ເມືອງອະນຸວົງ ຈັດພິທີປາຖະກະຖາວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທົ່ງໄຫຫີນຊຽງຂວາງ , ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດ, ວັນເກີດ ຂອງປະທານ ໂຮ່ຈີ່ມິນ ແລະ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ໂຄງການ-ການ ເມືອງ ສະບັບທີ III ຂອງພັກປະຊາຊົນປະຕິວັດລາວ

ໃນຕອນເຊົ້າຂອງວັນທີ 26 ພຶດສະພາ 2026 ນີ້ ເມືອງອະນຸວົງໄດ້ຈັດພິທີ ປາຖະກະຖາວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ( 18/5/1959-18/5/2026 ) , ວັນວິລະກໍາໂຕນຄຸກຢ່າງມະຫັດສະຈັນ ຂອງບັນດາຜູ້ນໍາພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ( 24/5/1960-24/5/2026 ), ວັນເກີດ ຂອງປະທານ ໂຮ່ຈີມິນ ຄົບຮອບ 136 ປີ ( 19/5/1890-19/5/2026 ) ແລະ ເຊື່ອມຊຶມມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ໂຄງການ-ການເມືອງ ສະບັບທີ III ຂອງພັກປະຊາຊົນປະຕິວັດລາວ ຂື້ນທີ່ສະໂມສອນໃຫຍ່ເມືອງອະນຸວົງ, ໂດຍການເປັນປະທານ ຂອງທ່ານ ພັດທະນາ ສີສົມພອນ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງອະນຸວົງ ສະມາຊິກສະພາປະຊາຊົນແຂວງປະຈໍາ ເມືອງອະນຸວົງ ມີຮອງເລຂາພັກເມືອງ, ຄະນະປະຈໍາພັກເມືອງ, ກໍາມະການພັກເມືອງ, ມີຫົວໜ້າ, ຮອງຫົວໜ້າຫ້ອງການ, ອົງການ, ກົມກອງ, ໂຮງຮຽນ, ມີເລຂາພັກບ້ານ 2 ບ້ານເທດສະບານຕະຫຼອດຮອດພະນັກງານສະມາຊິກພັກ, ພະນັກງານ-ລັດຖະກອນ, ນ້ອງນ້ອຍ-ຊາວໜຸ່ມເຍົາວະຊົນ ແລະ 2 ກໍາລັງ ປກສ-ປກສ ເຂົ້າຮ່ວມ.
ພິທີປາຖະກະຖາໃນຄັ້ງນີ້ແມ່ນມີຄວາມໝາຍຄວາມສໍາຄັນຢ່າງເລິກເຊິ່ງ ເພື່ອສຶກສາອົບຮົມການເມືອງ-ແນວຄິດປູກຈິດສຳນຶກໃຫ້ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ຄົນຮຸ່ນຫຼັງ ໄດ້ຮັບຮູ້, ເຂົ້າໃຈ, ຈົດຈໍາເຫດການປະ ຫວັດສາດອັນອົງອາດກ້າຫານ, ແບບຢ່າງການເສຍສະຫຼະຊີວິດເພື່ອຊາດ ແລະຄຸນງານຄວາມດີຂອງບັນດາຜູ້ນໍາປະຕິວັດ ພ້ອມກັນເຊີດຊູນໍ້າໃຈຮັກຊາດ ແລະ ຄວາມສາມັກຄີ, ສ້າງຈິດສໍານຶກໃຫ້ມີຄວາມຕື່ນຕົວ, ມີສະຕິລະວັງຕົວຕໍ່ກົນອຸບາຍຂອງສັດຕູ, ເສີມຂະຫຍາຍ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເໜືອດັ່ງສະພາບການຜ່າວົງປິດລ້ອມຂອງກອງພັນທີ 2 ທົ່ງໄຫຫີນຊຽງຂວາງ ແລະ ວິລະກຳການໂຕນຄຸກຂອງບັນດາຜູ້ນໍາ ທັງນີ້ຍັງເປັນການສະແດງຄວາມຮູ້ບຸນຄຸນ ແລະ ພ້ອມທັງຍົກສູງທິດສະດີມາກ-ເລນິນ ແລະ ແນວຄິດໂຮ່ຈີມິນ ທີ່ເປັນເຂັມຊີ້ທິດໃຫ້ແກ່ພາລະກິດປະຕິ ວັດສ້າງແຮງຈູງໃຈໃນການປະຕິບັດໜ້າທີ, ຫັນເອົາເນື້ອໃນຈິດໃຈວັນສໍາຄັນເລົ່ານີ້ມາເປັນແຮງພັດດັນ, ເປັນບົດຮຽນໃນການເຄື່ອນໄຫວພັດທະນາຕົນເອງໃຫ້ດີຂື້ນເປັນກ້າວໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa