ຄະນະໂຄສະນາອົບຮົມແຂວງໄຊສົມບູນ ລົງຝຶກອົບຮົມ ແລະ ເຊື່ອມຊຶມເອກະສານໃຫ້ແກ່ຕາແສງວຽງໄຊ ເມືອງທ່າໂທມ

ໃນວັນທີ 12 ມີນາ 2026 ນີ້ ທ່ານ ນາງ ຄຳສີ ສິດທິວໍລະດາ ຄະນະປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງໄຊສົມບູນ ພ້ອມດ້ວຍຄະນະ ໄດ້ລົງຈັດກອງປະຊຸມຝຶກອົບຮົມຄວາມຮູ້ພື້ນຖານດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ ຢູ່ ຕາແສງວຽງໄຊ ເມືອງທ່າໂທມ ແຂວງໄຊສົມບູນ ເຂົ້າຮ່ວມເປັນປະທານໂດຍ ທ່ານ ສຸພີ ສີລີລັດ ຄະນະປະຈຳພັກເມືອງ, ປະທານແນວລາວສ້າງຊາດ ເມືອງທ່າໂທມ, ມີທ່ານ ບົວໄລ ອິນທະວົງ ກຳມະການພັກເມືອງ, ປະທານຄະນະກຳມະການປົກຄອງຕາແສງວຽງໄຊ ມີບັນດາຫົວໜ້າ, ຮອງຫົວໜ້າຫ້ອງການໂຄສະນາອົບຮົມເມືອງ, ພະນັກງານຂອງຕາແສງ, ເຖົ້າແກ່ແນວຮົມ ແລະ 5 ໜ່ວຍງານຂອງຕາແສງວຽງໄຊ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ນາງ ຄຳສີ ສິດທີວໍລະດາ ໄດ້ມີຄຳເຫັນ ແລະ ກ່າວເປີດກອງປະຊຸມ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຄວາມ ໝາຍຄວາມສຳຄັນ ຂອງວຽກງານໂຄສະນາ ຊຶ່ງວຽກງານໂຄສະນາແມ່ນມີພາລະບົດບາດ ເປັນເສນາທີການໃຫ້ແກ່ຄະນະບໍລິຫານງານພັກແຂວງ ໂດຍ ສະເພາະແມ່ນ ຄະນະປະຈຳພັກແຂວງ ກ່ຽວກັບວຽກງານການເມືອງ-ແນວຄິດ, ວຽກງານອົບຮົມ ແລະ ວຽກງານໂຄສະນາ ໃນການຈັດຕັ້ງເຜີຍແຜ່, ເຊື່ມຊືມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ມະຕິຄຳສັ່ງຂອງຂັ້ນເທິງ ໃຫ້ແກ່ສະມາຊິກພັກ, ພະນັກງານ, ທະຫານ, ຕຳຫຼວດ, ຊັ້ນຄົນ ປັນຍາຊົນ, ນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້ ແລະ ເຂົ້າໃຈ.
ການຝຶກອົບຮົມໃນຄັ້ງນີ້ ສຳມະນາກອນໄດ້ຮຽນຮູ້ກ່ຽວກັບ ຄວາມຮູ້ພື້ນຖານປະຫວັດຄວາມເປັນມາຂອງຊາດລາວເຮົາ ແລະ ມູນເຊື້ອອັນສະຫງ່າລາສີຂອງຊາດລາວ, ລະບົບການເມືອງ-ການປົກຄອງ ຢູ່ ສປປ ລາວ, ຄວາມໝາຍ ແລະ ຄວາມຈຳເປັນໃນການຍົກສູງຄວາມສາມາດນຳພາຂອງໜ່ວຍພັກບ້ານ ແລະ ຄວາມໝາຍຄວາມສຳຄັນຂອງການສ້າງບ້ານພັດທະນາ, ວິທີແກ້ໄຂຄວາມທຸກຍາກ ແລະ ການຜະລິດເປັນສິນຄ້າ ພ້ອມທັງໄດ້ຮັບຟັງການເຊື່ອມຊຶມເອກະສານສຶກສາອົບຮົມການເມືອງ-ແນວຄິດ ກ່ຽວກັບການເສີມຂະຫຍາຍມູນເຊື້ອອັນສະຫງ່າລາສີຂອງປະຊາຊົນລາວບັນດາເຜົ່າ, ພາລະບົດບາດ ແລະ ໜ້າທີ່ຂອງຜູ້ຊົງຄຸນວຸດທີ, ການເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນ ແລະ ຄວາມສະເໝີພາບຂອງປະຊາຊົນບັນດາເຜົ່າ ພ້ອມນັ້ນ ກໍໄດ້ມີການມອບຮັບໃບຢັ້ງຢືນໃຫ້ແກ່ນັກສຳມະນາກອນ ຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa