ກອງປະຊຸມປະເມີນໜ່ວຍພັກປອດໃສ,ເຂັ້ມແຂງ ໜັກແໜ້ນ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026 ຂອງໜ່ວຍພັກຄະນະໂຄສະນາອົບຮົມເມືອງຮົ່ມ

ໜ່ວຍພັກຄະນະໂຄສະນາອົບຮົມ ເມືອງຮົ່ມ ໄດ້ຈັດກອງປະຊຸມປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາ 6 ເດືອນຕົ້ນປີແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026 ຂື້ນໃນຕອນເຊົ້າວັນທີ 25 ມິຖຸນາ 2026 ນີ້, ຢູ່ທີຫ້ອງການຂອງຕົນ ໂດຍການເປັນປະທານຮ່ວມຂອງ ສະຫາຍ ນາງເຢັ້ງຊົ່ງ ຈືດາໄມ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງ ຄະນະຮັບຜິດຊອບຊີ້ນໍາກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂັ້ນເມືອງ ແລະ ສະຫາຍ ນຸກລໍ່ ເບຼ່ຍຢ້າວ ກໍາມະການພັກເມືອງ ເລຂາໜ່ວຍພັກຄະນະໂຄສະນາອົບຮົມເມືອງ ພ້ອມດ້ວຍສະມາຊິກພັກພາຍໃນໜ່ວຍ ແລະ ບັນດາສະຫາຍຄະນະຮັບຜິດຊອບກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຂັ້ນເມືອງ ເຂົ້າຮ່ວມ.
ໃນໂອກາດນີ້ສະຫາຍ ນາງເຢັ້ງຊົ່ງ ຈືດາໄມ ໄດ້ມີຄຳເຫັນຊີ້ນໍາຕໍ່ກອງປະຊຸມ ເຊິ່ງ ການປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແມ່ນເພື່ອຍົກສູງບົດບາດການນຳພາຂອງພັກໃຫ້ສູງຂຶ້ນເຮັດໃຫ້ໜ່ວຍພັກຄະນະໂຄສະນາອົບຮົມເມືອງຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນມີປະສິດທິພາບ ທັງເປັນການຄັດເລືອກ ແລະ ຢັ້ງຢືນຜົນງານການສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕາມ 5 ເນື້ອໃນທີ່ສູນກາງພັກວາງອອກ ພ້ອມນັ້ນສະຫາຍຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍສະມາຊິກພັກພາຍໃນໜ່ວຍ ຈົ່ງພ້ອມກັນປະກອບຄໍາຄິດຄໍາເຫັນ ຕໍາໜິກໍ່ສ້າງຊ່ວຍເຫຼືອຊຶ່ງກັນ ແລະ ກັນ ດ້ວຍຄວາມຈິງໃຈ, ສ້າງສັນ ແລະ ຫຼີກລ້ຽງແນວຄິດອັກຄະຕິ ຮັກສາໄດ້ຄວາມສາມັກຄີ ເພື່ອຊອກໃຫ້ເຫັນຈຸດດີ, ຈຸດອ່ອນຂໍ້ຄົງຄ້າງຂອງສະມາຊິກພັກແຕ່ລະສະຫາຍພາຍໃນໜ່ວຍ. ຈາກນັ້ນ ສະມາຊິກພັກແຕ່ລະສະຫາຍ ກໍໄດ້ຜ່ານໃບສຳຫຼວດ ແລະ ຕີລາຄາຕົນເອງ ພ້ອມທັງ ໃຫ້ໝູ່ຄະນະປະກອບຄຳເຫັນ ກໍ່ສ້າງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ເພື່ອປັບປຸງແກ້ໄຂຈຸດອ່ອນ ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດີຂຶ້ນກ່ວາເກົ່າໃນຕໍ່ໜ້າ. ພ້ອມກັນນີ້ ຍັງໄດ້ຮັບຟັງການຜ່ານບົດສະຫຼຸບ ການກໍ່ສ້າງໜ່ວຍພັກປອດໄສ, ເຂັ້ມແຂງ, ໜັກແໜ້ນ ຂອງໜ່ວຍພັກ ເຊິ່ງຕະຫຼອດໄລຍະ 6 ເດືອນຜ່ານມາຄະນະໜ່ວຍພັກ ໄດ້ເອົາໃຈໃສ່ຊີ້ນໍາ, ນໍາພາສະມາຊິກພັກ, ພະນັກງານ-ລັດຖະກອນ ຄົ້ນຄ້ວາເຊຶ່ອມຊຶມແນວທາງ, ນະໂຍບາຍ, ແຜນນະໂຍບາຍ, ມະຕິ, ຄໍາສັ່ງ, ກົດລະບຽບຂອງພັກ, ກົດໝາຍ ແລະ ລະບຽບການຕ່າງໆຂອງລັດ ດ້ວຍຄວາມເປັນເຈົ້າການສູງ ຂອງສະມາຊິກພັກແຕ່ລະສະຫາຍ; ພ້ອມກັນນັ້ນກໍ່ໄດ້ນຳພາ-ຊີ້ນຳ ສະມາຊິກພັກເຂົ້າຮ່ວມຮັບຟັງການ ເຊື່ອມຊຶມເອກະສານສໍາຄັນຕ່າງໆຂອງພັກ ທີ່ບັນດາຫ້ອງການ, ກົມກອງ, ອົງການອ້ອມຂ້າງເມືອງຈັດຂື້ນ ເປັນປົກກະຕິ. ໄດ້ຈັດຕັ້ງເຊື່ອມຊຶມເອກະສານຂອງພັກໄດ້ 1 ຄັ້ງ, ໄດ້ຊີ້ນໍາ-ນໍາພາສະມາຊິກພັກເຂົ້າເຊື່ອມຊຶມເອກະສານຂອງພັກ ແລະ ກົດໝາຍຂອງລັດໄດ້ 6 ຄັ້ງ, ໄດ້ເອົາໃຈໃສ່ ໃນການກໍ່ສ້າງ, ປັບປຸງການຈັດຕັ້ງຂອງຕົນ ໃຫ້ປອດໃສ, ເຂັ້ມແຂງ ແລະ ໜັກ ແໜ້ນ ຢູ່ສະເໝີ ບົນພື້ນຖານ 5 ຫຼັກການແລະ 3 ທິດນຳ ຂອງພັກ; ເສີມສ້າງຄວາມສາມັກຄີເອກະພາບພາຍໃນພັກ ເຮັດໃຫ້ຄະນະພັກ, ສະມາຊິກພັກ ມີຄວາມສາມັກຄີອັນແໜ້ນແຟ້ນ ຊື່ງສະແດງອອກໃນການຈັດຕັ້ງປະຕິບັດໜ້າທີ່ການເມືອງແມ່ນໄດ້ຮັບຜົນສຳເລັດໂດຍດີມາຕະຫຼອດ, ສັບຊ້ອນພະນັກງານເຮັດວຽກໃນຕໍາແໜ່ງງານຕ່າງໆ ທີ່ເໝາະສົມ; ເລື່ອນສະມາຊິກພັກສໍາຮອງ ເປັນສະມາຊິກພັກສົມບູນໄດ້ 1 ສະຫາຍ; ເອົາໃຈໃສ່ຊີ້ນຳສະມາຊິກພັກສົມບູນສອງສະຫາຍໃນການຕິດຕາມ, ຊຸກຍູ້ ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ; ໄດ້ຮຽນເອກະສານສະໜັບສະໜູນພັກ ໃຫ້ມະຫາຊົນກ້າວໜ້າທີ່ຈະຂະຫຍາຍເຂົ້າພັກໄດ້ 3 ຄັ້ງ, ມີ 4 ສະຫາຍ, ຍິງ 1 ສະຫາຍ, ໄດ້ສໍາເລັດການເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງສູນກາງພັກ; ມະຕິກອງປະຊຸມໃຫຍ່ຄັ້ງທີ 2 ຂອງຄະນະບໍລິຫານງານພັກແຂວງ ແລະ ມະຕິກອງຊຸມໃຫຍ່ຄັ້ງທີ 2 ຂອງເມືອງ ໃຫ້ພະນັກງານ ໃນທົ່ວເມືອງ; ໄດ້ຈັດພິທີປາຖະກະຖາ ວັນສຳຄັນຂອງຊາດ, ຂອງພັກ ແລະ ເອກະສານສຳຄັນ ຢູ່ຂັ້ນເມືອງໄດ້ 2 ຄັ້ງ. ມີຜູ້ເຂົ້າຮ່ວມທັງໝົດ 163 ທ່ານ, ຍີງ 21 ທ່ານ; ໄດ້ເອົາໃຈໃສ່ຕິດຕາມເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ເພື່ອລາຍງານໃຫ້ຄະນະພັກເມືອງ ແລະ ຄະນະໂຄສະນາອົບຮົມແຂວງ ເປັນປົກກະຕິ, ໄດ້ເກັບກໍາຂ່າວ, ຂຽນຂ່າວຢູ່ພາຍໃນເມືອງຮົ່ມ ອອກຂ່າວລົງສື່ສັງຄົມອອນລາຍເປັນຕົ້ນ: Facebook ຂອງຄະນະໂຄສະນາອົບຮົມເມືອງຮົ່ມ ຫຼື ເປັນຂ່າວເມືອງຮົ່ມ ແລະ ໄດ້ສົ່ງຂ່າວເປັນປົກກະຕິ ໃຫ້ຄະນະໂຄສະນາອົບຮົມແຂວງ ເພື່ອລົງຂ່າວຜ່ານເວັບໄຊຂອງແຂວງໄຊສົມບູນ ໄດ້ທັງໝົດ 58 ຂ່າວ; ພ້ອມດຽວກັນນີ້ໄດ້ຮັບຟັງການຜ່ານຜົນຂອງການປະເມີນໄລຍະ 6 ເດືອນຜ່ານມາ ເຫັນວ່າສາມາດປະເມີນ ສະມາຊິກພັກແຂງ ໄດ້ 8 ສະຫາຍ, ຍິງ 0 ສະຫາຍ, ບໍ່ມີສະມາຊິກພັກອ່ອນ ແລະ ເສຍທາດຂາດຄຸນ, ປະເມີນຕີລາຄາໜ່ວຍພັກໄດ້ປະເພດ: ແຂງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa