
ໃນວັນທີ 28 ເມສາ 2026 ນີ້ ສະຫາຍ ທອງວັນ ທໍາມະວົງ ຮອງເລຂາພັກແຂວງ ຜູ້ຊີ້ນໍາວຽກງານພັກ-ພະນັກງານ ແລະ ວຽກງານກໍ່ສ້າງຮາກຖານການເມືອງ ພ້ອມດ້ວຍ ພະແນກການ, ອົງການ, ກົມກອງ ພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ລົງພົບປະໂອ້ລົມ ແລະ ຊຸກຍູ້, ວຽກງານຮາກຖານການເມືອງ ຢູ່ບ້ານນ້ຳຊາວ ເມືອງລ້ອງແຈ້ງ ໂດຍມີ ສະຫາຍ ສູນດາວັນ ສີທົງໄຊ ຮອງປະທານອົງການປົກຄອງເມືອງ, ຕະຫຼອດຮອດຫ້ອງການທີ່ກ່ຽວຂອງ, ພະນັກງານກໍ່ສ້າງຮາກຖານຮາກຖານ 913, ອຳນາດການປົກຄອງບ້ານ ນາຍບ້ານ ບ້ານນ້ຳຊາວ ພໍ່ແມ່ປະຊາຊົນພາຍໃນບ້ານ ເຂົ້າຮ່ວມ.

ໂອກາດນີ້ ສະຫາຍ ພັນໂທ ອັດສະຈັນ ວົງສາລາດ ຫົວໜ້າກອງກໍ່ສ້າງຮາກຖານ 913 ໄດ້ຂຶ້ນລາຍງານກ່ຽວກັບການເຄື່ອນໄຫວວຽກງານກໍ່ສ້າງຮາກຖານການເມືອງໃນໄລຍະຜ່ານມາ ແລະ ທິດທາງແຜນການໃນຕໍ່ໜ້າ ຊຶ່ງຕະຫຼອດໃນໄລຍະຜ່ານມາ ໜ່ວຍງານກໍ່ສ້າງຮາກຖານການເມືອງ ປະຈຳບ້ານ ນ້ຳຊາວ ໄດ້ນຳເອົາແນວທາງນະໂຍບາຍຂອງພັກ-ລັດບັນດານິຕິກຳຕ່າງໆໄປເຊື່ອມຊຶມ, ໂຄສະນາເຜີ່ຍແຜ່ ໃຫ້ພໍ່ແມ່ປະຊາຊົນພາຍໃນບ້ານໃຫ້ເຂົ້າເຈົ້າຮັບຮູ້ຢ່າງເລີກເຊິ່ງ, ພ້ອມທັ່ງໄດ້ປັບປຸງຊີ້ນຳອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂັ້ມແຂງໝັກແໜ້ນທາງກ້ານການເມືອງ, ມີສະຕິເຄົາລົບລະບຽບກົດໝາຍ ແລະ ປະຕິບັດຄຳສັ່ງຂອງຂັ້ນເທີງ, ທີ່ໄດ້ວາງອອກໃຫ້ເຂັ້ມງວດເປັນປົກກະຕິຕໍ່ເນື່ອງ, ປ້ອງກັນເວນຍາມສະລະເວຂອບເຂດບ້ານໃນໄລຍະວັນບຸນສຳຄັນຕ່າງໆ, ພ້ອມໄດ້ຊຸກຍູ້ສົ່ງເສີມໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າເອົາໃຈໃສ່ທຳການຜະລິດປູກຝັງ-ລ້ຽງສັດ ເພື່ອສ້າງເສດຖະກິດຄອບຄົວ ໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ. ພ້ອມນີ້ ບັນດາຜູ້ເຂົ້າຮ່ວມກໍ່ໄດ້ປະກອບກອບຄຳເຫັນ-ຄຳສະເໜີ ແລະ ຊີ້ແຈ້ງ ຕໍ່ກັບບັນຫາຕ່າງໆຢ່າງກົງໄປກົງມາເພື່ອເຮັດໃຫ້ວຽກງານດັ່ງກ່າວໄດ້ຮັບການປັບປຸງດີຂຶ້ນກວ່າເກົ່າ.

ໃນໂອກາດທີ່ມີຄວາມໝາຍ-ຄວາມສຳຄັນນີ້ ສະຫາຍ ທອງວັນ ທຳມະວົງ ໄດ້ເນັ້ນໜັກໃຫ້ຄະນະນຳເມືອງລ້ອງແຈ້ງລວມທັງພະນັກງານລົງກໍ່ສ້າງຮາກຖານການເມືອງ ຕະຫຼອດຮອດອົງການຈັດຕັ້ງບ້ານ ໃຫ້ສຶບຕໍ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ປະຊາຊົນບັນດາເຜົ່າໃຫ້ເຂົ້້າເຈົ້າໄດ້ເຂົ້າໃຈຕໍ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດ, ມະຕິ, ຄໍາສັ່ງ, ເອກະສານ ແລະ ນິຕິກໍາຕ່າງໆຢ່າງເປັນປົກກະຕິ ແລະ ຕໍ່ເນື່ອງ, ພ້ອມນັ້ນ ໄດ້ຮຽກຮອງມາຍັງພະນັກງານກໍ່ສ້າງຮາກຖານ ຈົ່ງສຶບຕໍ່ເພີ່ມທະວີຄວາມຮັບຜິດຊອບແກ້ໄຂບັນດາປະກົດການຫຍໍ້ທໍ້ຕ່າງໆ, ສືບຕໍ່ປັບປຸງລະບົບການເມືອງປະຊາທິປະໄຕປະຊາຊົນຢູ່ຂັ້ນຮາກຖານບ້ານ ແລະ ບູລະນະໃຫ້ມີຄວາມເຂັ້ມແຂງ, ໄດ້ຮັບການເສີມຂະຫຍາຍຢ່າງແຂງແຮງ, ຮາກຖານພັກມີຄວາມປອດໃສ, ເຂັ້ມແຂງ, ໜັກແໜ້ນ, ສຳລັບອົງການປົກຄອງບ້ານແມ່ນໃຫ້ຄວາມຮ່ວມມືກັບພະນັກງານທີ່ລົງມາປະຕິບັດໜ້າທີ່ວຽກງານກໍ່ສ້າງຮາກຖານການເມືອງເປັນຕົ້ນແມ່ນ ກົນໄກການປະສານງານ, ປະສານວຽກ, ສະໜອງຂໍ້ມູນ ຄວາມໄວ້ເນື້ອເຊື່ອໃຈ ຕະຫຼອດເຖິງຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເພື່ອເຮັດໃຫ້ບ້ານໄດ້ມີການພັດທະນາດີຂຶ້ນເຫຍື້ອໆ.
ຫຼັງຈາກນັ້ນ ຄະນະນຳຂອງແຂວງຍັງໄດ້ມອບເຄື່ອງຫນຸ່ງຫົ່ມ ແລະ ເຄື່ອງບໍລິໂພດ-ອຸປະໂພດຈຳນວນໜຶ່ງ ມາມອບໃຫ້ປະຊາຊົນຈຳນວນ 7 ຄອບຄົວທຸກຍາກ, ພ້ອມທັງມອບຕູ້ນ້ຳເຢັ້ນ,ເຂົ້າສານ ແລະ ເຄື່ອງອຸປະໂພດໃຫ້ໜ່ວຍງານກໍ່ສ້າງຮາກຖານການເມືອງ ປະຈຳບ້ານນ້ຳຊາວ ຕື່ມອິກ. ລວມເປັນມູນຄ່າ 30 ລ້ານກວ່າກີບ.
