ເມືອງອະນຸວົງ ຈັດພິທີປາຖະກະຖາວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ແລະ ວັນຄຽດແຄ້ນປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະເພື່ອປະເທດຊາດ ຄົບຮອບ 80 ປີ

ພິທີປາຖະກະຖາວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ແລະ ວັນຄຽດແຄ້ນປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະເພື່ອປະເທດຊາດ ຄົບຮອບ 80 ປີ

 

ໃນຕອນເຊົ້າວັນທີ 20 ມີນາ 2026 ນີ້. ຢູ່ທີ່ສະໂມສອນໃຫຍ່ເມືອງອະນຸວົງ ຄະນະພັກ, ຄະນະປະທານກຳມະການອົງການປົກຄອງເມືອງອະນຸວົງ ໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກ ປະຊາຊົນປະຕິວັດລາວ ( 22 ມີນາ 1955 – 22 ມີນາ 2026 ) ຄົບຮອບ 71 ປີ ແລະ ວັນຄຽດແຄ້ນປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະເພື່ອປະເທດຊາດ ( 21 ມີນາ 1946-21 ມີນາ 2026 ) ຄົບຮອບ 80 ປີ. ໂດຍການເປັນປະທານຂອງ ສະຫາຍ ພັດທະນາ ສີສົມພອນ ກໍາມະການພັກແຂວງ, ເລຂາພັກເມືອງ, ມີຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ມີຫົວໜ້າ, ຮອງຫ້ອງການ, ກົມກອງ, ອົງການ, ໂຮງຮຽນ ຕະຫຼອດຮອດພະນັກງານສະມາຊິກພັກ, ພະນັກງານບຳນານ, ພະນັກງານ-ລັດຖະກອນ ທົ່ວເມືອງອະນຸວົງ, ມີພະນັກງານຄູອາຈານ, ນ້ອງນ້ອຍເຍົາວະຊົນ,ຊາວໜຸ່ມເຂົ້າຮ່ວມ.
ໃນພິທີ ສະຫາຍ ພັດທະນາ ສີສົມພອນ ໄດ້ປາຖະກະຖາຫວນຄືນເຖິງມູນເຊື້ອຕົ້ນກຳເນີດວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ເຊິ່ງສະຫາຍກໍ່ໄດ້ຍົກໃຫ້ເຫັນເຖິງມູນເຊື້ອແຫ່ງການເຕີບໃຫຍ່ຂະຫຍາຍຕົວ, ມູນເຊື້ອແຫ່ງການຕໍ່ສູ່ເພື່ອປົດປ່ອນປະເທດຊາດ ແລະ ການນຳພາ-ຊີ້ນຳອັນສະຫຼາດສ່ອງສາຍຂອງພັກໃນໄລຍະຜ່ານຈົນເຖິງປັດຈຸບັນ. ພັກປະຊາຊົນປະຕິວັດລາວໄດ້ຮັບການສ້າຕັ້ງຂື້ນໃນວັນທີ 22 ມີນາ 1955 ຢູ່ເຂດຖານທີ່ໝັ້ນປະຕິວັດແຂວງຫົວພັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ເປັນຜູ້ນໍາພາສູງສຸດຂອງພັກ, ໄດ້ກໍາເນີດຂື້ນທາມກາງແປວໄຟຂອງສົງຄາມຕໍ່ຕ້ານຈັກກະພັດຜູ້ທີ່ຮຸກຮານ ແລະ ລູກແຫຼ່ງຕີນມືປະຕິການຂາຍຊາດຢ່າງໂຫດຮ້າຍປ່າເຖື່ອນ, ພັກໄດ້ນໍາພາປວງຊົນລາວທັງຊາດຕໍ່ສູ້ຕ້ານຈັກກະພັດຜູ້ຮຸກຮານ ແລະ ຕີນມືປະຕິການເພື່ອປົດປ່ອນປະເທດຊາດ, ນໍາເອົາຄວາມເປັນເອກະລາດ, ອິດສະຫຼະພາບ, ສິດເປັນເຈົ້າຂອງປະເທດຊາດອັນແທ້ຈິງມາສູ້ປະເທດຊາດ ແລະປະຊາ ຊົນລາວບັນດາເຜົ່າ. ນັບແຕ່ນັ້ນມາປະຊາຊົນລາວບັນດາເຜົ່າໄດ້ກາຍເປັນເຈົ້າຂອງປະເທດຊາດ, ມີສິດສະເໝີພາບ, ມີເອກະລາດ, ອໍານາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວມໄວ້ໃຫ້ໝັ້ນຄົງ ແລະ ຍາມໃດພັກເຮົາກໍ່ໄດ້ຢຶດຖືເອົາ 2 ໜ້າທີ່ຍຸດທະສາດທີ່ສໍາຄັນຄື: ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເພື່ອເຮັດໃຫ້ປະເທດຊາດມີສະ ຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ.
ຈາກນັ້ນ, ຄະນະພັກ, ຄະນະນຳກໍ່ໄດ້ມີການມອບເງິນຈໍານວນໜື່ງໃຫ້ບັນດາພະນັກງານສະມາຊິກພັກບໍານານ ຈໍານວນ 7 ສະຫາຍ. ແລະ ໄດ້ປາຖະກະຖາເລົ່າຫວນຄືນມູນເຊື້ອວັນຄຽດແຄ້ນປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ວັນເສຍສະຫຼະເພື່ອປະເທດຊາດ ຄົບຮອບ 80 ປີ ເຊິ່ງວັນທີ 21 ມີນາ 1946 ເປັນປະຫວັດຊາດຂອງຊາດລາວເຮົາທີ່ໄດ້ຈົດຈໍາ, ວັນທີ່ພວກລ່າເມືອງຂຶ້ນຝຣັ່ງ ໄດ້ສ້າງໂສກນາດຕະກໍາໃຫ້ແກ່ປະຊາຊົນລາວບັນດາເຜົ່າຢູ່ເມືອງທ່າແຂກ ແຂວງຄໍາມ່ວນ ຢ່າງໂຫດຮ້າຍປ່າເຖື່ອນພວກສັດຕູໄດ້ໃຊ້ເຮືອບິນ, ປືນໃຫຍ່, ປືນກົນຈັກຍິງປະຊາຊົນ ແລະ ທະຫານ, ພະນັກງານນັກຮົບພວກເຮົາທີ່ພວມຂ້າມແມ່ນໍ້າຂອງ ຢ່າງໂຫດຮ້າຍສາມານທີ່ສຸດ ເຮັດໃຫ້ມີຜູ້ບາດເຈັບສາຫັດ ແລະ ເສຍຊີວິດຢ່າງຫຼວງຫຼາຍ ໃນບັ້ນຮົບດັ່ງກ່າວ ເຖິງຈະບໍ່ໄດ້ຮັບໄຊຊະນະ ແລະ ຖືກຕ້ອງກໍ່ຕາມ ແຕ່ມັນກໍ່ເປັນການປຸກລະດົມນໍ້າໃຈຮັກຊາດ, ຄຽດແຄ້ນສັດຕູ້ ຂອງປະຊາຊົນລາວບັນດາເຜົ່າ ພ້ອມກັນລຸກຮື້ຂື້ນຢ່າງເປັນຂະບວນຕໍ່ສູ້ຕ້ານການຮຸກຮານ ຂອງພວກລ່າເມືອງຝຣັ່ງ. ພ້ອມນັ້ນຍັງພິສູດໃຫ້ເຫັນເຖິງຄວາມສະຫຼາດ, ຄວາມເກັ່ງກ້າສາມາດ ແລະ ມີໄຫວພິບໃນການຊີ້ນໍາ ແລະ ບັນຊາສູ້ຮົບ ຂອງກໍາລັງປະຕິວັດລາວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa