ການນໍາແຂວງໄຊສົມບູນ ພ້ອມດ້ວຍ ປະຊາຊົນອ້ອມຂ້າງແຂວງ ຮ່ວມທໍາບຸນໃສ່ບາດ ເນື່ອງໃນໂອກາດງານບຸນບັນພະຊາສາມະເນນ ແລະ ອົບຮົມສິລະທໍາ ໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ

ເນື່ອງໃນໂອກາດທີ່ແຂວງໄຊສົມບູນ ໄດ້ຈັດງານບຸນບັນພະຊາສາມະເນນ ແລະ ອົບຮົມສິລະທໍາ ໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ ໃນໄລຍະພັກພາກຮຽນ ປະຈໍາປີ 2026 ໃນຕອນເຊົ້າຂອງວັນທີ 25 ມິຖຸນາ ນີ້ ຊຶ່ງເປັນມື້ທີ 2 ຂອງການໃສ່ບາດ ສຳລັບມື້ນີ້ ແມ່ນເລີ່ມຈາກ 4 ແຍກ ຫ້ອງວ່າການແຂວງ ໄປຕາມເສັ້ນທາງເຮືອນຂອງທ່ານເລຂາພັກແຂວງ ຮອດສາຍນໍ້າຈັ້ງ ໂດຍການເຂົ້າຮ່ວມຂອງທ່ານ ພອຍຄໍາ ຮຸ່ງບຸນຍວງ ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງໄຊສົມບູນ ພ້ອມດ້ວຍຄອບຄົວ, ມີບັນດາການນໍາຂອງແຂວງ ຕະຫຼອດຮອດອອກຕົນຍາດໂຍມ ເຂົ້າຮ່ວມ ຢ່າງຫຼວງຫຼາຍ.
ການໃສ່ບາດ ໃຫ້ແກ່ພຣະພິກຂຸສົງ ແລະ ສາມະເນນບວດໃໝ່ ທີ່ອົບຮົມສິລະທໍາ ໃນຄັ້ງນີ້ ມີທັງໝົດ ຈຳນວນ 70 ບາດ ທັງນີ້ ກໍເພື່ອເປັນການສືບທອດຮີດຄອງປະເພນີອັນດີງາມຂອງຊາດ ກໍຄືແຂວງໄຊສົມບູນ ຊຶ່ງເປັນເອກະລັກທາງດ້ານວັດທະນະທຳ ທີ່ຊາວພຸດທະສາສະນິກະຊົນລາວ ເຄີຍປະຕິບັດສືບຕໍ່ກັນມາແຕ່ບູຮານນະການ ເພື່ອໃຫ້ຄົນຮຸ່ນຫຼັງໄດ້ເຫັນ, ໄດ້ຮຽນຮູ້ ແລະ ສືບທອດ ຮີດຄອງປະເພນີດັ່ງກ່າວ ໄວ້ໄດ້ຢ່າງໝັ້ນຄົງ ທັງເປັນການສ້າງບຸນກຸສົນ ແລະ ອຸທິດສ່ວນບຸນ ໃຫ້ແກ່ບັນພະບຸລຸດ, ຍາດຕິພີ່ນ້ອງທີ່ລ່ວງລັບໄປແລ້ວ ນອກນີ້ ຍັງເປັນການສະແດງໃຫ້ເຫັນເຖິງຄວາມສາມັກຄີປອງດອງ ແລະ ການເອົາໃຈໃສ່ ຂອງການນໍາພັກ-ລັດ ກໍຄືການນຳແຂວງໄຊສົມບູນ ໃນການສົ່ງເສີມວັດທະນະທໍາ-ຮີດຄອງປະເພນີ ໃຫ້ຍືນຍົງຄົງຕົວຄຽງຄູ່ກັບຄົນລາວຊາວພຸດ ກໍຄືຊາວແຂວງໄຊສົມບູນ ໄປຊົ່ວກາລະນານ. ພ້ອມນີ້ ການຈັດງານບຸນບັນພະຊາສາມະເນນ ແລະ ອົບຮົມສິລະທໍາ ໃຫ້ແກ່ຊາວໜຸ່ມ-ເຍົາວະຊົນ ໃນໄລຍະອັດພາກຮຽນນີ້ ແມ່ນມີຄວາມສຳຄັນຢ່າງຍິ່ງຕໍ່ການພັດທະນາຊັບພະຍາກອນມະນຸດ ເພາະເຍົາວະຊົນ ຄືອະນາຄົດຂອງຊາດ ທັງເປັນການຝຶກຝົນຫຼໍ່ຫຼອມຄຸນສົມບັດ ແລະ ປູກຈິດສຳນຶກໃຫ້ເຂົາເຈົ້າ ມີສິລະທໍາ, ຈາລິຍະທຳ, ມີຄວາມຮູ້ຄວາມເຂົ້າໃຈ ກ່ຽວກັບບາບບຸນຄຸນໂທດ, ຄວາມດີ, ຄວາມຊົ່ວ, ຄວາມຖືກຕ້ອງ, ຄວາມກະຕັນຍູກະຕະເວທີ ຕໍ່ພໍ່ແມ່ ແລະ ມີສຳມາຄາລະວະຕໍ່ຜູ້ອາວຸໂສ ເພື່ອນຳເອົາຫຼັກທຳຄຳສອນ ທາງພຸດທະສາສະໜາ ມາເປັນແນວທາງໃນການປະພຶດປະຕິບັດຕົນ ໃນຕໍ່ໜ້າ ໃຫ້ເກີດປະໂຫຍດສູງສຸດ. ການອົບຮົມສິນທໍາ ຄືການສ້າງຄົນໃຫ້ເປັນຄົນດີ ທີ່ມີທັງຄວາມຮູ້ຄວບຄູ່ກັບຄຸນນະທໍາ ເພື່ອໃຫ້ມີລະບຽບວິໄນ ໃນການດຳລົງຊີວິດໃນສັງຄົມ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa