ເມືອງລ້ອງແຈ້ງ ຈັດພິທີປາຖະກະຖາ ວັນຄ້າຍວັນເກີດປະທານສຸພານຸວົງຄົບຮອບ117ປີ, ວັນເຊັນສົນທິສັນຍາການຮ່ວມມືສາຍພົວພັນລາວ-ຫວຽດນາມຄົບຄົບຮອບ49ປີ

ວັນທີ9ກໍລະກົດ2026ນີ້ ຫ້ອງການໂຄສະນາອົບຮົມເມືອງລ້ອງແຈ້ງແຂວງໄຊສົມບູນ, ໄດ້ຈັດພິທີໂຄສະນາປາຖະກະຖາ, ວັນຄ້າຍວັນເກີດປະທານສຸພານຸວົງຄົບຮອບ117ປີ,ວັນເຊັນສົນທິສັນຍາການຮ່ວມມືສາຍພົວພັນລາວ-ຫວຽດນາມຄົບຄົບຮອບ49ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 64ປີ ຢູ່ທີ່ຫ້ອງການບ້ານລ້ອງແຈ້ງເມືອງລ້ອງແຈ້ງ ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ສູນດາວັນ ສີທົງໄຊ ຮອງປະທານຄະນະກຳມະການປົກຄອງເມືອງ, ມີ ບັນດາທ່ານ ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ ຫ້ອງການ, ອົງການ, ກົມກອງ, ກອງກໍ່ສ້າງຮາກຖານ 913, ພະນັກງານຫຼັກແຫຼ່ງຂັ້ນເມືອງ, ຄະນະພັກຕາແສງ, ຫ້ອງການໄຟຟ້າປະຈຳເມືອງ, ທະນາຄານນະໂຍບາຍ, ຄະນະທີມງານບໍລິສັດໂກເອໂກ, ເຖົ້າແກ່ແນວໂຮມ ແລະ ການຈັດຕັ້ງທຸກຂະແໜງການບ້ານລ້ອງແຈ້ງເຂົ້າຮ່ວມ.
ໃນໂອກາດນີ້ທ່ານສູນດາວັນ ສີທົງໄຊ ກໍ່ໄດ້ເຜີຍແຜ່ປະຫວັດວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ117ປີ(ວັນທີ13/7/1909-13/7/2026) ຈາກນັ້ນ ທ່ານ ພັທ ສາຄອນ ນູນທະຫວາ ຄະນະປະຈຳພັກເມືອງ ຫົວໜ້າກອງບັນຊາການ ປກຊ ເມືອງ ກໍໄດ້ສືບຕໍ່ເຜີຍແຜ່ເອກະສານວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືຄົບຮອບ49ປີ(18/7/1977-18/7/2026) ເພື່ອທົບທວນຄືນປະຫວັດສາດຂອງສອງຊາດ ລາວ-ຫວຽດນາມ, ນັບແຕ່ໄດ້ສ້າງຕັ້ງພັກກອມມູນິດ ອິນດູຈີນ ໃນປີ 1930 ໂດຍແມ່ນປະທານ ໂຮ່ຈີມິນ ເປັນຜູ້ກໍ່ຕັ້ງຂຶ້ນ, ຄວາມເປັນພີ້ນ້ອງລະຫວ່າງສອງຊາດ ມີຄວາມເລິກເຊິ່ງຂຶ້ນ, ໃນໄລຍະກວ່າເຄິ່ງສະຕະວັດ ທີ່ຜ່ານມາ ສອງຊາດລາວ-ຫວຽດນາມ ໄດ້ຄຽງບ່າຄຽງ ໄຫຼ່ກັນຕໍ່ສູ້ຢ່າງພິລະອາດຫານ, ຜ່ານຜ່າທຸກອຸປະສັກທຸລະກັນດານ ທີ່ເຕັມໄປດ້ວຍຄວາມເສຍສະຫຼະ ຢ່າງສູງຊົ່ງ ເພື່ອຕ້ານກັບສັດຕູຜູ້ຮຸກຮານ ດັ່ງທີ່ປະທານ ໂຮ່ຈິມິນ ໄດ້ກ່າວໄວ້ວ່າ “ການຊ່ວຍເຫຼືອເພື່ອນປຽບເໝືອນການຊ່ວຍ ເຫຼືອຕົນເອງ” ພ້ອມກັນນັ້ນ ທ່ານ ນາງ ທອງພັນ ແກ້ວມັງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ກໍ່ໄດ້ເຜີຍແຜ່ເອກະສານວັນສ້າງຕັ້ງສາຍພົວພັນການທູດລາວຫວຽດນາມຄົບຮອບ64ປີ (5/9/1962-5/9/2026
ຊື່ງຈຸດປະສົງໃນການໂຄສະນາປາຖະກະຖາ ໃນຄັ້ງນີ້ ກໍ່ເພື່ອໃຫ້ຄະນະພັກ, ສະມາຊິກພັກ-ພະນັກງານ ບັນດາຫ້ອງການ, ກົມກອງ, ອົງການ, ຕາແສງ, ລັດວິສາຫະກິດອ້ອມຂ້າງເມືອງ ນັກສຶກສາ, ນັກຮຽນຮູ້ປັນຍາຊົນ, ຕະຫຼອດຮອດເຖົ້າແກ່ແນວໂຮມ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ພາຍໃນເມືອຂອງຕົນ ໄດ້ລະນຶກເຖິງຜົນງານ, ຄຸນງາມຄວາມດີ ຂອງປະທານ ສຸພານຸວົງ ຜູ້ນຳທີ່ແສນຮັກ ຂອງຊາດລາວ ໃນ ພາລະກິດຕໍ່ສູ້ ປົດປ່ອຍປະເທດຊາດ, ກໍ່ຄືການປະຕິບັດ 2 ໜ້າທີ່ຍຸດທະສາດຄື: ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ແລະ ຮ່ວມກັນຜັນຂະຫຍາຍ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືລາວ-ຫວຽດນາມ ຄົບຮອບ 49 ປີ ແລະ ການສ້າງຕັ້ງສາຍ ພົວພັນການທູດລາວ – ຫວຽດນາມ ຄົບຮອບ 64 ປີ ໃຫ້ນັບມື້ເລິກຊຶ່ງຍິ່ງຂຶ້ນ , ໃຫ້ເຂົ້າໃຈຢ່າງເລິກເຊິ່ງຕໍ່ກັບມູນເຊື້ອອັນດີງາມ ຂອງປະທານ ສຸພານຸວົງ ແລະ ຍົກສູງສະຕິ, ຕື່ນຕົວເປັນເຈົ້າການເສີມຂະຫຍາຍມູນເຊື້ອຄວາມສາມັກຄີລະຫວ່າງ ລາວ-ຫວຽດນາມ ແລະ ຄວາມສາມັກຄີ ລະຫວ່າງປະຊາຊົນບັນດາເຜົ່າພາຍໃນຊາດ, ເສີມຂະຫຍາຍມູນເຊື້ອຮັກຊາດ, ຮັກລະບອບປະຊາທິປະໄຕປະຊາຊົນ, ສ້າງຄວາມສາມັກຄີປອງດອງ, ມີສະຕິລະວັງຕົວຕໍ່ກົນອຸບາຍມ້າງເພທຳລາຍຂອງ ອິດທິກຳລັງປໍລະປັກ ແລະ ສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ຜູ້ນຳພັກ ແລະ ລັດຖະບານຮຸ່ນກໍ່ຕັ້ງ, ຍ້ອນມີເພິ່ນໃນມື້ນັ້ນຈຶ່ງມີພວກເຮົາໃນມື້ນີ້ ພ້ອມກັນເປັນເຈົ້າການເຂົ້າຮ່ວມໃນການເສີມຂະຫຍາຍສາຍພົວພັນພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ນັບມື້ເຂົ້າສູ່ລວງເລິກ, ປະກອບສ່ວນເຂົ້າໃນການແກ້ໄຂ້ບັນຫາຄວາມຫຍຸ້ງຍາກທາງດ້ານເສດຖະກິດ, ບົນພື້ນຖານການສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃນໄລຍະໃໝ່ ໃຫ້ເປັນຮູບປະທຳ ແລະ ກວ້າງຂວາງຂື້ນເທື່ອລະກ້າວ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa