
ເພື່ອປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຜູ້ແທນປະຊາຊົນ ແລະ ເພື່ອຜົນປະໂຫຍດອັນຊອບທໍາ ໃຫ້ແກ່ ພໍ່ແມ່ປະຊາຊົນບັນດາເຜົ່າ ໃນຕອນແລງ ຂອງວັນທີ 27 ເມສາ 2026 ຜ່ານມາ ທ່ານ ພອຍຄໍາ ຮຸ່ງບຸນຍວງ ເລຂາຄະນະພັກແຂວງ, ສະມາຊິກສະພາແຫ່ງຊາດ ປະຈໍາເຂດເລືອກຕັ້ງງທີ 18, ປະທານສະພາປະຊາຊົນແຂວງໄຊສົມບູນ ຊຸດທີ V ພ້ອມດ້ວຍ ທ່ານ ສຸກສະເຫຼີມ ສົມມະນີ ເລຂາຄະນະພັກເມືອງ, ປະທານ ສະມາຊິກສະພາປະຊາຊົນແຂວງ ປະຈໍາເຂດເລືອກຕັ້ງ ເມືອງທ່າໂທມ ພ້ອມດ້ວຍຄະນະ ຕະຫຼອດຮອດພະນັກງານຊ່ວຍວຽກຂອງ ສະພາປະຊາຊົນແຂວງໄຊສົມບູນ ແລະ ພະນັກງານຜູ້ຕິດຕາມຊ່ວຍວຽກຂອງເມືອງ ໄດ້ລົງພົບປະ ພໍ່ແມ່ປະຊາຊົນບັນດາເຜົ່າ ທີ່ຕາແສງແກ້ວມີໄຊເມືອງທ່າໂທມ.

ໂອກາດນີ້ທ່ານ ພອຍຄໍາ ຮຸ່ງບຸນຍວງ ໄດ້ເຜີຍແຜ່ຜົນສຳເລັດຂອງກອງປະຊຸມປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ X ໂດຍທ່ານ ໄດ້ໃຫ້ຮູ້ວ່າ: ຜົນສໍາເລັດກອງປະຊຸມປະຖົມມະລືກຂອງສະພາແຫ່ງຊາດ ຊຸດທີ່ X ໄດ້ໄຂຂຶ້ນໃນວັນທີ 23-27 ມີນາ 2026 ທີ່ຜ່ານມາ ໂດຍພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ, ໃຫ້ກຽດເຂົ້າຮ່ວມຂອງທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານສູນກາງພັກ, ປະທານປະເທດ ກອງປະຊຸມໄດ້ພິຈາລະນາ ແລະ ຮັບຮອງເອົາໂຄງປະກອບການຈັດຕັ້ງ, ເລືອກຕັ້ງ ແລະ ຮັບຮອງບຸກຄະລະກອນຂອງລະບົບອຳນາດລັດ ດ້ວຍຄະແນນສຽງເຫັນດີເປັນເອກະສານ ເລືອກຕັ້ງທ່ານ ໄຊສົມພອນ ພົມວິຫານ ເປັນປະທານສະພາແຫ່ງຊາດ, ທ່ານ ນາງ ສູນທອນ ໄຊຍະຈັກ, ທ່ານ ກອງແກ້ວ ໄຊສົງຄາມ, ທ່ານ ວິໄລວົງ ບຸດດາຄຳ ແລະ ທ່ານ ມອນໄຊ ລາວມົວຊົ່ງ ເປັນຮອງປະທານສະພາແຫ່ງຊາດ, ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X ; ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບການພິຈາລະນາ; ຮັບຮອງດ້ານຫຼັກການ ໂຄງການລົງທືນກໍ່ສ້າງເສັ້ນທາງລົດໄຟ ຈາກຕົວເມືອງທ່າແຂກ ແຂວງຄຳມ່ວນ ຫາ ມູຢາ ຊາຍແດນ ລາວ-ຫວຽດນາມ ດ້ວຍຮູບແບບ BOT; ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບແຜນພັດທະນາ 5 ປີ ຂອງສານປະຊາຊົນ; ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບແຜນພັດທະນາ 5 ປີ ຂອງອົງການໄອຍະການປະຊາຊົນ; ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບແຜນພັດທະນາ 5 ປີ ຂອງອົງການກວດກາແຫ່ງລັດ; ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບແຜນພັດທະນາ 5 ປີ ຂອງສະພາແຫ່ງຊາດ ຊຸດທີ່ X ແລະ ພິຈາລະນາ ແລະ ຮັບຮອງເອົາ ບົດລາຍງານກ່ຽວກັບ ແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີຂອງສະພາແຫ່ງຊາດ ຊຸດທີ່ X ແລະ ພິຈາລະນາ; ຮັບຮອງ ແລະ ອອກເປັນມະຕິກອງປະຊຸມສະພາແຫ່ງຊາດ ທັງໝົດຈຳນວນ 20 ສະບັບ.

ຫຼັງຈາກນັ້ນ ທ່ານ ພັທ ພິມພອນ ອຸ່ນທະວີສັກ ເຜີຍແຜ່ຜົນສໍາເລັດກອງປະຊຸມຄັ້ງປະຖົມມະລືກຂອງ ສະພາປະຊາຊົນແຂວງໄຊສົມບູນ ຊຸດທີ V ຊຶ່ງກອງປະຊຸມໄດ້ຈັດຂຶ້ນໃນວັນທີ 7-9 ເມສາ 2026 ໂດຍການເປັນປະທານ ຂອງທ່ານ ພອຍຄຳ ຮຸ່ງບູນຍວງ ກຳມະການສູນກາງພັກ, ເລຂາຄະນະພັກແຂວງ, ປະທານສະພາປະຊາຊົນແຂວງໄຊສົມບູນ ຊຸດທີ V ໂດຍທ່ານ ໄດ້ໃຫ້ວ່າ ກອງປະຊຸມໄດ້ພິຈາລະນາຮັບຮອງຫຼາຍໜ້າວຽກທີ່ສຳຄັນເປັນຕົ້ນ ພິຈາລະນາ, ຮັບຮອງເອົາການເລືອກຕັ້ງບຸກຄະນະລະກອນຂອງສະພາປະຊາຊົນແຂວງ ດ້ວຍຄະແນນສຽງເຫັນດີເປັນເອກະສານຮັບຮອງເອົາ ທ່ານ ພອຍຄຳ ຮຸ່ງບູນຍວງ ເປັນປະທານສະພາປະຊາຊົນແຂວງ, ທ່ານ ນາງ ຄຳສີ ສິດທິວໍລະດາ, ທ່ານ ຄົວຈັ້ງ ດຣາເຊັ້ງ ເປັນຮອງປະທານສະພາປະຊາຊົນແຂວງ; ຮັບຮອງເອົາບົດສະຫຼູບການຈັດຕັ້ງປະຕິບັດແຜນການເຄືອນໄຫວວຽກງານ 5 ປີຂອງສະພາປະຊາຊົນແຂວງ ຊຸດທີ 4; ຮັບຮອງເອົາແຜນການເຄື່ອນໄຫວວຽກງານ 5 ປີ ຂອງສະພາປະຊາຊົນແຂວງ ຊຸດທີ 5; ຮັບຮອງເອົາຜົນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານ 5 ປີ ຄັ້ງທີ II ຂອງແຂວງ; ຮັບຮອງເອົາທ່າແຮງ, ທິດທາງລວມ, ເປົ້າໝາຍລວມ, ວຽກງານບຸລິມາສິດຂອງແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງ 5 ປີຕໍ່ໜ້າ.

ພາຍຫຼັງ ທີ່ຜູ້ແທນປະຊາຊົນ ໄດ້ໂຄສະນາ, ເຜີຍແຜ່ ແລະ ແຈ້ງຂ່າວ ເນື້ອໃນທີ່ສໍາຄັນ ດັ່ງກ່າວ ສໍາເລັດແລ້ວ ທ່ານ ຜູ້ແທນ ກໍໄດ້ເປີດໂອກາດໃຫ້ ພໍ່ແມ່ປະຊາຊົນບັນດາເຜົ່າ ໄດ້ມີຄໍາຄິດເຫັນ ຕໍ່ກັບເນື້ອໃນທີ່ສໍາຄັນຂອງເອກະສານ ເພື່ອເປັນການພົບປະ, ແລກປ່ຽນບົດຮຽນ ລະຫວ່າງ ຜູ້ແທນ ກັບ ປະຊາຊົນ ແບບເປັນກັນເອງ ໂດຍສ່ວນຫຼາຍ ຄໍາຄິດເຫັນ ຂອງພໍ່ແມ່ປະຊາຊົນບັນດາເຜົ່າ ແມ່ນເປັນຄໍາສະເໜີ ຂອງຜົນກະທົບຈາກໄພພິບັດທໍາມະຊາດ ທີ່ເຮັດໃຫ້ນໍ້າເຊາະ ໃນປີຜ່ານມາ ເຊິ່ງເຮັດໃຫ້ທີ່ດິນ ທໍາການຜະລິດຂອງປະຊາຊົນ ເຊັ່ນ: ດິນສວນ ແລະ ໄຮ່-ນາ ເສຍຫາຍ ຢ່າງໜັກໜ່ວງ ເຮັດໃຫ້ສະພາບແວດລ້ອມໃນການດໍາລົງຊີວິດປະຈໍາວັນ ມີຄວາມຫຍຸ້ງຍາກພໍສົມຄວນ.