
ເນື່ອງໃນໂອກາດ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນເດັກນ້ອຍສາກົນ (1 ມິຖຸນາ), ຄະນະໂຄສະນາອົບຮົມ ແຂວງໄຊສົມບູນ ໄດ້ພ້ອມກັນຈັດກິດຈະກຳຮ່ວມແຮງຮ່ວມໃຈປູກຕົ້ນໄມ້ ເພື່ອສ້າງຂະບວນການອັນມີຄວາມໝາຍຄວາມສຳຄັນ ແລະ ເພີ່ມພື້ນທີ່ສີຂຽວໃຫ້ກັບທຳມະຊາດ ໃນຕອນເຊົ້າຂອງວັນທີ 1 ມິຖຸນາ 2026 ນີ້ ໂດຍການນຳພາຂອງທ່ານ ຄຳເພັດ ດວງມາລາ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານາງ ສຸກ ຊົງ ຮອງຫົວຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍພະນັກງານພາຍໃນຄະນະເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.
ທັງນີ້ ກໍເພື່ອປູກຈິດສຳນຶກໃຫ້ພະນັກງານ, ລັດຖະກອນ, ແລະ ສັງຄົມ ຫັນມາຮັກສາທຳມະຊາດ, ປົກປັກຮັກສາປ່າໄມ້ ແລະ ແຫຼ່ງນ້ຳໃຫ້ມີຄວາມອຸດົມສົມບູນ ທັງຍັງເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ຄວບຄູ່ໄປກັບວັນປູກຕົ້ນໄມ້ແຫ່ງຊາດ, ສ້າງສະພາບແວດລ້ອມທີ່ຂຽວງາມ ແລະ ຍືນຍົງໃຫ້ກັບຮຸ່ນລູກຫຼານໃນອະນາຄົດ”ການປູກຕົ້ນໄມ້ໃນມື້ນີ້ ຄືການສ້າງອະນາຄົດທີ່ຂຽວງາມ ແລະ ສົດໃສໃຫ້ກັບເດັກນ້ອຍໃນມື້ໜ້າ”