
ໃນວັນທີ 28 ເມສາ 2026 ນີ້ຄະນະປະຕິບັດງານພິເສດແຂວງໄຊສົມບູນ – ວຽງຈັນໄດ້ຈັດພິທີ ມອບສົ່ງຮ່າງອັດຖິນັກຮົບນິລະນາມ ຫວຽດນາມ ທີ່ໄດ້ເສຍສະຫຼະຊີວິດໃນພາລະກິດສາກົນ ໂດຍພິທີດັ່ງກ່າວໄດ້ຈັດຂຶ້ນທີ່ອະນຸສາວະລີຮ່ວມສຳພັນສູ້ຮົບ ລາວ-ຫວຽດນາມ, ເທດສະບານແຂວງໄຊສົມບູນ ໂດຍເຂົ້າຮ່ວມພິທີໃນຄັ້ງນີ້ ມີສະຫາຍ ພົຈ.ວ ບົວພັນ ອິນທະປັນຍາ, ປະທານຄະນະກຳມະການປົກຄອງແຂວງ, ຫົວໜ້າ ຄະນະປະຕິບັດງານພິເສດແຂວງໄຊສົມບູນ ພ້ອມດ້ວຍຫົວໜ້າ, ຮອງຫົວໜ້າຄະນະປະຕິບັດງານພິເສດແຂວງວຽງຈັນ, ແຂວງຊຽງຂວາງ ແລະ ແຂວງ ເຫງະອານ ສສ ຫວຽດນາມ ມີການນຳເມືອງລ້ອງແຈ້ງ, ພະສົງ, ນາຍ ແລະ ພົນທະຫານ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ພ້ອມທັງນ້ອງໆນັກຮຽນຊາວໜຸ່ມ, ເຍົາວະຊົນ ເຂົ້າຮ່ວມ.

ໃນພິທີ ໄດ້ມີການຈຸດທູບໄຫວ້ອາໄລ ຢູ່ອະນຸສາວະລີຮ່ວມສຳພັນສູ້ຮົບ ລາວ – ຫວຽດນາມ ແລະ ວາງພວງມາລາ, ຈູດທູບທຽນໄຫວ້ອາໄລເຖີງດວງວິນຍານທະຫານອາສາສະໝັກ ແລະ ຊ່ຽວຊານ ຫວຽດນາມ ທີ່ໄດ້ເສຍສະຫຼະເລືອດເນື້ອຢູ່ປະເທດລາວ ພ້ອມນີ້ຜູ້ເຂົ້າຮ່ວມ ຍັງໄດ້ຮັບຟັງການຜ່ານບົດລາຍງານຜົນສຳເລັດຂອງການຂຸດຄົ້ນອັດຖິນັກຮົບນິລະນາມ ປະຈຳປີ 2025-2026 ຈາກສະຫາຍພົຈ.ວ ໝອນຄໍາ ດວງສະຫວັນ ຮອງຫົວໜ້າຄະນະປະຕິບັດງານພິເສດ ແຂວງໄຊສົມບູນ ເຊິ່ງສະຫານໄດ້ໃຫ້ຮູ້ວ່າ ໂດຍປະຕິບັດຕາມບົດບັນທຶກກອງປະຊຸມຂອງຄະນະປະຕິບັດງານພິເສດ 04 ແຂວງ: ຊຽງຂວາງ, ວຽງຈັນ, ໄຊສົມບູນ ແຫ່ງ ສ ປປ ລາວ ແລະ ເຫງະອານ ແຫ່ງ ສສ ຫວຽດນາມ ໃນຄັ້ງວັນ ທີ 17 ພຶດສະພາ 2025 ທີ່ ແຂວງຊຽງຂວາງ ສປປ ລາວ. ໄດ້ກຳນົດຕົວເລກຄາດໝາຍຂຸດຄົ້ນຂອງ ແຂວງໄຊສົມບູນເຮົາ ຈໍານວນ 07 ຮ່າງອັດຖິ, ແຂວງວຽງຈັນ ຈຳນວນ 02 ຮ່າງ ອັດຖິ ຜ່ານການຂຸດຂົ້ນໃນລະດູແລ້ງ 2025-2026 ສາມາດຂຸດຄົ້ນອັດຖິໄດ້ທັງໝົດ 09 ຮ່າງອັດຖິ ໃນນັ້ນ: ແຂວງໄຊສົມບູນຂຸດຄົ້ນໄດ້ 08 ຮ່າງ (ລື່ນຄາດໝາຍຈາກແຜນທີ່ວາງໄວ້ 07 ຮ່າງ), ນະຄອນຫຼວງວຽງຈັນ: ຂຸດຄົ້ນໄດ້ 01 ຮ່າງອັດຖິ. ນອກນີ້ພາຍໃນພິທີຍັງໄດ້ມີການມອບໃບຍ້ອງຍໍ ໃຫ້ກັບບັນດາພາກສ່ວນທີ່ປະກອບສ່ວນຢ່າງຕັ້ງໜ້າ ເຂົ້າໃນພາລະກິດອັນມີກຽດນີ້, ໂດຍການສະເໜີຍ້ອງຍໍຂັ້ນຕ່າງໆໃຫ້ແກ່ບຸກຄົນ ແລະ ກົມກອງທີ່ມີຜົນງານດີເດັ່ນອີກດ້ວຍ. ນອກຈາກນີ້, ຍັງມີພິທີທາງສາສະໜາ ເພື່ອອຸທິດສ່ວນບຸນກຸສົນໃຫ້ແກ່ດວງວິນຍານຂອງນັກຮົບຜູ້ເສຍສະຫຼະຊີວິດໃນປາງສົງຄາມ ເພື່ອເປັນການສະແດງຄວາມກະຕັນຍູຮູ້ບຸນຄຸນ ແລະ ປຸກລະດົມຈິດໃຈຮັກຊາດ, ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.
