
ແຂວງໄຊສົມບູນ ໄດ້ສ້າງຂະບວນການອອກແຮງງານອະນາໄມລວມຕັດຫຍ້າ ຢູ່ຂອບເຂດ ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ໃນຕອນເຊົ້າຂອງວັນທີ 11 ມິຖຸນາ ນີ້ ໂດຍມີຫົວໜ້າ-ຮອງຫົວໜ້າພະແນກການ, ພະນັກງານ-ລັດຖະກອນ ຈາກພະແນກການ, ອົງການ, ກົມກອງ ອ້ອມຂ້າງ ເຂົ້າຮ່ວມຢ່າງເປັນຂະບວນການຟົດຟື້ນ.
ການສ້າງຂະບວນການອອກແຮງງານລວມໃນຄັ້ງນີ້ ແມ່ນໄດ້ຕັດຫຍ້າ ແລະ ຕັດກິ່ງໄມ້ ຢູ່ບໍລິເວນອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເພື່ອທຳຄວາມສະອາດອ້ອມຮອບອະນຸສອນສະຖານ ໃຫ້ມີຄວາມສະອາດງາມຕາ, ສວຍສົດງົດງາມ ເພື່ອປົກປັກຮັກສາອະນຸສອນສະຖານແຫ່ງນີ້ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍຢູ່ສະເໝີ ທັງເປັນການທຳລາຍແຫຼ່ງເພາະພັນຂອງຍຸງ ເພື່ອຕ້ານກັບພະຍາດຕາມລະດູການ ເພາະວ່າຊ່ວງນີ້ເປັນລະດູຝົນ ເຮັດໃຫ້ມີການແຜ່ພັນຂອງຍຸງຫຼາຍ ນອກຈາກນີ້ແລ້ວ ຍັງເປັນການສ້າງຂະບວນການຕ້ອນວັນສຳຄັນຕ່າງໆຂອງພັກ ຂອງຊາດ ທີ່ຈະມາເຖິງໃນຕໍ່ໜ້ານີ້ຕື່ມອີກ.

ສຳລັບບັນຍາກາດໃນການອອກແຮງງານລວມຄັ້ງນີ້ ແມ່ນໄດ້ແບ່ງມີການແບ່ງຈຸດຄວາມຮັບຜິດຊອບກັນຢ່າງລະອຽດ ເຫັນວ່າທຸກພາກສ່ວນຕ່າງກໍໄດ້ເອົາໃຈໃສ່ໃນການອະນາໄມ ດ້ວຍຄວາມຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງ ຈົນເຮັດໃຫ້ການອອກແຮງງານຄັ້ງນີ້ສຳເລັດ ຊຶ່ງສະແດງໃຫ້ເຫັນເຖິງຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ແລະ ຄວາມເປັນເຈົ້າການຂອງພະນັກງານ-ລັດຖະກອນ ພາຍໃນແຂວງໄຊສົມບູນ ໃນການປະກອບສ່ວນອອກແຮງງານອະນາໄມລວມ ກໍຄືການຮັກສາ ສະຖານທີ່ສຳຄັນຂອງແຂວງ ໃຫ້ຍືນຍົງຕະຫຼອດໄປ ເພື່ອໃຫ້ສະຖານດັ່ງກ່າວ ກໍຄືແຂວງໄຊສົມບູນ ມີຄວາມສະອາດຈົບງາມ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ໃຫ້ເຂົ້າມາທ່ຽວຊົມ ແຂວງໄຊສົມບູນ ໃຫ້ນັບມື້ນັບຫຼາຍຂື້ນເລື້ອຍໆ.