ກອງປະຊຸມ ໃຫຍ່ຜູ້ແທນແນວລາວສ້າງຊາດ ແຂວງໄຊສົມບູນ ຄັ້ງທີ II

ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດ ແຂວງໄຊສົມບູນ ຄັ້ງທີ II ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນວັນທີ 26 ມີນາ ນີ້ ທີ່ສະໂມສອນຂອງແຂວງ ໂດຍການເປັນປະທານຂອງສະຫາຍ ເລັ່ງຊົ່ງ ຕົ່ງສີ ຄະນະປະຈຳພັກແຂວງ, ປະທານແນວລາວສ້າງຊາດ ແຂວງໄຊສົມບູນ ເປັນກຽດເຂົ້າຮ່ວມຂອງສະຫາຍ ນາງ ສີພະຈັນ ນັນທະວົງສາ ຄະນະປະຈໍາພັກ, ຮອງປະທານສູນກາງແນວລາວສ້າງຊາດ, ມີສະຫາຍ ທອງວັນ ທໍາມະວົງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຫົວໜ້າຄະນະຈັດຕັ້ງ ແຂວງໄຊສົມບູນ, ມີການນຳແຂວງ, ບັນດາພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ພ້ອມດ້ວຍຜູ້ແທນກອງປະຊຸມ ແລະ ແຂກຖືກເຊີນ ເຂົ້າຮ່ວມ.
ໂອກາດນີ້ ສະຫາຍ ເລັ່ງຊົ່ງ ຕົ່ງສີ ໄດ້ມີຄໍາເຫັນກ່າວເປີດກອງປະຊຸມວ່າ: ກອງປະຊຸມໃຫຍ່ຜູ້ແທນແນວລາວສ້າງຊາດທົ່ວແຂວງໄຊສົມບູນ ຄັ້ງທີ II ດໍາເນີນ ພາຍໃຕ້ຄໍາຂວັນ “ສັງຄົມມີຄວາມສາມັກຄີປອງດອງເປັນປຶກແຜ່ນ, ມີຄວາມ ເຊື້ອໝັ້ນ ແລະ ເຂົ້າຮວ່ມປະຕິບັດແນວທາງ, ລັດຖະທຳມະນູນ, ກົດໝາຍ, ແຜນພັດທະນາເສດທະ ກິດ-ສັງຄົມ ຢ່າງເປັນຂະບວນການກວ້າງຂວາງ” ຊຶ່ງຈະໄດ້ພ້ອມກັນ ຄົ້ນຄວ້າພິຈາລະນາ ປະກອບຄໍາຄິດ-ຄໍາເຫັນ ແລະ ຮັບຮອງເອົາບັນຫາທີ່ສໍາຄັນຂອງກອງປະຊຸມ ພ້ອມນີ້ ຍັງຮັບຟັງການປະກອບຄໍາເຫັນຂອງພາກສວ່ນຕ່າງໆ.
ຈາກນັ້ນ ສະຫາຍ ເລັ່ງຢ່າງ ຮອງປະທານແນວ ລາວສ້າງຊາດ ແຂວງໄຊສົມບູນ ໄດ້ຜ່ານຮ່າງບົດລາຍງານການເມືອງທັງ 2 ພາກ ໃນໄລຍະຜ່ານມາ ໄດ້ເສີມສ້າງຄວາມສາມັກຄີປອງດອງຢ່າງຕັ້ງໜ້າ, ຖືສໍາຄັນຕໍ່ວຽກງານສາສະຫນາ ຊຶ່ງໄດ້ຝຶກອົບຮົມ, ແນະນໍາການດໍາເນີນພິທີກຳຕ່າງໆ ໃຫ້ຖືກຕ້ອງຕາມຫຼັກສິນທຳຂອງຕົນ, ຮີດຄອງປະເພນີ ແລະ ກົດໝາຍ, ປຸກລະດົມຂົນຂວາຍປະຊາຊົນໃຫ້ເຂົ້າຮ່ວມປະຕິບັດແຜນພັດທະນາຂອງລັດ, ປະກອບສ່ວນເຂົ້າໃນ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເສີມຂະຫຍາຍມູນເຊື້ອວັດທະນະທໍາ-ຮີດຄອງປະເພນີອັນດີງາມ ຂອງຊາດ, ຂອງເຜົ່າ, ຊຸກຍູ້ໃຫ້ລູກຫຼານເດັກນ້ອຍເຍົາວະຊົນບັນດາເຜົ່າໄດ້ເຂົ້າໂຮງຮຽນ, ເຂົ້າເຖິງສາທາລະນະສຸກ ພ້ອມທັງ ປະຕິບັດໂຄງການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ຕິດພັນກັບການແກ້ໄຂຄວາມທຸກຍາກ ເຮັດໃຫ້ປະຊາຊົນ ມີຊີວິດການເປັນຢູ່ທີ່ດີຂຶ້ນ ມາຮອດປັດຈຸບັນ ໃນທົ່ວແຂວງໄດ້ຮັບຮອງຄອບຄົວ ສາມັກຄີ ຈໍານວນ 15,700 ກວ່າຄອບຄົວ, ບ້ານສາມັກຄີປອງດອງ ຈໍານວນ 88 ບ້ານ, ເມືອງ ສ້າງຄອບຄົວ ແລະ ບ້ານສາມັກຄີ ໄດ້ 2 ເມືອງ. ພ້ອມນີ້ ຍັງໄດ້ຮັບຟັງການປະກອບຄຳເຫັນຈາກພາກສ່ວນຕ່າງໆ ຕື່ມອີກ.
ຈາກນັ້ນ ສະຫາຍ ຄໍາຜອງ ສຸດທິຈັກ ຮອງຫົວໜ້າຄະນະຈັດຕັ້ງ ແຂວງ ໄດ້ສະເໜີລາຍຊື່ເປົ້າໝາຍກຳມະການແນວລາວສ້າງຊາດແຂວງຊຸດໃໝ່ ກອງປະຊຸມປະຖົມມະລຶກໄດ້ໄດ້ເປັນເອກະສັນຮັບຮອງເອົາການສະເໜີແຕ່ງຕັ້ງຄະນະກຳມະການແນວລາວສ້າງຊາດ ສະໄຫມທີ II ຈໍານວນ 53 ສະຫາຍ, ຍິງ 4 ທ່ານ, ພຣະສົງ 1 ອົງ, ໄດ້ແຕ່ງຕັ້ງຄະນະປະຈຳແນວລາວສ້າງຊາດ ຈໍານວນ 7 ສະຫາຍ, ຍິງ 1 ທ່ານ, ແຕ່ງຕັ້ງ ສະຫາຍ ເລັ່ງຊົ່ງ ຕົ່ງສີ ເປັນປະທານແນວລາວສ້າງຊາດແຂວງ, ສະຫາຍ ຕົວລໍ່ ຊາເຢີ, ສະຫາຍ ເລັ່ງຢ່າງ, ສະຫາຍ ສົມດາວີ ຄຳເມືອງຄູນ ແລະ ສະຫາຍ ພິມພາ ທຳມະວົງ ເປັນຮອງປະທານແນວລາວສ້າງຊາດ ແຂວງໄຊສົມບູນ ພ້ອມນີ້ ຍັງໄດ້ແຕ່ງຕັ້ງ ສະຫາຍ ສົມດາວີ ຄຳເມືອງຄູນ ເປັນປະທານກວດກາ, ສະຫາຍ ປາວວ່າງ ວ່າຢິ້ງຕູ້ວື່ ເປັນຮອງປະທານກວດກາ ແລະ ສະຫາຍ ນາງ ຄຳແສງ ຄໍາລາສິນ ເປັນຄະນະ.
ໃນໂອກາດນີ້ ສະຫາຍ ນາງ ສີພະຈັນ ນັນທະວົງສາ ໄດ້ມີຄຳເຫັນໂອ້ລົມ ຊຶ່ງໄດ້ເນັ້ນໜັກໃຫ້ ແນວລາວສ້າງຊາດແຕ່ລະຂັ້ນທົ່ວ ແຂວງໄຊສົມບູນ, ຈົ່ງສືບຕໍ່ເຕົ້າໂຮມຄວາມສາມັກຄີປອງດອງທົ່ວປວງຊົນ, ຕິດພັນກັບຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ຂະບວນການ ສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ແລະ ຂະບວນການອື່ນໆ ໃຫ້ດີຂຶ້ນກວ່າເກົ່າ, ຍຶດໝັ້ນ ແລະ ເສີມຂະຫຍາຍຄຸນລັກສະນະສະເພາະ ຕາມເນື້ອໃນ 4 ເສີມສ້າງ ຄື: ເສີມສ້າງຄວາມສາມັກຄີ, ເສີມສ້າງຄຸນງາມຄວາມດີ, ເສີມສ້າງຄຸນວຸດທິ ແລະ ເສີມສ້າງຄຸນນະທໍາ ພ້ອມນີ້ ກໍໃຫ້ເອົາໃຈໃສ່ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ II ໃຫ້ປະກົດຜົນເປັນຈິງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa