
ຫ້ອງວ່າການແຂວງໄຊສົມບູນ ຈັດກອງປະຊຸມ ເຜີຍແຜ່, ເຊື່ອມຊືມ ຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຄໍາສັ່ງຂອງປະທານຄະນະກຳມະການປົກຄອງແຂວງ ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 24 ມີນາ 2026 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ປະທານຄະນະກໍາມະກາານປົກຄອງແຂວງ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າພະແນກການ, ອົງການ, ກົມກອງ ອ້ອມຂ້າງແຂວງ ແລະ ພາກສ່ວນທີ່ກ່ຽວ ເຂົ້າຮ່ວມ. ໂອກາດນີ້ ທ່ານ ພົຈວ ບົວພັນ ອິນທະປັນຍາ ໄດ້ໃຫ້ຮູ້ວາ: ຈຸດປະສົງ ຂອງກອງປະຊຸມໃນຄັ້ງນີ້ ແມ່ນເພື່ອສືບຕໍ່ຈັດຕັ້ງປະຕິບັດຄໍາສັ່ງຂອງທ່ານນາຍົກລັດຖມົນຕີ ສະບັບເລກທີ 40/ນຍ ວ່າດ້ວຍການເພີ່ມທະແກ້ໄຂບັນຫາຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ແລະ ຄວາມເປັນເຈົ້າການຂອງທຸກພາກສ່ວນ ໃນໄລຍະສະພາບເຄັ່ງຮ້ອນ ໃນພາກພື້ນຕາເວັນອອກກາງ ທີ່ໄດ້ສົ່ງຜົນກະທົບໂດຍກົງ ແລະ ຄໍາສັ່ງຂອງປະທານຄະນະກໍາມະການປົກຄອງແຂວງ ວ່າດ້ວຍການເພີ່ມທະວີແກ້ໄຂບັນຫາຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0334/ຄປຂ ພ້ອມນີ້ ຈະຕ້ອງໄດ້ພ້ອມກັນເພີ່ມທະວີຄວາມຮັບຜິດຊອບສູງ ໃນການແກ້ໄຂບັນຫາດັ່ງກ່າວ ແລະ ພ້ອມກັນຄົ້ນຄວ້າປຶກສາຫາລື ຈັດສັນເວລາ ພ້ອມທັງເຊື່ອມຊຶມ ແລະ ເຜີຍແຜ່ເອກະສານຂອງການນໍາພວກເຮົາ ໃຫ້ເລິກເຊິ່ງເຖິງຖອງ, ຮັບຮູ້-ເຂົ້າໃຈ ຕໍ່ເນື້ອໃນດັ່ງກ່າວນີ້ ເພື່ອນໍາໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍຄໍາສັ່ງເລັ່ງດ່ວນ ເຂົ້າໃນກົມກອງຂອງຕົນ ໃຫ້ປະກົດຜົນເປັນຈິງ. ໃນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ຮັບຟັງການເຜີຍແຜ່ຄໍາສັ່ງຂອງນາຍຍົກລັດຖະມົນຕີ ແຫ່ງ ສປປ ລາວ ສະບັບເລກທີ 40/ນຍ, ລົງວັນທີ 13 ມີນາ 2026, ວ່າດ້ວຍ ການເພີ່ມທະວີແກ້ໄຂບັນຫາຜົນກະທົບຈາກລາຄານໍ້າມັນເຊື້ອໄຟ ເພື່ອເຮັດໃຫ້ການແກ້ໄຂແທດເໝາະກັບສະພາບຕົວຈິງ, ທັນການ, ມີປະສິດທິພາບ ແລະ ປະສິດທິຜົນ ແລະ ຄໍາສັ່ງ ຂອງປະທານຄະນະກຳມະການປົກຄອງແຂວງ ສະບັບເລກທີ 0334/ຄປຂ, ລົງວັນທີ 20 ມີນາ 2026 ວ່າດ້ວຍ: ການເພີ່ມທະວີເອົາໃຈໃສ່ຍົກສູງບາງມາດຕະການຊົ່ວຄາວ ໃນການແກ້ໄຂບັນຫາຜົນກະທົບ ຈາກວິກິດການລາຄານ້ຳມັນເຊື້ອໄຟ ເໜັງຕີງສູງ, ການສະໜອງນ້ຳມັນ ບໍ່ພຽງພໍ ພາຍໃນແຂວງ ເພື່ອໃຫ້ມີຄວາມເປັນເອກະພາບກັນ ແລະ ເປັນເຈົ້າການຈັດຕັ້ງປະຕິບັດ, ຕິດພັນກັບວຽກງານຫຼາຍດ້ານ, ໂດຍໄດ້ລະບຸໃຫ້ບັນດາພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ ແລະ 5 ເມືອງ ເພີ່ມທະວີຄວາມເປັນເຈົ້າການໃນການປະຕິບັດມາດຕະການສຸກເສີນ ແລະ ສະເພາະໜ້າ ຂອງລັດຖະບານວາງອອກ ດ້ວຍການດໍາເນີນມາດຕະການປະຫຍັດ, ຫຼຸດຜ່ອນການປະຊຸມແບບເຊິ່ງໜ້າ ທີ່ເດີນທາງ, ຫັນມາປະຊຸມແບບທາງໄກຫຼາຍຂຶ້ນ, ໃຫ້ສັບປ່ຽນພະນັກງານ ໝູນວຽນກັນມາປະຈໍາການ ສໍາລັບພະນັກງານທົ່ວໄປ ຕາມເງື່ອນໄຂຂອງກົມກອງ ເພື່ອຫຼຸດຜ່ອນພາລະການນຳໃຊ້ນ້ຳມັນເຊື້ອໄຟ ຂອງພະນັກງານ-ລັດຖະກອນ ໂດຍກໍານົດໜ້າວຽກ ແລະ ຕົວຊິ້ວັດຕໍ່ຜົນສໍາເລັດຂອງການເຮັດວຽກທາງໄກ ພ້ອມທັງຕິດຕາມກວດກາເປັນປົກກະຕິ. ຈາກນັ້ນ ຜູ້ເຂົ້າຮ່ວມໄດ້ຜັດປ່ຽນກັນປະກອບຄໍາຄິດ-ຄໍາເຫັນ ດ້ວຍຄວາມຮັບຜິດຊອບສູງ ເພື່ອພ້ອມກັນຄົ້ນຄວ້າປຶກສາຫາລື ແກ້ໄຂບັນຫາດັ່ງກ່າວ ແລະ ຈັດຕັ້ງປະຕິບັດມາດຕະການເລັ່ງດ່ວນ ສະເພາະໜ້າ ໃຫ້ໄດ້ຮັບຜົນດີ.
