
ໃນວັນທີ 20 ພຶດສະພາ 2026 ນີ້ທີ່ຫ້ອງປະຊຸມໃຫຍ່ເມືອງທ່າໂທມ, ເມືອງທ່າໂທມຈັດພິທີປະຖະກະຖາ3ວັນປະຫັວດສາດຄື: ວັນຜ່າວົງປິດລ້ອມຂອງກອງພັນທີ2ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ, ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນໍາຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ ແລະ ເກີດປະທານໂຮ່ຈິມິນຄົບຮອບ 136 ປີ, ໂດຍການເຂົ້າຮ່ວມຂອງທ່ານ ພັທ ທອງດໍາ ໄຊບູນມີ ຄະນະປະຈໍາພັກເມືອງ ຫົວໜ້າກອງບັນຊາການ ປກສ ເມືອງທ່າໂທມ, ມີທ່ານ ສຸພີ ສີລິລັດ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງ, ມີບັນດາທ່ານຫົວໜ້າ-ຄະນະກົມກອງຫ້ອງການ, ພະນັກງານລັດຖະກອນ, ກຳລັງປະກອບອາວຸດເຂົ້າຮ່ວມ.

#ຈຸດປະສົງຂອງການຈັດພິທີປະຖະກະຖາເລົ່າມູນເຊື້ອ3 ວັນປະຫັວດສາດໃນຄັ້ງເພື່ອທົບທວນຫວນຄືນມູນເຊື້ອ ແລະ ໄຊຊະນະປະຫັວດສາດໃນພາລະກິດແຫ່ງການຕໍ່ສູ່ປົດປ່ອຍຊາດກໍ່ຄືຜົນສໍາເລັດໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດພາຍໄຕ້ການນໍາພາຂອງບັນດາຜູ້ນໍາແນວລາວຮັກຊາດ, ທັງນີ້ກໍ່ເພື່ອເປັນການປຸກຈິດາສໍານຶກໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນທຸກຊັ້ນຄົນໃນສັງຄົມໄດ້ຮັບຮູ້, ເຂົ້າໃຈເຖິງຄວາມໝາຍຄວາມສໍາຄັນຂອງວັນດັ່ງກ່າວ ແລະ ເຂົ້າໃຈກ່ຽວກັບມູນເຊື້ອແຫ່ງການຕໍ່ສູ່ພິລະອາດຫານ, ມູນເຊື້ອຄວາມສາມັກຄີເປັນອັນໜື່ງອັນດຽວຂອງປະຊາຊົນບັນດາເຜົ່າ ແລະ ມູນເຊື້ອຄວາມສາມັກຄີ ແລະ ເພື່ອລະນຶກເຖິງຄຸນງາມຄວາມດີຂອງບັນດາທ່ານຜູ້ນໍາທີ່ມີຕໍ່ປະເທດຊາດ ແລະ ຮໍ່າຮຽນເອົາຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດ, ແບບແຜນວິທີການເຮັດວຽກ, ແບບແຜນດໍາລົງຊີວິດ ແລະ ແບບຢ່າງອັນດີງາມຂອງເພິ່ນເພື່ອຝຶກຝົນຫຼໍ່ລອມຕົນເອງໃຫ້ກາຍເປັນພະນັກງານ, ສະມາຊິກພັກທີ່ດີເພື່ອສືບທອດພາລະກິດຂອງພັກ ກໍ່ຄືການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ.
