
ໃນຕອນເຊົ້າຂອງວັນທີ 27 ພຶດສະພາ ນີ້ ແຂວງໄຊສົມບູນ ໄດ້ສ້າງຂະບວນການອອກແຮງງານລວມ ຢູ່ພາຍໃນເທດສະບານແຂວງ ໂດຍມີບັນດາພະແນກການ, ອົງການ, ກົມກອງອ້ອມຂ້າງແຂວງ ເຂົ້າຮ່ວມ ຢ່າງເປັນຂະບວນການຟົດຟື້ນ. ການສ້າງຂະບວນການອອກແຮງງານລວມໃນຄັ້ງນີ້ ແມ່ນໄດ້ພ້ອມກັນອະນາໄມຕັດຫຍ້າ ແລະ ເກັບຂີ້ເຫຍື້ອຕາມເສັ້ນທາງໄຊຊະນະ ໂດຍເລີ່ມຈາກປະຕູໂຂງໃຫຍ່ ໄປຮອດສີ່ແຍກໂຮງໝໍແຂວງ ທັງນີ້ກໍເພື່ອ ເຮັດໃຫ້ເສັ້ນທາງມີຄວາມສະອາດງາມຕາ ແລະ ເປັນລະບຽບຮຽບຮ້ອຍ ເພື່ອຂໍ່ານັບຮັບຕ້ອນ ວັນເດັກນ້ອຍສາກົນ ວັນປູກຕົ້ນໄມ້ແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ ທີ່ໃກ້ຈະມາເຖິງໃນມໍ່ໆນີ້ ໃຫ້ເປັນຂະບວນການຟົດຟື້ນ.
ບກ: ທ່ານ ຄໍາສາວ ເລືອງຄໍາທິບ.