ແຂວງໄຊສົມບູນ ເລັ່ງລະດົມທຸກພາກສ່ວນ ເຂົ້າຊ່ວຍເຫຼືອປະຊາຊົນ 7 ຄົນ ທີ່ຕິດຢູ່ໃນຖໍ້າ

ແຂວງໄຊສົມບູນ ເລັ່ງລະດົມທຸກພາກສ່ວນ ເຂົ້າຊ່ວຍເຫຼືອປະຊາຊົນ 7 ຄົນ ທີ່ຕິດຢູ່ໃນຖໍ້າ

ຈາກເຫດການທີ່ປະຊາຊົນ ຈໍານວນ 7 ຄົນ ຢູ່ບ້ານພັນໄຊ ເມືອງລ້ອງແຈ້ງ ແຂວງໄຊສົມບູນ ໄປຊອກຢູ່ຫາກິນຕາມວິຖີຊີວິດຂອງຊາວຊົນນະບົດ ທີ່ຕິດພັນກັບທໍາມະຊາດ ໃນນັ້ນເຫດການທີ່ບໍ່ຄາດຄິດກໍເກີດຂຶ້ນກັບພວກເຂົາ ເນື່ອງຈາກວ່າໃນວັນທີ 20 ພຶດສະພາ 2026 ທັງ 7 ຄົນ ໄດ້ເຂົ້າໄປຊອກຫາກິນໃນຖໍ້າ ຊຶ່ງເປັນຖໍ້າທີ່ເລິກ ແລະ ແຄບ ບວກກັບສະພາບດິນຟ້າອາກາດທີ່ບໍ່ເອື້ອຍອໍານວຍ ໂດຍມີຝົນຕົກລົງມາຢ່າງບໍ່ຂາດສາຍ ເຮັດໃຫ້ບໍລິເວນປາກຖໍ້າ ແລະ ຮູ້ຖໍ້າ ມີນໍ້າອັ່ງນອງ ຈຶ່ງເປັນສາເຫດໃຫ້ທັງ 7 ຄົນ ບໍ່ສາມາດອອກມາຈາກຖໍ້າໄດ້.
ມາຮອດວັນທີ 22 ພຶດສະພາ 2026 ພາກສ່ວນທີ່ກ່ຽວຂອງເມືອງລ້ອງແຈ້ງ ໄດ້ລາຍງານໃຫ້ອໍານາດການປົກຄອງ ແຂວງໄຊສົມບູນ ໄດ້ຮັບຊາບ ຈາກນັ້ນ ຄະນະນໍາຂອງແຂວງ ໄດ້ຮີບຮ້ອນຈັດກອງປະຊຸມປຶກສາຫາລືເພື່ອຮັບມື ແລະ ແກ້ໄຂສະຖານະການດັ່ງກ່າວຢ່າງເຄັ່ງຮ້ອນ ໂດຍໄດ້ສະເໜີຫາລັດຖະບານເພື່ອຂໍທິມກູ້ໄພມາຊ່ວຍເຫຼືອ. ຈາກນັ້ນ ທ່ານ ນາງ ເພັດສະໄໝ ໂພໄຊຍະວົງ, ຮອງປະທານຄະນະກໍາມະການປົກຄອງ ແຂວງໄຊສົມບູນ, ປະທານຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງເຄື່ຶອນໄຫວຊີ້ນໍາໂດຍກົງຢູ່ພາກສະໜາມ ທີ່ເມືອງລ້ອງແຈ້ງ ໂດຍສົບທົບກັບຄະນະນໍາຂອງເມືອງ ລະດົມທຸກພາກສ່ວນເຂົ້າຊ່ວຍເຫຼືອໃນທັນທີ ໃນນັ້ນ ໄດ້ນໍາໃຊ້ຈັກສູບນໍ້າລະບາຍນໍ້າອອກຈາກຖໍ້າ ເພື່ອຊ່ວຍເຫຼືອຜູ້ປະສົບໄພທັງ 7 ອອກຈາກຖໍ້າ ໂດຍໄດ້ຮັບການຊ່ວຍເຫຼືອຈາກການຈັດຕັ້ງສັງຄົມຫຼາຍພາກສ່ວນ.
ປັດຈຸບັນການຈັດຕັ້ງພັກ-ລັດ ຂັ້ນແຂວງ, ຂັ້ນເມືອງ-ຕາແສງ ແລະ ໜ່ວຍງານກູ້ໄພຂອງລາວ ແລະ ໄທ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ຍັງສືບຕໍ່ເລັ່ງໃຫ້ການຊ່ວຍເຫຼືອປະຊາຊົນ ຈໍານວນ 7 ຄົນ ທີ່ຕິດຄ້າງຢູ່ປ່ອງຖໍ້າຫີນຜາ ແຕ່ການປະຕິບັດວຽກງານຕົວຈິງນັ້ນ ຍັງພົບອຸປະສັກຫຼາຍຢ່າງທີ່ຕ້ອງໄດ້ລະມັດລະວັງ ແລະ ເຮັດວຽກແຂ່ງກັບເວລາ ຍ້ອນສະພາບຝົນຍັງສືບຕໍ່ຕົກຢ່າງຕໍ່ເນື່ອງ ເຮັດໃຫ້ລະດັບນໍ້າໃນຖໍ້າເພີ່ມສູງຂຶ້ນ.
ທ່ານ ນາງ ເພັດສະໄໝ ໂພໄຊຍະວົງ, ຮອງປະທານຄະນະກຳມະການປົກຄອງ ແຂວງໄຊສົມບູນ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນແຂງ ທັງເປັນຫົວໜ້າຄະນະທິມງານຕິດຕາມ, ແກ້ໄຂພາກສະໜາມ ໄດ້ລາຍງານໃຫ້ຮູ້ວ່າ: ໃນຕອນບ່າຍຂອງວັນທີ 24 ພຶດສະພາ 2026 ບັນດາທິມງານກູ້ໄພຈາກ 4 ພາກສ່ວນ ໄດ້ເດີນທາງມາເຖິງເມືອງລ້ອງແຈ້ງ ແລະ ເຂົ້າປະຕິບັດງານຕົວຈິງຢູ່ພາກສະໜາມ ພາຍຫຼັງຮັບຟັງລາຍງານຂໍ້ມູນຈາກຄະນະຮັບຜິດຊອບພາກສະໜາມ ແລະ ປະຊາຊົນ ຜູ້ທີ່ເຄີຍເຂົ້າໄປໃນຮູຖ້ຳຜາຫີນ ເພື່ອວາງແຜນການປະຕິບັດງານ ຊຶ່ງທິມງານກູ້ໄພຂອງໄທ ຈໍານວນ 6 ຄົນ, ປະຊາຊົນທີ່ຢູ່ໃນພື້ນທີ່ 3 ຄົນ ເລີ່ມເຂົ້າປະຕິບັດງານໃນຖໍ້າຮອບທໍາອິດ ແລະ ນໍາພາບຖ່າຍອອກມາເພື່ອປະເມີນ ແລະ ປະຊຸມກັບຄະນະ ແລ້ວວາງແຜນປະຕິບັດງານຮອບ 2 ໃນເວລາ 20:00 ໂມງ ໄດ້ກະກຽມສືບຕໍ່ຮອບ 2 ຕາມແຜນ ຄາດຄະເນໃຫ້ຮອດເປົ້າໝາຍບ່ອນປະຊາຊົນຕິດຄ້າງຢູ່, ແຕ່ເກີດຝົນຕົກໜັກ ເຮັດໃຫ້ປະລິມານນໍ້າໃນຖໍ້າເພີ່ມລະດັບສູງຂຶ້ນ, ພ້ອມນີ້ ອຸປະກອນນໍາໃຊ້ຈໍານວນໜຶ່ງ ກໍຂົນສົ່ງມາບໍ່ທັນຮອດສະໜາມ (ເພາະໜັກ, ເສັ້ນທາງຫຍຸ້ງຍາກ) ຈຶ່ງໄດ້ໂຈະແຜນການດໍານໍ້າ, ແຕ່ຍັງສືບຕໍ່ດູດນໍ້າອອກປົກກະຕິຕະຫຼອດ 24 ຊົ່ວໂມງ.
ສໍາລັບແຜນການເຄື່ອນໄຫວໃນວັນທີ 25 ພຶດສະພາ 2026 ຈະສືບຕໍ່ຈາກຈຸດທີ 6 ໂດຍຈະດໍານໍ້າເຂົ້າໄປຫາເນີນ 30 ອົງສາ ມີໄລຍະທາງປະມານ 30 ແມັດ (ຊຶ່ງເນີນນີ້ຄາດວ່າຈະມີຜູ້ລອດຊີວິດຕິດຢູ່ໃນນັ້ນ) ແລະ ປະຕິບັດແຜນການດູດນໍ້າອອກຕະຫຼອດ 24 ຊົ່ວໂມງ. ສ່ວນວຽກງານຢູ່ພາຍນອກໄດ້ມີການກຽມພາຫະນະ, ອຸປະກອນການແພດສຸກເສີນໃຫ້ຮັບປະກັນຕະຫຼອດ 24 ຊົ່ວໂມງ ຊຶ່ງຄະນະຮັບຜິດຊອບສະໜາມແຕ່ລະພາກສ່ວນ ໄດ້ກະກຽມຄວາມພ້ອມຮອບດ້ານ ເປັນຕົ້ນ: ອຸປະກອນຮັບໃຊ້ວຽກງານສະໜາມ, ສະບຽງອາຫານ ແລະ ອື່ນໆ. ນອກຈາກນີ້, ຍັງໄດ້ສຸມໃສ່ປ້ອງກັນ, ຮັກສາຄວາມສະຫງົບປອດໄພ, ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມເປັນປົກກະຕິ, ສຸມໃສ່ປະຕິບັດວຽກງານຕາມແຜນຂອງທິມງານກູ້ໄພ ໃຫ້ບັນລຸຄາດໝາຍ ແລະ ໄດ້ຮັບຜົນດີ.
ເຫດການດັ່ງກ່າວນີ້ ບໍ່ໄດ້ເກີດຈາກສິ່ງຈູງໃຈ ຈາກພາກທຸລະກິດ ແຕ່ເກີດຈາກການເຄີຍທໍາມາຫາກິນຕາມທໍາມະຊາດແບບດັ້ງເດີມຂອງປະຊາຊົນ ມາແຕ່ດົນນານແລ້ວ ດັ່ງນັ້ນ ຈຶ່ງຂໍຮຽກຮ້ອງໃຫ້ທຸກການຈັດຕັ້ງ-ສັງຄົມ ທັງພາຍໃນ ແລະ ຕ່າງປະເທດ ຈົ່ງຮັບຮູ້ ແລະ ເຂົ້າໃຈເຖິງຕົ້ນເຫດທີ່ເກີດຂຶ້ນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa