ກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງໄຊສົມບູນ ຄັ້ງທີ 3 ສະໄໝທີ II

ແຂວງໄຊສົມບູນ ຈັດກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 3 ສະໄໝທີ II ຂຶ້ນໃນຕອນເຊົ້າຂອງວັນທີ 31 ມີນາ 2026 ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານ ຂອງສະຫາຍ ພອຍຄໍາ ຮຸ່ງບຸນຍວງ, ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງໄຊສົມບູນ, ມີຮອງເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງ, ຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ ຕະຫຼອດຮອດບັນດາສະຫາຍເລຂາໜ່ວຍພັກພະແນກການ, ອົງການ-ກົມກອງ ແລະ ເລຂາ-ຮອງເລຂາຄະນະບໍລິຫານງານພັກເມືອງທັງ 5 ເມືອງ ເຂົ້າຮ່ວມ.
ໂອກາດນີ້ ສະຫາຍ ພອຍຄໍາ ຮຸ່ງບຸນຍວງ ໄດ້ມີຄໍາເຫັນ ແລະ ກ່າວເປີດກອງປະຊຸມ ຢ່າງເປັນທາງການ ເຊິ່ງສະຫາຍໄດ້ໃຫ້ຮູ້ວ່າກອງປະຊຸມຄັ້ງນີ້ ກໍເພື່ອຕີລາຄາການນໍາພາ-ຊີ້ນໍາວຽກງານຮອບດ້ານຂອງຄະນະບໍລິຫານງານພັກແຂວງໄຊສົມບູນ ປະຈໍາໄຕມາດ I ແລະ ທິດທາງແຜນການໄຕມາດ II ປີ 2026, ຕີລາຄາການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ, ຕີລາຄາວຽກງານກໍ່ສ້າງພັກ-ພະນັກງານ ໄລຍະ 3 ເດືອນຜ່ານມາ ແລະ ທິດທາງແຜນການ 3 ເດືອນຕໍ່ໜ້າ, ສະຫຼຸບວຽກງານ 3 ສ້າງ ຕິດພັນກັບການແຂ່ງຂັນຮັກຊາດ ແລະ ພັດທະນາຂອງແຂວງ ພ້ອມນີ້ ສະຫາຍ ກໍໄດ້ເນັ້ນໜັກໃຫ້ຜູ້ເຂົ້າຮ່ວມຈົ່ງພ້ອມກັນຍົກຍູງຄວາມຮັບຜິດຊອບການເມືອງຂອງຕົນ, ໂດຍສຸມສະຕິປັນຍາ, ຄວາມຮູ້, ຄວາມສາມາດເຂົ້າໃນການຄົ້ນຄວ້າ ປະກອບຄໍາເຫັນຢ່າງມີປະຊາທິປະໄຕ ແລະ ສະ ໜອງຂໍ້ມູນໃນເນື້ອໃນ ໃຫ້ມີເນື້ອໃນຄົບຖ້ວນສົມບູນ, ເລິກເຊິ່ງ, ຖືກຕ້ອງ, ສ້າງສັນ, ກົງໄປກົງມາ ແລະ ພາວະວິໄສ ເພື່ອໃຫ້ສອດຄ່ອງກັບສະພາບການຕົວຈິງ ພ້ອມນີ້ກໍຕ້ອງພ້ອມກັນຊອກຫາວິທີທາງ ແລະ ມາດຕະການແກ້ໄຂບັນຫາທີ່ຍັງຄົງຄາງ ເພື່ອໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້.
ຈາກນັ້ນ ສະຫາຍ ວັນຄໍາເກັງ ຢ່າຊົງກົວ ກໍາມະການພັກແຂວງ ຫົວໜ້າຫ້ອງວ່າການ ແຂວງ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບຕີລາຄາການນໍາພາ-ຊີ້ນໍາວຽກງານຮອງດ້ານ ຂອງຄະນະບໍລິຫານພັກແຂວງ ປະຈໍາໄຕມາດ I ແລະ ທິດທາງແຜນການໄຕມາດ II ເຊິ່ງໃນໄລຍະຜ່ານມາຄະນະພັກ-ຄະນະນໍາຂອງແຂວງ ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດ ໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໃນທົ່ວແຂວງ ເປັນປົກກະຕິ, ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍໄດ້ສຸມໃສ່ລົງຕິດຕາມ, ຊຸກຍູ້ພະນັກງານກໍາລັງປະຈໍາຢູ່ບ້ານຈຸດສຸມຂອງແຂວງ, ສຸມໃສ່ນໍາພາສ້າງຄອບຄົວ ແລະ ບ້ານປ້ອງກັນຊາດເຂັ້ມແຂງ, ສ້າງຄອບຄົວ ແລະ ບ້ານປ້ອງກັນຄວາມສະຫງົບດີ, ໄດ້ເອົາໃຈໃສ່ນໍາພາຈັດຕັ້ງປະຕິບັດວຽກງານຫັນກໍ່ສ້າງຮາກຖານການເມືອງຕາມ 4 ເນື້ອໃນ 4 ຄາດໝາຍ ຕິດພັນກັບວຽກງານພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ວຽກງານ 3 ສ້າງ ຢ່າງແຂງແຮງ, ວຽກງານອົງການອໍານາດລັດ ກໍໄດ້ສຸມໃສ່ຄຸ້ມຄອງ ພະນັກງານ-ລັດຖະກອນ ແລະ ໄດ້ສົມທົບກັບຂະແໜງຂອງແຂວງ, ຂອງເມືອງ ສ້າງຕັ້ງ ແລະ ປະກາດ 14 ຕາແສງ ຕາມກົດໝາຍ ແລະ ລະບຽບການໄດ້ກໍານົດໄວ້, ພ້ອມນັ້ນ ກໍສໍາເລັດກອງປະຊຸມເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ X ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຊຸດທີ V, ນອກນີ້ ກໍໄດ້ຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2026 ຕິດພັນກັບມະຕິ 04/ກມສພ, ດໍາລັດ 414/ລບ ແລະ 2 ວາລະແຫ່ງຊາດ ຢ່າງແຂງແຮງ ເຮັດໃຫ້ເສດຖະກິດມະຫາພາກຂອງແຂວງ ສືບຕໍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ຕາມທິດຫັນເປັນທັນສະໄໝ ມາຮອດປະຈຸບັນແຂວງພວກເຮົາສາມາດຈັດເກັບລາຍຮັບເຂົ້າງົບປະມານໄດ້ 200,59 ຕື້ກີບ, ເທົ່າກັບ 8,91% ຂອງແຜນການປີ, ໃນນີ້ລາຍຮັບບ້ວງ 414/ລບ ປະຕິບັດໄດ້ 59,50 ຕື້ກວ່າກີບ, ເທົ່າກັບ 6, 90% ຂອງແຜນການປີ, ຄຸ້ມຄອງລາຍຈ່າຍງົບປະມານໄດ້ 307 ຕື້ກີບ, ບັນດາໂຄງການລົງທຶນຕ່າງໆ ນັບທັງພາກລັດ, ພາກເອກະຊົນພາຍໃນ ແລະ ຕາງປະເທດ ໄດ້ຮັບການຈັດຕັ້ງປະຕິບັດຕາມສັນຍາ ແລະ ຕາມແຜນການທີ່ວາງໄວ້. ພ້ອມດຽວກັນນີ້ ບັນດາຜູ້ເຂົ້າຮ່ວມ ໄດ້ຜັດປ່ຽນກັນຂຶ້ນລາຍງານໜ້າວຽກຂອງຕົນ ແລະ ປະກອບຄໍາຄິດ-ຄໍາເຫັນໃສ່ຕໍ່ບົດສະຫຼຸບ ທັງນີ້ ກໍເພື່ອຈະໄດ້ພ້ອມກັນປັບປຸງບັນຫາຈຸດອ່ອນ- ຂໍ້ຄົງຄ້າງ ແລະ ມາດຕະການ ເພື່ອສຸມໃສ່ນໍາພາ-ຊີ້ນໍາແກ້ໄຂໃນຕໍ່ໜ້າ ໃຫ້ສາມາດຈັດຕັ້ງປະຕິບັດບັນລຸ ແລະ ສໍາເລັດຕາມແຜນທີ່ວາງໄວ້. ເຊິ່ງກອງປະຊຸມດັ່ງກ່າວຈະໄດ້ດໍາເນີນເປັນເວລາ 2 ວັນ ຈຶ່ງຈະສໍາເລັດ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa