
ໃນວັນທີ 15 ກໍລະກົດ 2026 ນີ້ ກອງບັນຊາການທະຫານ ແຂວງໄຊສົມບູນ ໄດ້ຈັດພິທີ ປາຖະກະຖາວັນຄ້າຍວັນເກີດ ປະທານ ສຸພານຸວົງ ຄົບຮອບ 117 ປີ. ໂດຍການເປັນປະທານ ຂອງສະຫາຍ ພັ.ອ ສຸດໃຈ ເຈີບົວແພງ ຄະນະປະຈໍາພັກ ຫົວໜ້າຫ້ອງການເມືອງ ກອງບັນຊາການທະຫານ ແຂວງໄຊສົມບູນ ມີຄະນະພັກ-ຄະນະບັນຊາ, ອົງການ 5 ຫ້ອງ, ຕະຫຼອດຮອດພະນັກງານ-ນັກຮົບ ທົ່ວກອງບັນຊາການເຂົ້າຮ່ວມ.
ໃນພິທີ ສະຫາຍ ປະທານ ໄດ້ຫວນຄືນເຖິງປະຫວັດຄວາມເປັນມາ, ພາລະກິດການເຄື່ອນໄຫວປະຕິວັດ ແລະ ແບບຢ່າງໃນການເຕົ້າໂຮມຄວາມສາມັກຄີ ປະຊາຊົນລາວບັນດາເຜົ່າຕໍ່ສູ້ຕ້ານກັບສັດຕູຜູ້ຮຸກຮານ. ປະທານ ສຸພານຸວົງ ເກີດເມື່ອວັນທີ 13 ກໍລະກົດ 1909 ທີ່ຫຼວງພະບາງ ໃນຄອບຄົວເຊື້ອເຈົ້າ ແລະ ເປັນປະທານປະເທດຜູ້ທໍາອິດຂອງ ສປປ ລາວ, ເປັນນັກປະຕິວັດຜູ້ທີ່ຍິ່ງໃຫຍ່ ແລະ ຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ, ເປັນຜູ້ທີ່ອຸທິດຊີວິດເພື່ອພາລະກິດປົດປ່ອຍຊາດ, ເພື່ອປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ພ້ອມທັງເປັນວິລະບຸລຸດຜູ້ທີ່ມີຄວາມສາມັກຄີເພື່ອປຸກລະດົມພໍ່ແມ່ປະຊາຊົນລາວບັນດາເຜົ່າເພື່ອຕໍ່ສູ້ກັບສັດຕູ ເພື່ອຍາດເອົາເອກະລາດ, ອຳນາດອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນ ມາໃຫ້ປະເທດຊາດຢ່າງສົມບູນດ້ວຍຄວາມເສຍສະຫຼະ ແລະ ຄວາມຈົງຮັກພັກດີຕໍ່ປະເທດຊາດ, ຕໍ່ປະຊາຊົນລາວບັນດາເຜົ່າ ພ້ອມຍັງໄດ້ຍົກໃຫ້ເຫັນບົດບາດອັນສຳຄັນຂອງປະທານ ສຸພານຸວົງ ໃນການຊີ້ນໍາ-ນຳພາການປະຕິວັດອັນໂດດເດັ່ນແມ່ນບັ້ນຮົບປ້ອງກັນຕົວຢູ່ທີ່ເມືອງທ່າແຂກ ໃນວັນທີ 21 ມີນາ 1946 ອັນເປັນວິລະກໍາທີ່ສໍາຄັນໃນໜ້າປະຫວັດສາດຂອງຊາດລາວເຮົາທີ່ໄດ້ຈາລຶກຜົນງານຄວາມດີ, ນ້ໍາໃຈຮັກຊາດ, ຮັກລະບອບປະຊາທິປະໄຕ ແລະ ຄວາມເສຍສະຫຼະ ທີ່ບໍ່ຍອມຕົກເປັນໄມ້ມືໃຫ້ກັບພວກຈັກກະພັດຕ່າງດ້າວ ທ່ານເປັນຜູ້ນຳໃນການປະຕິວັດທີ່ມີຄວາມຮູ້, ຄວາມສາມາດ, ມີໄຫວພິກທີ່ສະຫຼາດສ່ອງໃສ, ມີແນວຄິດການເມືອງໜັກແໜ້ນ, ເຊື້ອໝັ້ນຕໍ່ອຸດົມການ ແລະ ເປັນແບບຢ່າງທີ່ຄວນສືກສາຮໍ່າຮຽນເອົາເປັນແບບຢ່າງ ແລະ ເສີມຂະຫຍາຍມູນເຊື້ອໃນການປະຕິວັດເພື່ອແນ່ໃສ່ເຮັດໃຫ້ພະນັກງານ-ນັກຮົບທົ່ວກອງບັນຊາການທະຫານ ແຂວງໄຊສົມບູນ ສືບຕໍ່ຮໍ່າຮຽນເອົາແບບຢ່າງອັນດີງາມຂອງທ່ານ ເຝິກຝົນຫຼໍ່ຫຼອມຕົນເອງໃຫ້ຮອບດ້ານ, ປູກຝັງຄວາມຈົງຮັກພັກດີຕໍ່ປະເທດຊາດ ແລະ ຮ່ວມກັນພັດທະນາປະເທດຊາດໃຫ້ຈະເລີນກ້າວໜ້າເປັນກ້າວໆ.