ແຂວງໄຊສົມບູນ ປາຖະກະຖາວັນເກີດ ປະທານ ສຸພານຸວົງ, ວັນສົນສັນຍາມິດຕະພາບ-ການຮ່ວມມື ແລະ ສາຍພົວພັນການທູດລາວ-ຫວຽດນາມ

ພິທີ ປາຖະກະຖາ ວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ ( ວັນທີ 13 ກໍລະກົດ 1909-ກໍລະກົດ 2026 ), ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 49 ປີ (ວັນທີ 18 ກໍລະກົດ 1977-18 ກໍລະກົດ 2026) ແລະ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 64 ປີ ( ວັນທີ 5 ກັນຍາ 1962-5 ກັນຍາ 2026) ໄດ້ຈັດຂຶ້ນໃນຕອນເຊົ້າຂອງວັນທີ 15 ກໍລະກົດ ນີ້ ທີ່ຫ້ອງປະຊຸມຫ້ອງວ່າການແຂວງ ໂດຍການເຂົ້າຮ່ວມຂອງທ່ານ ພົຈວ ບົວພັນ ອິນທະປັນຍາ ຮອງເລຂາພັກແຂວງ, ປະທານຄະນະກຳມະການປົກຄອງແຂວງ, ມີຄະນະປະຈໍາພັກແຂວງ, ກຳມະການພັກແຂວງ ພ້ອມດ້ວຍ ພະແນກການ, ອົງການ, ກົມກອງອ້ອມຂ້າງ ແຂວງໄຊສົມບູນ ເຂົ້າຮ່ວມ.
ໂອກາດນີ້ ທ່ານ ພົຈວ ບົວພັນ ອິນທະປັນຍາ ໄດ້ປາຖະກະຖາວັນເກີດ ປະທານ ສຸພານຸວົງ ຊຶ່ງທ່ານໄດ້ຍົກໃຫ້ເຫັນເຖິງຊີວິດ, ຜົນງານການເຄື່ອນໄຫວ ໃນພາລະກິດຕໍ່ສູ້ປົດປ່ອຍປະເທດຊາດ ແລະ ຄຸນງາມຄວາມດີອັນໃຫຍ່ຫຼວງ ຂອງ ປະທານ ສຸພານຸວົງ ໜຶ່ງໃນຜູ້ນຳທີ່ດີເດັ່ນ, ສະຫຼາດສ່ອງໃສຂອງພັກ ແລະ ປະຊາຊົນລາວ ເພິ່ນເປັນເຊື້ອເຈົ້າຜູ້ໜຶ່ງທີ່ມີນໍ້າໃຈຮັກຊາດອັນດູດດື່ມ, ເປັນແບບຢ່າງທີ່ດີໃນການເຕົ້າໂຮມຄວາມສາມັກຄີ, ເສຍສະຫຼະຄວາມສຸກສ່ວນຕົວ ອຸທິດຊີວິດ, ສະຕິປັນຍາ ແລະ ເຫື່ອແຮງ ເພື່ອອຸທິດຕົນໃຫ້ແກ່ພາລະກິດຕໍ່ສູ້ກູ້ຊາດ ແລະ ປົດປ່ອຍປະເທດຊາດອອກຈາກແອກປົກຄອງຂອງພວກລ່າເມືອງຂຶ້ນ ແລະ ກ້າວເຂົ້າສູ່ໄລຍະການປົກປັກຮັກສາ ແລະ ສ້າງສາປະເທດຊາດ. ທັ້ງນີ້ ກໍເພື່ອໃຫ້ຄະນະພັກ, ພະນັກງານ, ສະມາຊິກພັກ ໄດ້ຮ່ຳຮຽນເອົາແບບຢ່າງ ຄຸນສົມບັດສິນທຳປະຕິວັດ, ຄວາມມານະອົດທົນ, ແລະ ຄວາມຊື່ສັດບໍລິສຸດຕໍ່ປະເທດຊາດຂອງເພິ່ນ ໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ.
ຈາກນັ້ນ ທ່ານກໍໄດ້ສືບຕໍ່ປະຖະກະຖາ ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ລາວ-ຫວຽດນາມ ທ່ານໄດ້ຍົກໃຫ້ເຫັນເຖິງປະຫວັດສາດແຫ່ງການຕໍ່ສູ້ກູ້ຊາດອັນຍືດເຍື້ອ, ລະອິດລະອ້ຽວ ທີ່ເຕັມໄປດ້ວຍການເສຍສະຫຼະຂອງກອງທັບ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ທີ່ໄດ້ຄຽງບ່າຄຽງໄຫຼ່, ຮ່ວມສຸກຮ່ວມທຸກ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ມາໂດຍຕະຫຼອດ, ວັນທີ 18 ກໍລະກົດ 1977 ເປັນວັນທີ່ສອງປະເທດລາວ ແລະ ຫວຽດນາມ ໄດ້ຮ່ວມກັນລົງນາມໃນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຊຶ່ງເປັນເອກະສານທີ່ສຳຄັນ ໃຫ້ແກ່ການຮັດແໜ້ນ, ເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ເປັນພາລະກິດລວມຂອງທັງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ, ພາລະກິດດັ່ງກ່າວຈະຕ້ອງໄດ້ປົກປັກຮັກສາ, ເພີ່ມພູນຄູນສ້າງໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.
ຈາກນັ້ນ ທ່ານ ປອ ທອງປະເສີດ ໄຊຍະລາດ ຄະນະປະຈຳພັກແຂວງ ຮອງປະທານຄະນະກຳມະການປົກຄອງແຂວງ ໄດ້ປາຖະກະຖາ ວັນສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ໂດຍໄດ້ຫວນຄືນມູນເຊື້ອແຫ່ງການພົວພັນຮ່ວມມື ແລະ ຄວາມສາມັກຄີຮັກແພງອັນສະໜິດແໜ້ນ ລະຫວ່າງ ສອງຊາດ ລາວ-ຫວຽດນາມ ທີ່ມີມາແຕ່ດົນນານໂດຍສະເພາະແມ່ນ ວັນທີ 5 ກັນຍາ 1962 ເປັນວັນສ້າງຕັ້ງສາຍພົວພັນການທູດ, ເປັນຂີດໝາຍປະຫວັດສາດອັນສໍາຄັນ ຂອງທັງສອງປະເທດ ເປັນການເປີດສັງກາດໃໝ່ໃຫ້ແກ່ການພົວພັນຮ່ວມມືອັນແໜ້ນແຟ້ນ ແລະ ຮອບດ້ານ ລະຫວ່າງສອງຊາດ ທີ່ຕ້ອງໄດ້ສືບຕໍ່ເສີມຂະຫຍາຍສາຍພົວພັນແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ເພື່ອໃຫ້ຄົນຮຸ່ນຫຼັງໄດ້ສືບຕໍ່ປົກປັກຮັກສາ ແລະ ພັດທະນາໃຫ້ໝັ້ນຄົງທະນົງແກ່ນຕະຫຼອດໄປ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa