
ພິທີ ມອບ-ຮັບ ວຽກຂອງປະທານສະພາປະຊາຊົນ ແຂວງໄຊສົມບູນ ລະຫວ່າງ ທ່ານ ແດງ ປະທຸມທອງ ປະທານສະພາປະຊາຊົນ ແຂວງ ຊຸດທີ IV (ຜູ້ເກົ່າ ) ແລະ ທ່ານ ພອຍຄໍາ ຮຸ່ງບຸນຍວງ ກຳມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງ V (ຜູ້ໃໝ່ )ໄດ້ຈັດຂຶ້ນໃນຕອນບ່າຍຂອງວັນທີ 11 ພຶດສະພາ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍມີບັນດາການນໍາແຂວງ, ຄະນະກຳມະການປົກຄອງແຂວງ, ອົງການຈັດຕັ້ງພັກ-ລັດ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ໂອກາດນີ້ ທ່ານ ພູຄຳ ແກ້ວວົງໄຊ ຮອງຫົວໜ້າຄະນະຈັດຕັ້ງ ແຂວງໄຊສົມບູນ ໄດ້ຜ່ານມະຕິຕົກລົງ ຂອງຄະນະປະຈໍາພັກ ແຂວງ ວ່າດ້ວຍການຍົກຍ້າຍ-ຊັບຊ້ອນ ພະນັກງານ ຊຶ່ງໄດ້ຍົກຍ້າຍ ທ່ານ ນາງ ຄໍາສີ ສິດທິວໍລະດາ ກຳມະການປະຈຳພັກແຂວງ, ຫົວໜ້າຄະນະໂຄສະນາ ອົບຮົມແຂວງ, ທ່ານ ຄົວຈັ້ງ ດຣາເຊັ້ງ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງ ແລະ ທ່ານ ບຸນກອງ ຊົ່ງປາຢິ້ງ ກຳມະການພັກແຂວງ, ຮອງຫົວໜ້າຄະນະຈັດຕັ້ງແຂວງ ໄປຮັບໜ້າທີ່ໃໝ່ຢູ່ສະພາປະຊາຊົນແຂວງ, ຍົກຍ້າຍ ທ່ານ ຄຳເພັດ ດວງມາລາ ກຳມະການພັກແຂວງ, ຮອງປະທານກວດກາພັກ-ລັດ ແຂວງ ໄປຮັບໜ້າທີ່ໃໝ່ ເປັນເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມ ແຂວງ.

ຈາກນັ້ນ ທ່ານ ແດງ ປະທຸມທອງ ກໍໄດ້ຜ່ານບົດບັນທຶກມອບ-ຮັບ ວຽກ ລະຫວ່າງປະທານສະພາປະຊາຊົນແຂວງຊຸດທີ IV ກັບປະທານສະພາປະຊາຊົນແຂວງ ຊຸດທີ V ໂດຍສະເພາະແມ່ນຜົນສໍາເລັດໃນການນໍາພາ-ຊີ້ນໍາ ຈັດຕັ້ງປະຕິບັດວຽກງານ ໃນໄລຍະ 5 ປີ ຜ່ານມາ ແລະ ບັນດາວຽກງານທີ່ຍັງຄ້າງຄາ ທີ່ຈະໃຫ້ປະທານສະພາປະຊາຊົນ ແຂວງ ຊຸດທີ V ( ຜູ້ໃໝ່ ) ສືບຕໍ່ນໍາພາ-ຊີ້ນຳ ວຽກງານຕໍ່ໄປ ພ້ອມນີ້ ກໍໄດ້ລົງນາມເຊັນບົດບັນທຶກ ມອບ-ຮັບວຽກງານຂອງປະທານສະພາປະຊາຊົນແຂວງ ລະຫວ່າງ ທ່ານ ແດງປະທຸມທອງ ປະທານສະພາປະຊາຊົນ ແຂວງ ( ຜູ້ເກົ່າ ) ແລະ ທ່ານ ພອຍຄຳ ຮຸ່ງບຸນຍວງ ປະທານສະພາປະຊາຊົນ ແຂວງ ( ຜູ້ໃໝ່) ຢ່າງເປັນທາງການ.
ນອກນີ້ ຍັງໄດ້ມີພິທີລົງນາມເຊັນບົດບັນທຶກ ມອບ-ຮັບ ວຽກ ລະຫວ່າງ ທ່ານ ພັທ ຄຳໝັ້ນ ພິມມະວົງສາ ປະທານຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຍຸຕິທຳ ( ຜູ້ເກົ່າ) ແລະ ທ່ານ ພັທ ຟອງສະໄໝ ຊໍ່ແສງທອງ ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຍຸຕິທຳ ( ຜູ້ໃໝ່ ) , ທ່ານ ນາງ ຄຳຫຼ້າ ທອງສີວອນ ຮອງປະທານຄະນະ ກຳມະການເສດຖະກິດ, ການເງິນ ແລະ ສິ່ງແວດລ້ອມ ( ຜູ້ເກົ່າ) ແລະ ທ່ານ ບີເຮີ ປະທານຄະນະ ກຳມະການເສດຖະກິດ, ການເງິນ ແລະ ສິ່ງແວດລ້ອມ ( ຜູ້ໃໝ່ ), ທ່ານ ນາງ ຂັນກາບ ໄຊຍະກຸມານ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ( ຜູ້ເກົ່າ ) ແລະ ທ່ານ ບຸນກອງ ຊົ່ງປາຢິ້ງ ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ( ຜູ້ໃໝ່ ), ທ່ານ ນາງ ຄຳສີ ສິດທິທ ວໍລະດາ ຫົວໜ້າຄະນະໂຄສະນາອົບຮົມແຂວງ ( ຜູ້ເກົ່າ) ແລະ ທ່ານ ຄຳເພັດ ດວງມາລາ ຫົວໜ້າຄະນະໂຄສະນາອົບຮົມແຂວງ ( ຜູ້ໃໝ່ ) ໂດຍຊ່ອງໜ້າການນຳແຂວງ ແລະ ບັນດາຜູ້ທີ່ເຂົ້າຮ່ວມ ເປັນສັຂີພີຍານ.

ພ້ອມດຽວກັນນີ້ ຍັງໄດ້ປະກາດ ພະນັກງານການນໍາແຂວງ ອອກພັກການ-ຮັບອຸດໜູນບໍານານ ຈໍານວນ 3 ທ່ານ ຄື: ທ່ານ ແດງ ປະທຸມທອງ ສະມາຊິກສະພາແຫ່ງຊາດ ຊຸດ IX, ຮອງເລຂາພັກແຂວງ, ປະທານສະພາປເະຊາຊົນແຂວງ, ທ່ານ ຄຳພູທອນ ວົງພະຈັນ ກຳມະການພັກແຂວງ, ຮອງປະທານສະພາປະຊາຊົນແຂວງ ແລະ ທ່ານ ນາງ ຂັນກາບ ໄຊຍະກຸມມານ ສະມາຊິກສະພາແຫ່ງຊາດ ຊຸດ IX ປະຈຳເຂດເລືອກຕັ້ງທີ 18 ແຂວງໄຊສົມບູນ, ຫົວໜ້າຫ້ອງວ່າການສະພາປະຊາຊົນແຂວງ ຊຸດທີ IV ຕື່ມອີກ.