
ໃນຕອນເຊົ້າວັນທີ 24 ມິຖຸນາ 2026 ນີ້ ເມືອງຮົ່ມ ແຂວງໄຊສົມບູນ ໄດ້ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026 ເປີດກວ້າງ ຄັ້ງທີ່ 4 ຢູ່ທີ່ສະໂມສອນເມືອງຮົ່ມ (ຫຼັງໃໝ່), ໂດຍການເປັນປະທານຂອງສະຫາຍ ຄໍາພຸດ ແກ້ວວົງພອນ ກໍາມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ມີບັນດາສະຫາຍຮອງເລຂາຄະນະບໍລິຫານງານພັກເມືອງ, ກໍາມະການປະຈຳພັກເມືອງ, ກຳມະການພັກເມືອງ, ເລຂາ-ຮອງເລຂາຄະນະພັກຮາກຖານ, ເລຂາ-ຮອງເລຂາຄະນະໜ່ວຍພັກຫ້ອງການ, ກົມ,ກອງຂອງເມືອງ ແລະ ເລຂາໜ່ວຍພັກບ້ານ 3 ບ້ານເທດສະບານ ເຂົ້າຮ່ວມ.
ໃນໂອກາດນີ້ສະຫາຍປະທານໄດ້ມີຄໍາເຫັນກ່າວເປີດກອງປະຊຸມຢ່າງເປັນທາງການ ພ້ອມທັງ ໄດ້ເນັ້ນໃຫ້ບັນດາສະຫາຍຄະນະບໍລິຫານງານພັກເມືອງ ຈົ່ງເອົາຍົກສູງຄວາມຮັບຜິດຊອບສຸມໃສ່ປະກອບຄໍາຄິດຄໍາເຫັນໃສ່ຮ່າງເນື້ອໃນບົດສະຫຼຸບ ແລະ ທິດທາງແຜນການໃນຕໍ່ໜ້າຂອງຄະນະບໍລິຫານງານພັກເມືອງໃຫ້ມີເນື້ອໃນຈິດໃຈທີສົມບູນເຕັມໄປດ້ວຍຄວາມຮັບຜິດຊອບໃນການນໍາພາ-ຊີ້ນໍາໃນແຕ່ລະຂົງເຂດວຽກງານຕາມແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ, ຫຼັງຈາກນັ້ນ ສະຫາຍ ຢ່າງປາວເຮີ່ ເຍ່ຍຮົວ ຮັກສາການຫົວໜ້າຫ້ອງວ່າການ ໄດ້ຜ່ານຮ່າງສະຫຼຸບຕີລາຄາການນຳພາ-ຊິ້ນຳວຽກງານຮອບດ້ານຂອງຄະນະບໍລິຫານງານພັກເມືອງ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2026 ເຊິ່ງສະຫາຍໄດ້ຍົກໃຫ້ເຫັນບາງໜ້າວຽກທີ່ພຸ້ນເດັ່ນເປັນຕົ້ນ ໄດ້ສຶກສາອົບຮົມການເມືອງແນວຄິດ, ເຜີຍແຜ່ບັນດາມະຕິ, ຄຳສັ່ງ, ຄຳແນະນຳ, ແຜນພັດທະນາເສດຖະກິດ-ສັງຄົມ ແລະ ປາຖະກະຖາເລົ່າມຸນເຊື້ອວັນສຳຄັນຕ່າງໆ ຂອງພັກຂອງຊາດ ໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ຕະລອດຮອດພໍ່ແມ່ປະຊາຊົນບັນດາເຜົ່າຢ່າງທົ່ວເຖິງ ໃຫ້ເຂົ້າເຈົ້າໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ເພື່ອສ້າງຄວາມເຊື່ອໝັ້ນຕໍ່ການນຳພາຂອງພັກ, ປະກອບສ່ວນເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໄດ້ເອົາໃຈໃສ່ຊີ້ນຳ ແລະ ຈັດຕັ້ງກໍາລັງອອກເຄື່ອນໄຫວລາດຕະເວນ, ຊອກຄົ້ນ ແລະ ປິດລັບ ເກັບກຳຂໍ້ມູນຕາມຂອບເຂດຄວາມຮັບຜິດຊອບຢ່າງແຂງແຮງ ແລະ ຕໍ່ເນື່ອງ ເຊິ່ງໄດ້ລົງຕິດຕາມ, ກວດກາເຂດແດນເຊື່ອມຕໍ່ກັບບັນດາເມືອງອ້ອມຂ້າງ 1 ຄັ້ງ, ເຄື່ອນໄຫວນ້ອຍ 5 ຄັ້ງ ແລະ ເຄື່ອນໄຫວປິດລັບເກັບກຳຂໍ້ມູນ 4 ຄັ້ງ (ນຳໃຊ້ກຳລັງ 16 ເທື່ອຄົນ); ພ້ອມທັງໄດ້ສົມທົບກັບກຳລັງປ້ອງກັນຄວາມສະຫງົບ (ປກສ) ລົງເຄື່ອນໄຫວເກັບກຳຂໍ້ມູນ ແລະ ຮື້ຖອນການຖາງປ່າເຮັດໄຮ່, ສະໜຳໄຮ່ 1 ຄັ້ງ, ໄດ້ຈັດພິທີປະກາດບ້ານປ້ອງກັນຄວາມສະຫງົບດີ ສຳເລັດ 2 ບ້ານ ຄື: ບ້ານນ້ຳທວາຍ ແລະ ບ້ານຮົ່ມທາດ; ຈັດຕັ້ງການກວດກາຍານພາຫະນະເຂົ້າ-ອອກເມືອງ ທັງໝົດ 35 ຄັ້ງ, ສາມາດກວດກາຍານພາຫະນະໄດ້ 173 ຄັນ (ລົດຈັກ 123 ຄັນ ແລະ ລົດໃຫຍ່ 50 ຄັນ), ພ້ອມທັງໄດ້ສຶກສາອົບຮົມຜູ້ຂັບຂີ່ທີ່ລະເມີດລະບຽບຈະລາຈອນ ຈຳນວນ 40 ຄົນ (ຜູ້ຂັບຂີ່ລົດໃຫຍ່ 9 ຄົນ ແລະ ລົດຈັກ 31 ຄົນ), ສາມາດເກັບກູ້ອາວຸດລ່າເນື້ອຜິດກົດໝາຍໄດ້ 16 ກະບອກ; ໄດ້ເອົາໃຈໃສ່ນຳພາ-ຊີ້ນຳການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ຕິດພັນກັບດຳລັດ ສະບັບເລກທີ 414/ລບ ແລະ 2 ວາລະແຫ່ງຊາດ ຢ່າງແຂງແຮງ. ໃນໄລຍະ 6 ເດືອນຕົ້ນປີ 2026 ຜ່ານມາ, ລວມຍອດລາຍຮັບຂອງເມືອງປະຕິບັດໄດ້ທັງໝົດ 9.4 ຕື້ກວ່າກີບ; ໃນນີ້, ໄດ້ຮັບການເຄື່ອນຍ້າຍງົບປະມານຈາກແຂວງ 8.68 ຕື້ກວ່າກີບ ແລະ ສາມາດເກັບລາຍຮັບເຂົ້າງົບປະມານພາຍໃນເມືອງໄດ້ 722 ລ້ານກວ່າກີບ; ການຜະລິດກະສິກຳເປັນສິນຄ້າ ກໍໄດ້ຮັບການຊຸກຍູ້ຢ່າງຕໍ່ເນື່ອງ ເຊິ່ງສາມາດເກັບກູ້ ແລະ ສ້າງລາຍຮັບຈາກພືດເສດຖະກິດຕ່າງໆ ດັ່ງນີ້: ມັນຕົ້ນໄດ້ເນື້ອທີ່ 1,150 ເຮັກຕາ, ຜົນຜະລິດ 6,287 ໂຕນ, ຄິດເປັນມູນຄ່າສະເລ່ຍ 11.31 ຕື້ກວ່າກີບ, ໝາກນັດໄດ້ 229.9 ໂຕນ, ຄິດເປັນມູນຄ່າສະເລ່ຍ 1.8 ຕື້ກີບ, ວຽກງານຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໄດ້ດຳເນີນການອາຍັດໄມ້ທີ່ເລື່ອຍ ໂດຍບໍ່ຖືກຕ້ອງຕາມລະບຽບກົດໝາຍ ຈຳນວນ 2 ຈຸດ ຄື: ຈຸດທີ 1 ເຂດສຳປະທານຂອງບໍລິສັດ ບົວໄລມັງກອນທອງ ບ້ານຮົ່ມທາດ ມີບໍລິມາດໄມ້ທັງໝົດ 10,012 ແມັດກ້ອນ (ຊະນິດໄມ້ຈັນຫອມ) ແລະ ຈຸດທີ 2 ເຂດຫ້ວຍນ້ຳທາ ບ້ານຫ້ວຍຊາຍ ເຊິ່ງນອນຢູ່ໃນເຂດອ່າງໂຕ່ງຂອງເຂື່ອນໄຟຟ້ານ້ຳງຽບ 1 ມີບໍລິມາດໄມ້ 13,768 ແມັດກ້ອນ (ຊະນິດໄມ້ແຕ້) ເຊິ່ງປັດຈຸບັນຍັງຢູ່ໃນຂັ້ນຕອນການທ້ອມໂຮມ, ໄດ້ເອົາໃຈໃສ່ແກ້ໄຂຜົນກະທົບຂອງປະຊາຊົນບັນດາເຜົ່າ ຈາກບັນດາບໍລິສັດສຳຫຼວດ-ຊອກຄົ້ນແຮ່ທາດ ທີ່ໄດ້ຮັບອະນຸມັດຈາກອົງການປົກຄອງແຂວງໄຊສົມບູນ ທັງໝົດ 29 ກໍລະນີ, ໃນນີ້ ສາມາດແກ້ໄຂສຳເລັດ 28 ກໍລະນີ ໂດຍມີມູນຄ່າການຊົດເຊີຍທັງໝົດ 1.14 ຕື້ກວ່າກີບ; ຈັດຝຶກອົບຮົມເພື່ອສ້າງຄວາມເຂັ້ມແຂງໃຫ້ແກ່ຄູສຶກສານິເທດພາຍໃນເມືອງ ແລະ ຈັດຝຶກອົບຮົມທົບທວນຄືນໃຫ້ແກ່ຄູສອນຊັ້ນປະຖົມສຶກສາປີທີ 1 ຫາ ປີທີ 3 (ປ.1-ປ.3), ໄດ້ສຸມໃສ່ປັບປຸງຍົກລະດັບຄຸນນະພາບການບໍລິການປິ່ນປົວຂອງໂຮງໝໍເມືອງ ແລະ ໂຮງໝໍນ້ອຍ (ສຸກສາລາ) ໃຫ້ດີຂຶ້ນເປັນກ້າວໆ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ 11 ຕົວຊີ້ບອກຂອງຂະແໜງສາທາລະນະສຸກ; ໄດ້ລົງເຄື່ອນໄຫວສັກຢາປ້ອງກັນພະຍາດແບບຮອບຕະລຸມບອນເຄື່ອນທີ່ຢູ່ສຸກສາລາບ້ານຫ້ວຍຊາຍ ແລະ ບ້ານພູກະທະ ຈຳນວນ 2 ຄັ້ງ, ໄດ້ລົງກວດກາແຮງງານລາວ ແລະ ແຮງງານຕ່າງປະເທດ ຢູ່ບັນດາບໍລິສັດທີ່ມາເຄື່ອນໄຫວທຸລະກິດຢູ່ພາຍໃນເມືອງຮົ່ມ ໄດ້ 3 ບໍລິສັດ, ມີແແຮງງານລາວ 30 ຄົນ ແລະ ແຮງງານຕ່າງປະເທດ 22 ຄົນ,ໄດ້ເກັບກຳສະຖິຕິນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ທີ່ເຂົ້າມາທ່ຽວຊົມເມືອງຮົ່ມ ມີທັງໝົດ 1,474 ຄົນ; ໄດ້ຄົ້ນຄວ້າ ແລະ ແກ້ໄຂຂໍ້ຂັດແຍ່ງທັງໝົດ 7 ເລື່ອງ, ໄດ້ອອກໝາຍຮຽກຄູ່ຄວາມ (ໂຈດ ແລະ ຈຳເລີຍ) ເຂົ້າມາຈັດຕັ້ງປະຕິບັດຕາມຄຳຕັດສິນ ຂອງສານ ຈຳນວນ 5 ຄັ້ງ;ໄດ້ສຳເລັດການເກັບກຳສະຖິຕິຜູ້ຊົງຄຸນວຸດທິ, ເຈົ້າກົກ, ເຈົ້າເຫຼົ່າ ແລະ ຫົວໜ້າຊີງຊາວ ພາຍໃນ 9 ບ້ານທົ່ວເມືອງ; ລົງຕິດຕາມ, ກວດກາ ແລະ ເກັບກຳຂໍ້ມູນການສ້າງໂບດ ແລະ ການເຄື່ອນໄຫວສາສະໜາຄຣິດສະຕຽນ ຢູ່ບ້ານຜາແອ່ນ 1 ຄັ້ງ, ໄດ້ກະກຽມເອກະສານຕ່າງໆກ່ຽວກັບການຈັດພິທີປະກາດເມືອງຮົ່ມເປັນເມືອງສາມັກຄີປອງດອງ ແລະ ສາມາດສ້າງຕັ້ງກອງທຶນພາຍໃນໄດ້ 3 ກອງທຶນ ຄື: ກອງທຶນຊ່ວຍເຫຼືອເຊິ່ງກັນແລະກັນ ມີເງິນ 10 ກວ່າລ້ານກີບ, ກອງທຶນໝູນວຽນ ມີເງິນ 8 ກວ່າລ້ານກີບ ແລະ ກອງທຶນເຂົ້າເປືອກ ໂດຍມີສະມາຊິກເທັງໝົດ 30 ສະຫາຍ. ຈາກນັ້ນໄດ້ຮັບຟັງການປະກອບຄໍາເຫັນຈາກຄໍາຖາມເຈາະຈີ້ມ ແລະ ການປະກອບຄໍາເຫັນແລກປຽ່ນຂອງບັນດາຜູ້ແທນກອງປະຊຸມຕໍ່ກັບເນື້ອໃນບົດສະຫຼຸບ ແລະ ທິດທາງແຜນການຢ່າງກົງໄປກົງມາ.

ຕອນທ້າຍສະຫາຍປະທານ ໄດ້ສະຫຼຸບຄືນກອງປະຊຸມໃນຄັ້ງນີ້ແມ່ນມີຄວາມໝາຍຄວາມສໍາຄັນຢ່າງຍິ່ງ ແລະ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ຜ່ານມາພ້ອມເນັ້ນໜັກ ມາຍັງຄະນະບໍລິຫານງານພັກໃຫ້ເອົາໃຈໃສ່ ແລະ ສືບຕໍ່ວຽກງານໃນຕໍ່ໜ້າເປັນຕົ້ນແມ່ນ: ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ຖັນແຖວສະມາຊິກພັກໃຫ້ຍຶດໝັ້ນຄວາມສາມັກຄີ, ຍົກສູງຄວາມເປັນເຈົ້າການໃນການຈັດຕັ້ງປະຕິບັດຂໍ້ກໍານົດ, ກົດລະບຽບຂອງພັກ, ເສີມຂະຫຍາຍນໍ້າໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ໃຫ້ປະກົດຜົນເປັນຈິງ, ຈັດຕັ້ງປະຕິບັດບັນດານະໂຍບາຍຕ່າງໆ ໃຫ້ຖືກຕ້ອງ ແລະ ສອດຄ່ອງ ພ້ອມດຽວກັນນີ້ ສະຫາຍ ຍັງໄດ້ຮຽກຮ້ອງ ໃຫ້ບັນດາສະຫາຍຈົ່ງນໍາເອົາເນື້ອໃນຈິດໃຈຜົນຂອງກອງປະຊຸມໃນຄັ້ງນີ້ໄປຈັດຕັ້ງປະຕິບັດ ແລະ ຜັນຂະຫຍາຍໃຫ້ປະກົດຜົນເປັນຈິງຕາມຄາດໝາຍທີ່ວາງໄວ້.