ຄະນະບໍລິຫານງານຊາວໜຸ່ມແຂວງຈັດພິທີ ປາຖະກະຖາ ເລົ່າມູນເຊື້ອວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ຢູ່ແຂວງໄຊສົມບູນ

ຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັດລາວ ແຂວງໄຊສົມບູນ ໄດ້ຈັດພິທີ ປາຖະກະຖາ ເລົ່າມູນເຊື້ອວັນສ້າງຕັ້ງ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຄົບຮອບ 71 ປີ ຂຶ້ນໃນຕອນເຊົ້າຂອງວັນທີ 23 ເມສາ 2026 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເປັນປະທານຂອງສະຫາຍ ພອຍຄຳ ຮຸ່ງບຸນຍວງ ກຳມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງ, ມີສະຫາຍ ເຍ່ຍຊົ່ງ ຫວັງທ່າວ ເລຂາຄະນະບໍລິຫານຊາວໜຸ່ມແຂວງ ພ້ອມດວ້ຍບັນດາສະຫາຍ ເລຂາຮາກຖານຊາວໜຸ່ມ, ໜ່ວຍຊາວໜຸ່ມ ພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ, ຕະຫລອດຮອດຊາວໜຸ່ມຕະລຸມບອນ, ນ້ອງນັກຮຽນຊາວໜຸ່ມ-ເຍົາວະຊົນ ເຂົ້າຮ່ວມ.
ໃນພິທີ ສະຫາຍ ເຍ່ຍຊົ່ງ ຫວັງທ່າວ ໄດ້ຂຶ້ນຜ່ານມະຕິຕົກລົງ ວ່າດ້ວຍການອະນຸມັດຂອງຄະນະປະຈຳພັກແຂວງໃຫ້ຄະນະບໍລິຫານງານຊາວໜຸ່ມແຂວງ ຈັດພິທີປາຖະກະຖາ ວັນສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ແລະ ຜ່ານຂໍ້ຕົກລົງວ່າດ້ວຍການມອບ-ຮັບໃບຍ້ອງຍໍໃຫ້ແກ່ຄະນະນຳຄະນະບໍລິຫານງານຊາວໜຸ່ມແຂວງ, ນັກຮຽນກອງດຸລິຍາງ ແລະ ຜູ້ປົກຄອງ. ພ້ອມດຽວກັນນັ້ນ ສະຫາຍ ພອຍຄຳ ຮຸ່ງບຸນຍວງ ໄດ້ໃຫ້ກຽດຂຶ້ນປາຖະກະຖາເລົ່າປະຫວັດແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ຊຶ່ງຊາດລາວເຮົາມີມູນເຊື້ອທີ່ອົງອາດກ້າຫານ ມີປະຫວັດສາດອັນຍາວນານໃນການເຕົ້າໂຮມຄວາມສາມັກຄີ ແລະ ປົກປັກຮັກສາປະເທດຊາດ ທີ່ສືບທອດກັນມາແຕ່ດຶກດຳບັນ. ຢູ່ໃນໄລຍະປະຫວັດສາດນັ້ນ ໄດ້ກຳເນີດບັນພະບຸລຸດ ແລະ ວິລະຊົນຜູ້ທີ່ມີຊື່ສຽງຮຽງນາມຫຼາຍທ່ານ ພວກເພິ່ນເຫຼົ່ານັ້ນ ໄດ້ກາຍເປັນສັນຍາລັກແຫ່ງຄວາມເດັດດ່ຽວໜຽວແໜ້ນ ແລະ ເປັນສັນຍາລັກແຫ່ງຄວາມກ້າຫານບໍ່ຍອມຈຳນົນຂອງຄົນລາວເພື່ອຄວາມເປັນເອກະລາດ ໂດຍແມ່ນພັກປະຊາຊົນປະຕິວັດລາວໃນເມື່ອກ່ອນ ແລະ ແມ່ນພັກປະຊາຊົນປະຕິວັດລາວ ໃນປະຈຸບັນ ໂດຍປະທານ ໄກສອນ ພົມວິຫານ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດໄດ້ສ້າງຕັ້ງ, ຝຶກຝົນຫລໍ່ຫລອມ ແລະ ນຳພາໂດຍກົງຮອບດ້ານ, ພາຍໃຕ້ຮົ່ມທຸງຂອງພັກນັ້ນການຈັດຕັ້ງຊາວໜຸ່ມໄດ້ມີການເຕີບໃຫຍ່ເຂັ້ມແຂງທັງປະລິມານ ແລະ ຄຸນນະພາບໃໝ່, ຊຶ່ງໄດ້ສ້າງຜົນງານ ແລະ ວິລະກຳອັນໃຫຍ່ຫຼວງທີ່ໄດ້ຈົດບັນທຶກໄວ້ໃນໜ້າປະຫວັດສາດຂອງຊາດລາວ. ໃນອາດີດ ກໍຄືປັດຈຸບັນ ຄະນະຊາວໜຸ່ມປະຊາຊົນປະຕິວັດລາວ ໄດ້ຈັດຕັ້ງຜັນຂະຫຍາຍ ແລະ ສືບຕໍ່ເສີມຂະຫຍາຍມູນເຊື້ອບົດບາດປະຈັນບານຂອງຕົນ ເຂົ້າໃນການຈັດຕັ້ງປະຕິບັດແນວທາງ, ມະຕິກອງປະຊຸມໃຫຍ່ແຕ່ລະສະໄໝຂອງພັກ, ມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມລາວທົ່ວປະເທດ ແລະ ເນື້ອໃນຂໍ້ແຂ່ງຂັນແຕ່ລະໄລຍະ ໂດຍສະເພາະການຈັດຕັ້ງຜັນຂະຫຍາຍ 4 ບຸກທະລຸຂອງພັກ ມາເປັນເນື້ອໃນຂໍ້ແຂ່ງຂັນ 4 ບຸກຂອງຊາວໜຸ່ມ ຕິດພັນກັບມະຕິ 3 ສ້າງຂອງກົມການເມືອງສູນກາງພັກນີ້ແມ່ນການຫັນປ່ຽນ ແລະ ທວງທ່າທີ່ກ້າວໜ້າ ໃຫ້ແກ່ການເຕີບໃຫຍ່ຂະຫຍາຍຕົວຂອງວຽກງານຊາວໜຸ່ມ-ເຍົາວະຊົນ ໃນໄລຍະໃໝ່ ເພື່ອໃຫ້ສົມດັ່ງຄຳເວົ້າຂອງປະທານ ໄກສອນ ພົມວິຫານ ໄດ້ມອບນາມມະຍົດໄວ້ໃຫ້ຊາວໜຸ່ມທີ່ວ່າ: ຊາວໜຸ່ມຈົ່ງເປັນດັ່ງນົກອິນຊີທີ່ບໍ່ຫວັ່ນກົວຕໍ່ພາຍຸລົມແດງ ຈົ່ງກາຍເປັນສິນໄຊຂອງຍຸກສະໄໝພວກເຮົາ. ທັງໝົດນັ້ນ ແມ່ນມູນເຊື້ອອັນລວມຍອດຂອງຊາວໜຸ່ມລາວ ທີ່ຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການຂອງປະເທດຊາດ ໃນການເຮັດສຳເລັດພາລະກຳປະຫວັດສາດຂອງຕົນກໍ່ຄື ປົດປ່ອຍປະເທດຊາດ ແລະ ພວມເສີມຂະຫຍາຍບົດບາດປະຈັນບານເຂົ້າໃນສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດຕາມທິດຍືນຍົງສູ່ຈຸດໝາຍສັງຄົມນິຍົມ. ຈາກນັ້ນ ໄດ້ມີການມອບ-ຮັບໃບຍ້ອງຍໍໃຫ້ແກ່ຄະນະບໍລິຫານງານຊາວໜຸ່ມແຂວງ, ໃບຍ້ອງຍໍໃຫ້ແກ່ນ້ອງນັກຮຽນກອງດຸລິຍາງ ແລະ ໃບຍ້ອງຍໍໃຫ້ຜູ້ປົກຄອງຕື່ມອີກ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa