດປ່ອຍ, ທວງໃຫ້ມີສິດສະເໝີພາບ ແລະ ປະຊາທິປະໄຕຄືກັນກັບຜູ້ຊາຍ, ທວງໃຫ້ພວກນາຍທຶນແກ້ໄຂຊີວິດການເປັນຢູ່ພາຍໃຕ້ຄໍາຂັວນ( ຜູ້ໜຶ່ງ ເຮັດວຽກມື້ລະ 8 ຊົ່ວໂມງ, ແມ່ຍິງ ແລະ ຜູ້ຊາຍ ເຮັດວຽກ ຄືກັນຕ້ອງໄດ້ເງິນເດືອນເທົ່າກັນ, ຕ້ອງມີລະບອບປ້ອງກັນສຸຂະພາບຂອງແມ່ຍິງ ແລະ ເດັກນ້ອຍ, ຕ້ານສົງຄາມຮຸກຮານ, ປົກປັກຮັກສາສັນຕິພາບໂລກ ).

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa