ກອງບັນຊາການ ປກສ ແຂວງ ຈັດພິທີປາຖະກະຖາ ຫວນຄືນມູນເຊື້ອວັນສ້າງຕັ້ງກຳລັງພະລາທິການ ປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ

ໃນຕອນເຊົ້າຂອງວັນທີ 23 ມິຖຸນາ 2026 ທີ່ຜ່ານມາ ກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ຈັດພິທີປາຖະກະຖາ ຫວນຄືນມູນເຊື້ອວັນສ້າງຕັ້ງກຳລັງພະລາທິການ ປ້ອງກັນຄວາມສະຫງົບ ຄົບຮອບ 55 ປີ (ວັນທີ 2 ພຶດສະພາ 1971 ຫາ 2 ພຶດສະພາ 2026) ແລະ ເຊື່ອມຊຶມເອກະສານສໍາຄັນຂອງວຽກງານພະລາທິການໃຫ້ກຽດເປັນປະທານ ແລະ ປາຖະກະຖາ ໂດຍ ພັອ ທອງພຽນ ກົງສະເດັດ ປະທານກວດກາຄະນະພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ, ມີແຂັກຖືກເຊີນຈາກ ກອງບັນຊາການ ປກສ ເມືອງອະນຸວົງ, ບັນດາຫົວໜ້າຫ້ອງ, ຮອງຫ້ອງ, ກອງພັນປ້ອງກັນເຄື່ອນທີ່, ຄ້າຍຄຸມຂັງ-ດັດສ້າງ ແລະ ພະນັກງານ-ນັກຮົບຫ້ອງພະລາທິການກອງບັນຊາການ ປກສ ແຂວງ ເຂົ້າຮ່ວມ.
ໃນພິທີ, ພັທ ຄໍາພູ ດາວຄູນສຸລິ ຫົວໜ້າຫ້ອງພະລາທິການ ກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ຂຶ້ນຜ່ານ ຄໍາສັ່ງແນະນໍາເລກທີ 48/ປກສ ລົງວັນທີ 25 ກັນຍາ 2023 ເລື່ອງໃຫ້ສັງລວມບັນຊີຊັບສິນຂອງລັດ( ປະເພດດິນ-ສິ່ງປຸກສ້າງ) ທີ່ຂຶ້ນກັບຄວາມຮັບຜິດຊອບຂອງຕົນ ສົ່ງໃຫ້ກົມຄຸ້ມຄອງຊັບສິນ-ທີ່ດິນ ກົມໃຫຍ່ພະລາທິການ ກະຊວງປ້ອງກັນຄວາມສະຫງົບ, ຄໍາແນະນໍາ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຊັບສິນ-ທີ່ດິນລັດ ໃນກໍລັງປ້ອງກັນຄວາມສະຫງົບ (ສະບັບປັບປຸງ). ໂອກາດນີ້, ທ່ານ ພັທ ອຸດົມ ກັນຍານຸວົງ ຮອງຫົວໜ້າຫ້ອງພະລາທິການ ປກສ ແຂວງ ຍັງໄດ້ຜ່ານຄໍາແນະນໍາ ກ່ຽວກັບການຈັດຕັ້ງປະຕິບັດຂໍ້ຕົກລົ ງວ່າດ້ວຍອັດຕາປະກອບເຄື່ອງແບບ, ເຄື່ອງໝາຍ ແລະ ເຄື່ອງອຸປະໂພກ ຂອງກໍາລັງປ້ອງກັນຄວາມສະຫງົບ
ຈາກນັ້ນ, ພັອ ທອງພຽນ ກົງສະເດັດ ປະທານກວດກາຄະນະພັກ, ຮອງຫົວໜ້າກອງບັນຊາການ ປກສ ແຂວງໄຊສົມບູນ ໄດ້ເລົ່າຄືນມູນເຊື້ອອັນສະຫງ່າງາມ ຂອງກໍາລັງພະລາທິການ ຄົບຮອບ 55 ປີ ເຊິ່ງກຳລັງພະລາທິການ ປ້ອງກັນຄວາມສະ ຫງົບ ໄດ້ຮັບການສ້າງຕັ້ງຂື້ນໃນວັນທີ 2 ພຶດສະພາ 1971 ຢູ່ຖານທີ່ໝັ້ນຂອງການປະຕິວັດ ເມືອງວຽງໄຊ ແຂວງຫົວພັນ, ໂດຍໄດ້ແຍກອອກຈາກພະແນກບໍລິຫານຂອງຫ້ອງການປ້ອງກັນຄວາມສະຫງົບສູນກາງ ສ້າງຕັ້ງເປັນພະແນກພະລາທິການ ໂດຍແມ່ນ ທ່ານ ພົມມະສຸກ ນາມວົງສາ ເປັນຫົວໜ້າ ມີພະນັກງານພຽງແຕ່ 7 ສະຫາຍ, ໄດ້ແບ່ງອອກເປັນ 2 ຂະແໜງຄື: ຂະແໜງຄິດໄລ່ງົບປະມານ ແລະ ຂະແໜງຄຸ້ມຄອງການເບີກຈ່າຍ, ຕໍ່ມາກໍາລັງພະລາທິການ ກໍໄດ້ຮັບການປັບປຸງ ແລະ ເຕີບໃຫຍ່ຂະຫຍາຍຕົວຄຽງບ່າຄຽງໄລ່ກັບກໍາລັງວິຊາສະເພາະອື່ນໆ ໃນກໍາລັງປ້ອງ ກັນຄວາມສະຫງົບ, ໃນປີ 1976 ໄດ້ຮັບການປັບປຸງຈາກພະແນກພະລາທິການ ມາເປັນຫ້ອງພະລາທິການ, ໃນປີ 1977 ໄດ້ປັບປຸງຈາກຫ້ອງພະລາທິການ ມາເປັນກົມພະລາທິການ, ມີ 11 ຫົວໜ່ວຍຂື້ນກັບ; ໃນປີ 1982 ໄດ້ຮັບການຍົກລະດັບຈາກກົມພະລາທິການ ມາເປັນກົມໃຫຍ່ພະລາທິການ, ມີ 17 ຫົວໜ່ວຍຂຶ້ນກັບ, ໃນປີ 1990 ໄດ້ປັບປຸງກົງຈັກການຈັດຕັ້ງໃຫ້ກະທັດຮັດເບົາບາງ ແລະ ຮັບປະກັນຄຸນນະພາບ ຈຶ່ງໄດ້ປ່ຽນຈາກກົມໃຫຍ່ພະລາທິການມາເປັນກົມພະລາທິການຄືນ ມີ 13 ຫົວໜ່ວຍຂຶ້ນກັບ, ໃນປີ 1994 ກົງຈັກການຈັດຕັ້ງໄດ້ປ່ຽນຈາກໜ່ວຍງານມາເປັນຫ້ອງ, ພະແນກ, ໂຮງໝໍ ມີ 9 ຫົວໜ່ວຍ ແລະ ໃນປີ 2007 ໄດ້ຍົກລະດັບພະແນກຈໍານວນໜຶ່ງຂຶ້ນເປັນຫ້ອງ, ເປັນກົມ, ມີ 12 ຫົວໜ່ວຍຂຶ້ນກັບ, ມາຮອດປີ 2011 ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ອອກດໍາລັດສະບັບເລກທີ 311/ນຍ, ລົງວັນທີ 4 ຕຸລາ ປີ 2011 ວ່າດ້ວຍການຍົກລະດັບຈາກກົມພະລາທິການ ຂື້ນເປັນ ກົມໃຫຍ່ພະລາທິການ, ມີ 2 ຫ້ອງ, 9 ກົມ ແລະ 1 ໂຮງໝໍ 5 ເມສາຂຶ້ນກັບ. ການປາຖະກະຖາໃນຄັ້ງນີ້ ກໍແມ່ນເພື່ອສະແດງໃຫ້ເຫັນການເຕີບໃຫຍ່ຂະຫຍາຍຕົວຂອງກໍາລັງພະລາທິການ ທີ່ໄດ້ມີການປັບປຸງທາງດ້ານປະລິມານ ແລະ ຄຸນນະພາບ ນັບແຕ່ສູນກາງລົງຮອດທ້ອງຖີ່ນ ເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງ ແລະ ສົມຄູ່ກັບການປະຕິບັດໜ້າທີ່ ມີພາລະບົດບາດທີ່ສຳຄັນຍິ່ງໃນການລ້ຽງດູກຳລັງ ສະໜອງອຸປະກອນຮັບໃຊ້; ປະກອບອາວຸດຍຸດໂທປະກອນ, ຄຸ້ມຄອງລາຍຮັບ-ລາຍຈ່າຍ, ປິ່ນປົວສຸຂະພາບໃຫ້ພະນັກງານນັກຮົບ ເວົ້າລວມແລ້ວກໍແມ່ນເພື່ອຮັບປະກັນວຽກພະລາທິການຮອບດ້ານ ໃຫ້ກໍາລັງປ້ອງກັນຄວາມສະຫງົບ ສາມາດເຮັດສໍາເລັດໜ້າທີ່ການເມືອງຂອງຕົນ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa